ທ່ານນາງ Hillary Clinton ຈາກພັກເດໂມແຄຣັດ ແລະ ທ່ານ
Donald Trump ຈາກພັກຣີພັບບລີກັນໄດ້ເສີມຂະຫຍາຍການ
ໄດ້ຮັບຄະແນນສຽງສະໜັບສະໜູນຂອງພວກທ່ານ ເພື່ອໃຫ້ໄດ້
ຮັບການແຕ່ງຕັ້ງ ເປັນຜູ້ສະໝັກປະທານາທິບໍດີຂອງແຕ່ລະພັກ
ໂດຍຕ່າງກໍໄດ້ຮັບໄຊຊະນະຢູ່ໃນຫລາຍໆລັດໃນການປ່ອນບັດ
ທີ່ເອີ້ນວ່າ Super Tuesday ຊຶ່ງເປັນມື້ ສຳຄັນທີ່ສຸດ ໃນການ
ເລືອກຕັ້ງຂັ້ນຕົ້ນຂອງສະຫະລັດນັ້ນ.
ອະດີດລັດຖະມົນຕີການຕ່າງປະເທດ Clinton ໄດ້ຮັບໄຊຊະ
ນະທີ່ລັດTennessee, Alabama, Georgia, Arkansas,
Virginia, Texas ແລະລັດ Massachusetts. ສ່ວນຄູ່ແຂ່ງ
ຂອງທ່ານນາງ ຄືຜູ້ສະໝັກພັກເດໂມແຄຣັດທີ່ອຽງສັງຄົມນິຍົມ ທ່ານ Bernie Sanders
ໄດ້ຮັບໄຊຊະນະທີ່ລັດ Vermont, Oklahoma, Minnesota ແລະລັດ Colorado.
Your browser doesn’t support HTML5
Trump, Clinton Move Closer to Nominations with Big Super Tuesday Wins
ສ່ວນພັກຣີພັບບລີກັນ ທ່ານ Trump ໄດ້ຊະນະທີ່ລັດ Arkansas, Georgia, Alabama, Tennessee, Virginia, Vermont ແລະ Massachusetts. ສະມາຊິກສະພາສູງ Ted
Cruz ໄດ້ຮັບໄຊຊະນະຢູ່ທີ່ລັດ Texas,Oklahoma ແລະ Alaska. ສະມາຊິກສະພາສູງ
ຈາກລັດ Florida ທ່ານ Marco Rubio ໄດ້ຊະນະທີ່ລັດ Minnesota.
ການປ່ອນບັດ Tuesday Action
ຜົນຂອງການປ່ອນບັດເຫລົ່ານີ້ບໍ່ໄດ້ເປັນທີ່ແປກໃຈເລີຍ. ການຢັ່ງຫາງສຽງໄດ້ສະແດງໃຫ້
ເຫັນວ່າ ທ່ານ Trump ແລະທ່ານນາງ Clinton ມີຄະແນນສຽງນຳໜ້າ ຢ່າງຫຼວງຫຼາຍໃນການປ່ອນບັດໃນວັນ Super Tuesday ແລະຢູ່ໃນທົ່ວໄປະເທດ.
ໃນຄຳປາໄສຮັບເອົາໄຊຊະນະນັ້ນ ຜູ້ສະໝັກແຕ່ລະຄົນຕ່າງກໍໄດ້ເພັ່ງເລັງໃສ່ເລື່ອງອື່ນໆ
ແທນທີ່ຈະແມ່ນຄູ່ແຂ່ງໃນການເລືອກຕັ້ງຂັ້ນຕົ້ນຂອງພວກທ່ານ.
Your browser doesn’t support HTML5
Republican Super Tuesday Primary Results
ທ່ານນາງ Clinton ກ່າວຕໍ່ການໂຮມຊຸມນຸມຂອງທ່ານນາງ ຢູ່ທີ່ລັດຟລໍຣິດາວ່າ ອາເມຣິກາ
ບໍ່ເຄີຍຢຸດເຊົາ ໃນການເປັນປະເທດທີ່ຍິ່ງໃຫຍ່ເລີຍ ຊຶ່ງໝາຍເຖິງຄຳຂວັນ ໃນການໂຄສະ
ພາຫາສຽງຂອງທ່ານ Trump. ທ່ານນາງກ່າວຕື່ມວ່າ ພວກເຮົາຕ້ອງ ຊົດເຊີຍຄືນໃຫ້ອາເມ
ຣິກາ ໂດຍກ່າວຕື່ມວ່າສຳນວນຂອງພັກຣີພັບບລີກັນ ບໍ່ເຄີຍຕ່ຳໄປກວ່ານີ້.
ໃນຄຳປາໄສຂອງທ່ານ ຢູ່ທີ່ລັດຟລໍຣິດານັ້ນທ່ານ Trump ກໍຕອບໂຕ້ຄືນ. ທ່ານນາງຕ້ອງ
ຊົດເຊີຍຄືນໃຫ້ອາເມຣິກາ . ຂ້າພະເຈົ້າກຳລັງພະຍາຍາມຄິດຢູ່ວ່າແມ່ນກ່ຽວກັບຫຍັງແທ້.
ການເຮັດໃຫ້ອາເມຣິກາຍິ່ງໃຫຍ່ຄືນອີກ ຈະດີກວ່າຊົດເຊີຍຄືນໃຫ້ແກ່ອາເມຣິກາ.
Your browser doesn’t support HTML5
Democratic Super Tuesday Primary Results