ອົງການຂ່າວທາງການຂອງຊາອຸດີ ຫຼື SPA ກ່າວວ່າ ກຳລັງປະສົມພາຍໃຕ້ການນຳພາຂອງຊາອຸດີ ໄດ້ປະກາດຢຸດຍິງຊົ່ວຄາວເປັນເວລາ 48 ຊົ່ວໂມງຢູ່ ໃນເຢເມນ.
ການຢຸດຍິງຊົ່ວຄາວນີ້ ມີກຳນົດທີ່ຈະເລີ້ມ ໃນຕອນທ່ຽງຂອງວັນເສົາມື້ນີ້ຕາມເວລາທ້ອງຖິ່ນ.
ກຳລັງປະສົມ ກ່າວຢູ່ໃນຖະແຫລງການວ່າ ການຢຸດຍິງຊົ່ວຄາວນີ ອາດຈະຕໍ່ເວລາອອກໄປອີກ ຖ້າຫາກວ່າ ພວກກະບົດ Houthi ອະນຸຍາດໃຫ້ຈັດສົ່ງການຊ່ວຍເຫລືອດ້ານມະ ນຸດສະທຳ ໄປໃຫ້ເມືອງຕ່າງໆທີ່ຖືກປິດລ້ອມ.
ເຢເມນ ຕັ້ງຢູ່ພາກໃຕ້ສຸດຂອງແຫລມອາຣັບ ໄດ້ຕົກຢູ່ໃນທ່າມກາງຂອງສົງຄາມກາງເມືອງນັບແຕ່ເດືອນກັນຍາປີ 2014 ເປັນຕົ້ນມາເວລາພວກກະບົດ Houthi ເຂົ້າຢຶດເອົານະ ຄອນຫລວງ Sana'a ແລະໂຄ່ນລົ້ມລັດຖະບານຂອງປະທານາທິບໍດີ Abdu Rabu Mansour Hadi.
ສະຫະປະຊາຊາດກະປະມານວ່າ ມີຫລາຍກວ່າ 10,000 ຄົນໄດ້ເສຍຊີວິດ ນັບແຕ່ກຳລັງປະສົມພາຍໃຕ້ການນຳພາຂອງຊາອຸດີ ເລີ້ມປະຕິບັດງານທາງທະຫານຢູ່ໃນເຢເມນ ໃນເດືອນມີນາປີກາຍນີ້ ໃນຄວາມພະຍາຍາມເພື່ອໃຫ້ທ່ານ Hadi ໄດ້ກັບຄືນເຂົ້າໄປກຳອຳ ນາດ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ
Your browser doesn’t support HTML5
Yemen Conflict