ກຸ່ມແນວໂຮມ ສືບຕໍ່ໂຈມຕີ ທາງອາກາດ ຕໍ່ເປົ້າໝາຍ ຂອງກຸ່ມ IS ໃນຊີເຣຍ ແລະ ອີຣັກ

ພາບຖ່າຍມາຈາກຟາກ ເບື້ອງເທີກີ ຂອງຊາຍແດນຕິດກັບ ຊີເຣຍ ໃນເມືອງ Akcakale ຢູ່ທາງພາກຕາເວັນອອກສຽງໃຕ້ ຂອງເທີກີ ຂະນະທີ່ຄົນຢືນເບິ່ງ ຄວັນຈາກກນໂຈມຕີ ທາງອາກາດ ພຸ້ງຂຶ້ນສູ່ທ້ອງຟ້າຢູ່ຊານເມືອງ Tal Abyad ຂອງຊີເຣຍ, ວັນທີ 15 ມິຖຸນາ 2015.

ສະຫະ​ລັດ ​ແລະ ກອງ​ກຳລັງ​ປະສົມ ​ສືບ​ຕໍ່​ ປະຕິບັດ​ການໂຈມ​ຕີ​
ທາງ​ອາກາດ 16 ບັ້ນ ຕໍ່​ເປົ້າໝາຍຂອງພວກ​ກຸ່ມ​ລັດ​ອິສລາມ ຢູ່​
ໃນ​ອີຣັກ ​ແລະ 6 ​ເປົ້າໝາຍ ຢູ່​ໃນ​ຊີ​ເຣຍ.

ກອງທັບ​ສະຫະ​ລັດ ກ່າວ​ໃນ​ຖະ​ແຫລ​ງການ​ສະບັບ​ນຶ່ງ ​ໃນ​ວັນ​ເສົາ
ວານ​ນີ້ ວ່າ ການ​ໂຈມ​ຕີ​ທາງ​ອາກາດ ມີຂຶ້ນ ລະຫວ່າງ​ເວລາ 8
​ໂມງ​ເຊົ້າ ຂອງວັນ​ສຸກ ຫາ ​8 ​ໂມງ​ເຊົ້າວັນ​ເສົາ ຕາມ​ເວລາ​ໃນ
​ທ້ອງ​ຖິ່ນ ອັນເປັນສ່ວນນຶ່ງຂອງ Operation Inherent Resolve​.

ເຮືອບິນລົບໄອ​ພົ່ນ ​ແລະ ​ເຮືອບິນ​ໄຮ້​ຄົນ​ຂັບ​ ທີ່ຄວບ​ຄຸມ​ຢູ່ທີ່​ຫ່າງ​
ໄກ ​ໄດ້​ປະຕິບັດ​ການໂຈມ​ຕີທາງ​ອາກາດ 16 ຖ້ຽວ ຢູ່ໃກ້ໆ ​ເມືອງ
Beiji, Fallujah, Makhmur, Mosul, Ramadi, Sinjar ​ແລະ Tal Afar ໂດຍ​ໄດ້ຮັບ
ການ​ອະນຸມັດ ຈາກກະຊວງ​ປ້ອງ​ກັນ​ປະ​ເທດ​ອີຣັກ.​

ຢູ່​ໃນ​ຊີ​ເຣຍ ກອງ​ກຳລັງ​ປະສົມ ​ໄດ້ຖະຫລົ່ມ​ເປົ້າໝາຍ​ຫຼາຍ​ແຫ່ງ ຢູ່​ໃກ້​ກັບ ​ເມືອງ Hasakah, Raqqah, Tal Abyad ​ໂດຍໄດ້​ທຳລາຍ​ພວກ​ຍານ​ພາຫາ​ນະ ​ແລະ ຈຸດ​ສູ້​ລົບ ຫລາຍ​ແຫ່ງ.

ການ​ທຳລາຍ​ເປົ້າໝາຍ​ຕ່າງໆ​ ຂອງ​ພວກ​ລັດ​ອິສລາມ ​ໃນ​ຊີ​ເຣຍ ​ແລະ ອີຣັກ ​ໄດ້ສືບ​ຕໍ່​ຈຳກັດ​ຄວາມສາມາດ ​ຂອງ​ກຸ່ມກໍ່​ກາ​ນຮ້າຍດັ່ງກ່າວ ທີ່​ຈະ​ຂະຫຍາຍຄວາມ​ຢ້ານ​ກົວ ​ອອກ​ໄປ ​ແລະ ດຳ​ເນີນ​ພາລະກິດ​ ຂອງ​ພວກ​ເຂົາ ອີງ​ຕາມ​ບັນດາ​ເຈົ້າໜ້າ​ທີ່​ສະຫະລັດ.

Your browser doesn’t support HTML5

Islamic State Defeat in Tal Abyad Raises Local Spirits