ກຸ່ມ WikiLeaks ພິມເຜີຍແຜ່ ອີແມລ ຂອງ ທ່ານນາງ Clinton

ຜູ້ສະໝັກເປັນປະທານາທິບໍດີ ພັກເດໂມແຄຣັດ ທ່ານນາງ Hillary Clinton ໂອ້ລົມກັບພວກສະໜັບສະໜູນ ຢູ່ທີ່ Goodyear Hall ແລະໂຮງຮູບເງົາ ໃນເມືອງ Akron ລັດ Ohio.

ກຸ່ມ WikiLeaks ​ໄດ້ພິມ​ເຜີຍ​ແຜ່​ອີ​ແມ​ລຈຳນວນ​ນຶ່ງ ຂອງ​ຜູ້​ສະໝັກ​ເປັນ​ປະທານາທິບໍດີ ພັກ​ເດ​ໂມ​ແຄຣັດ ທ່ານ​ນາງ Hillary Clinton. ບັນດາ​ອີ​ແມ​ລ ທີ່​ໄດ້​ພິມເຜີຍ​ແຜ່​ໃນ​ວັນສຸກ ວານ​ນີ້ ​ແມ່ນ​ຮວມທັງ​ລາຍ​ສຳ​ເນົາ​ຄຳ​ປາ​ໄສຂອງ​ທ່ານ​ຕໍ່ບໍລິ​ສັດ​ຕະຫຼາດຫຼັກຊັບ Wall Street.

ມີ​ລາຍ​ງານ​ວ່າ ທ່ານ​ນາງ Clinton ​ໄດ້ກ່າວວ່າ “ທັງ​ທ່າ​ທີ ​ຢ່າງ​ເປັນ​ທາງ​ການ ​ແລະ​ທາງ​ສ່ວນ​ຕົວ” ​ແມ່ນ​ຈຳ​ເປັນ​ກ່ຽວ​ກັບບັນຫາ​ນະ​ໂຍບາຍຕ່າງໆ​. ທ່ານ​ນາງ Clinton ​ໄດ້​ຖືກ​ກ່າວ​ຊໍ້າອີກລະຫວ່າງ​ການ​ໂຄສະນາ​ຫາ​ສຽງ​ ທີ່​ບັນດາ​ຜູ່​ປ່ອນ​ບັດ​ຫລາຍ​ຄົນ​ມອງເຫັນ​ວ່າ ທ່ານ​ນາງ​ບໍ່​ເປັນທີ່​ໜ້າ​ເຊື່ອ​ຖື​ໄດ້.

ທ່ານ Reince Priebus ປະທານ​ຄະນະ​ກຳມະການ​ແຫ່ງ​ຊາດ ຂອງ​ພັກ​ຣີພັບ​ບລິ​ກັນກ່າວ​ຢູ່​ໃນ​ຖະ​ແຫລ​ງການ​ວ່າ ອີ​ແມ​ລ​ເຫຼົ່ານີ້​ເປີດ​ເຜີຍ​ໃຫ້​ເຫັນ “ນິໄສ​ທ່ານ​ນາງ Hillary Clinton ​ທີ່ໄດ້ຮັບ​ເອົາ ການ​ໂຄສະນາ​ຫາ​ສຽງ​ຂອງ​ທ່ານ​ນາງທັງ​ໝົດ ​ແລະ​ຫລອກ​ລວງ​ຢ່າງ​ເຕັມທີ່.

