ທ່ານນາງ Clinton ສືບຕໍ່ເຈລະຈາ ກັບເຈົ້າໜ້າທີ່ ປາກິສຖານ

  • ໄພສານ ວໍຣະຈັກ

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton (ຊ້າຍ) ແລະລັດຖະມົນຕີການຕ່າງປະ ເທດປາກິສຖານ ທ່ານນາງ Hina Rabbani Khar (21 ຕຸລາ 2011)

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ຮຽກຮ້ອງໃຫ້ປາກິສ
ຖານ ຢ່າໄດ້ໃຫ້ບ່ອນຫຼົບລີ້ແກ່ພວກກະບົດ ແລະຊຸກຍູ້ໃຫ້ພວກກະບົດຕາລີບານ ໃນອັຟກາ
ນິສຖານເປີດການເຈລະຈາສັນຕິພາບລຸນຫຼັງທີ່ໄດ້ສູ້ລົບກັນມາເປັນເວລາ 10 ປີແລ້ວ.

ທ່ານນາງ Clinton ກ່າວທີ່ນະຄອນອິສລາມາບັດໃນວັນສຸກມື້ນີ້ໃນລະຫວ່າງການຖະແຫຼງ ຂ່າວຮ່ວມກັບລັດຖະມົນຕີການຕ່າງປະເທດປາກິສຖານທ່ານນາງ Hina Rabbani Khar.

ທັງເຈົ້າໜ້າທີ່ສະຫະລັດແລະອັຟການິສຖານຕ່າງກໍໄດ້ກ່າວຫາອິສລາມາບັດວ່າໃຫ້ການສະ
ໜັບສະໜຸນແກ່ພວກກະບົດໃນອັຟການິສຖານຊຶ່ງເປັນຂໍ້ກ່າວຫາທີ່ລັດຖະບານປາກິສຖານ
ໄດ້ປະຕິເສດ. ນອກນັ້ນ ສະຫະລັດຍັງໄດ້ຊຸກຍູ້ໃຫ້ປາກິສຖານເປີດສາກບຸກໂຈມຕີທາງທະ
ຫານຕໍ່ພວກຫົວຮຸນແຮງຢູ່ໃນເຂດຊົນເຜົ່າ Waziristan ເໜືອ ຊຶ່ງມີລາຍງານວ່າເປັນຖານ ປະຕິບັດງານຂອງຕາໜ່າງຮັກການີທີ່ເປັນເຄືອຂ່າຍຂອງກຸ່ມກໍ່ການຮ້າຍອາລກາຍດານັ້ນ.

ທ່ານນາງ Clinton ພົບປະເປັນມື້ທີ 2 ກັບພວກເຈົ້າໜ້າທີ່ອະວຸໂສຂອງປາກິສຖານ ທີ່ນະ
ຄອນອິສລາມາບັດ. ທ່ານນາງໄດ້ຮ່ວມເດີນທາງໄປນຳຄະນະຜູ້ແທນຂະໜາດໃຫຍ່ຂອງສະ
ຫະລັດຮວມທັງຫົວໜ້າສືບລັບຊີໄອເອ ນາຍພົນ David Petraeus ແລະປະທານເສນາທິ
ການຮ່ວມຂອງກອງທັບສະຫະລັດນາຍພົນ Martin Dempsey ເພື່ອເຂົ້າຮ່ວມການເຈລະ
ຈາກັບພວກເຈົ້າໜ້າທີ່ປາກິສຖານ

ທຳນຽບຂອງນາຍົກລັດຖະມົນຕີປາກິສຖານ ທ່ານ Yousuf Raza Gilani ກ່າວໃນວັນ
ພະຫັດວານນີ້ວ່າ ການສົນທະນາຫາລືລະຫວ່າງເຈົ້າໜ້າທີ່ຂອງທັງສອງຝ່າຍໄດ້ດຳເນີນໄປ ດ້ວຍຄວາມຈິງໃຈແລະກົງໄປກົງມາ.

ທ່ານນາງ Clinton ໄດ້ເດີນທາງໄປຍັງປາກິສຖານ ລຸນຫຼັງການພົບປະກັບປະທານາທິບໍ
ດີອັຟການິສຖານ ທ່ານຮາມິດກາໄຊທີ່ນະຄອນຫຼວງກາບູລ.