ບັນດາ​ອີ​ແມ​ລ​ເຫລົ່ານີ້ ​ແມ່ນ​ຮວມ​ຢູ່​ໃນ​ການ​ສົນທະນາ ຫຼາຍໆ​ຮ້ອຍ​ເທື່ອ ທີ່ກຸ່ມ WikiLeaks ​ໄດ້ພິມ​ເຜີຍ​ແຜ່ ​ຈາກ​ການເຈາະ​ເຂົ້າ​ໄປ​ໃນ​ບັນຊີ​ຂອງ​ທ່ານ John Podesta ປະທານ​ການໂຄສະນາ​ຫາ​ສຽງ​ຂອງທ່ານ​ນາງ Clinton. ​ແຕ່​ຄະນະກຳມະການ​ໂຄສະນາ​ຫາ​ສຽງ​ຂອງ​ທ່ານ​ນາງ ຍັງ​ບໍ່​ທັນໃຫ້ການ​ຢືນຢັນ ​ເຖິງຄວາມ​ຖືກຕ້ອງຂອງ​ເອກ​ກະສາ​ນ​ເຫຼົ່ານີ້​ເທື່ອ. ການພິມ​ເຜີຍ​ແຜ່ໃນ​ວັນ​ສຸກວານ​ນີ້​ ມີ​ຂຶ້ນພຽງ​ ​ສອງ​ມື້ກ່ອນ​ໜ້າການ​ໂຕ້ວາ​ທີ ປະທານາທິບໍດີເທື່ອ​ທີ​ສອງ ລະຫວ່າງ​ທ່ານ​ນາງ Clinton ​ແລະ​ຄູ່​ແຂ່ງ​ຂອງ​ທ່າ​ນ ຄື​ທ່ານ Donald Trump.

ຜູ້​ສະໝັກ​ພັກ​ເດ​ໂມ​ແຄຣັດຍັງ​ໄດ້​ຈົ່ມ​ວ່າ​ຢູ່​ໃນ​ບັນດາອີແມ​ລ ກ່ຽວ​ກັບລະບົບໂຄສະນາ​ຫາ​ສຽງ​ປະທານາທິບໍດີທີ່​ບັງຄັບ​ໃຫ້ບັນ​ດາ​ຜູ້​ສະໝັກ​ຊອກ​ຫາເງິນທຶນ​ໃນຈຳນວນ​ທີ່​ບໍ່​ໜ້າ​ເຊື່ອ​.
“ມັນ​ເປັນເລື້ອງໜ້າ​ຢາກຫົວ ​ທີ່​ພວກ​ເຮົາຕ້ອງ​ມີ​ຜົນ​ປະ​ໂຫຍ​ດທາງ​ດ້ານການ​ເງິນ​ທີ່​ບໍ່​ມີ​ຂອບ​ເຂດ​ຈຳກັດ​ແບບ​ນີ້” ນັ້ນຄື​ຄຳ​ເວົ້າຂອງທ່ານ​ນາງທີ່​ໄດ້​ກ່າວ​ຕໍ່​ກອງ​ປະຊຸມ​ຜູ້ນຳ​ໂລກ​ຂອງ​ບໍລິສັດ​ຈີ​ອີ ​ໃນ​ປີ 2014.

ທ່ານ Bernie Sanders ຜູ່​ທີ່​ໄດ້ລົງແຂ່ງຂັນກັບ​ທ່ານ​ນາງ Clinton ໃນການເລືອກ​ຕັ້ງ​ຂັ້ນ​ຕົ້ນ ​ເພື່ອເປັນ​ຜູ້​ສະໝັກຂອງ​ພັກ​ເດ​ໂມ​ແຄຣັດນັ້ນ ​ໄດ້​ຮຽກຮ້ອງ​ໃຫ້​ທ່ານ​ນາງ Clinton ເປີດ​ເຜີຍ​ຄຳ​ປາ​ໄສ​ຂອງ​ທ່ານ​ນາງ​ຕໍ່ບັນດາ​ບໍລິສັດ​ຫຼັກຊັບ Wall Street.

ມີ​ລາຍ​ງານ​ວ່າ ທ່ານ​ນາງ Clinton ໄດ້​ຮັບ​ເງິນ​ຫລາຍກວ່າ 20 ລ້ານ​ໂດ​ລາ​ໃນຄຳ​ປາ​ໄສ​ຂອງ​ທ່ານ​ນາງ​ຕໍ່ຫຼາຍໆ​ບໍລິສັດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