ທ່ານນາງ Clinton ແລະທ່ານ Sanders ປະຊຸມກັນ ໃນທາງບວກ ຫຼັງຈາກສິ້ນສຸດ ການເລືອກຕັ້ງຂັ້ນຕົ້ນ

ຜູ້ສະໝັກປະທານາທິບໍດີ ພັກເດໂມແຄຣັດ ສະມາຊິກສະພາສູງ ຈາກລັດ Vermont ທ່ານ Bernie Sanders ແລະພັນຍາ ທ່ານນາງ Jane.

​ລະດູ​ການ​ໂຄສະນາ​ຫາ​ສຽງ​ເລື​ອກຕັ້ງປະທານາທິບໍດີຂັ້ນຕົ້ນ ​ໄດ້​ສິ້​ນສຸດ​ລົງ​ຢ່າງ​ເປັນ​ທາງ​ການ​ ໃນ​ວັນ​ອັງຄານ​ວານ​ນີ້ ​ໃນ​ຂະນະ​ທີ່​ທ່ານ​ນາງ Hillary Clinton ​ໄດ້ຊະນະທ່ານ Bernie Sanders ທີ່​ນະ​ຄອນ​ຫລວງວໍຊິງຕັນ ​ແລະ​ຜູ້​ສະໝັກ​ທັງ​ສອງ​ໄດ້​ຈັດ​ໃນ​ອັນ​ທີ່ພວກ​ທ່ານ​ຮ້ອງ​ວ່າ “​ການ​ສົນທະນາ​ໃນ​ທາງ​ບວກ” ​ທີ່​ວໍ​ຊິງ​ຕັນ.

ທ່ານ​ນາງ Clinton ​ແມ່ນ​ຜູ້ທີ່​ຈະ​ຖືກ​ສະ​ເໜີຂອງພັກ​ເດໂມ​ແຄຣັດ ພ້ອມທັງການ​ເລືອກ​ເອົາ​ທ່ານ​ນາງເປັນ​ທາງ​ການ ​ຄາດ​ວ່າ​ຈະ​ມີ​ຂຶ້ນ​ທີ່​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ ທີ່ນະຄອນ Philadelphia ໃນເດືອນ​ໜ້າ​ນີ້. ທ່ານ Sanders ​ຍັງ​ສືບ​ຕໍ່​ການ​ໂຄ​ສະນາ​ຫາ​ສຽງ​ຂອງ​ທ່ານ ​ເຖິງ​ແມ່ນ​ວ່າ ​ມີ​ຄະ​ແນນ​ເປັນ​ຮອງ​ ໃນ​ການ​ແຂ່ງຂັນ​ມາ​ເປັນ​ເວລາ​ຫລາຍ​ເດືອນ​ແລ້ວ ຊຶ່ງ​ໄດ້​ອະນຸຍາດ​ໃຫ້​ທ່ານ​ມີ​ອິດ​ທິພົນຈຳນວນ​ນຶ່ງ​ໃນ ການ​ກຳນົດ​ນະ​ໂຍບາຍ​ຂອງ​ພັກ.

​ທັງ​ສອງຝ່າຍ ​ໄດ້​ອອກຖະ​ແຫລງການ​ທີ່​ຄ້າຍຄື​ກັນ ຫລັງ​ຈາກ​ການ​ປະຊຸມໂດຍ ກ່າວ​ວ່າ ທ່ານ​ນາງ Clinton ​ແລະ​ທ່ານ Sanders ​ໄດ້​ສົນທະນາຫາ​ກ່ຽວ​ກັບ ບູລິ​ມະ​ສິດ​ທີ່ສຳຄັນ​ຕ່າງໆທີ່​ທັງ​ສອງ​ຝ່າຍ​ມີ​ຮ່ວມ​ກັນ​ເຊັ່ນ​ວ່າ ການຂຶ້ນເງິນ​ເດືອນ ປະຕິ​ຮູບ​ກົດໝາຍ​ການ​ເງິນໃນການ​ໂຄສະນາ​ຫາ​ສຽງ ​ແລະ​ເຮັດ​ໃຫ້​ຄ່າ​ຮຽນ​ຂັ້ນ​ມະຫາວິທະຍາ​ໄລ​ຖືກ​ລົງ​ເປັນ​ທີ່​ຈັບ​ຈ່າຍ​ໄດ້.

​ນອກ​ນັ້ນ ພວກເຂົາ​ເຈົ້າ​ຍັງ​ໄດ້​ເວົ້າ​ເຖິງ “​ໄພ​ຂົ່ມຂູ່​ທີ່ ທ່ານ Trump ​ມີ​ຕໍ່​ປະ​ເທດ​ຊາດ​ຂອງ​ພວກ​ເຮົາ.”

​ໃນ​ການເລືອກ​ຕັ້ງ​ຂັ້ນ​ຕົ້ນ ​ທີ່​ນະຄອນຫລວງວໍ​ຊິງ​ຕັນນັ້ນ ທ່ານ​ນາງ Clinton ​ໄດ້​ຊະນະ 78 ​ເປີ​ເຊັນ​ຂອງ​ການ​ປ່ອນ​ບັດ ທ່ານ Sanders ​ໄດ້​ 21 ​ເປີ​ເຊັນ. ນັ້ນໄດ້​ເຮັດໃຫ້ທ່ານ​ນາງ Clinton ​ໄດ້​ຮັບ​ຜູ້ຕາງໜ້າ 2,219 ຄົນ ​ແລະ​ທ່ານ Sanders ​ໄດ້ 1,832 ຄົນ. ທ່ານ​ນາງ Clinton ຍັງຂາດສຽງ​ສ່ວນ​ຫລາຍຈຳ​ນວນ 2,383 ຄົນ ທີ່​ຕ້ອງການ​ຢ່າງ​ເປັນ​ທາງ​ການ​ ຈຶ່ງ​ຈະໄດ້​ຮັບ​ການ​ສະ​ເໜີຊື່ ​ແຕ່​ວ່າ​ທ່ານນາງ​ໄດ້​ຮັບ​ການ​ສະໜັບສະໜູນ​ຂອງອັນ​ທີ່​ຮ້ອງ​ວ່າ ບັນດາ​ຜູ້ຕາງໜ້າ​ພິ​ເສດ ຫລື super delegates ຜູ້​ທີ່​ຈະ​ຊຸກຍູ້ທ່ານ​ນາງມີ​ຄະ​ແນນ​ສຽງ​ເກີນ​ກວ່າ ພຽງພໍ ​ຢູ່​ທີ່​ກອງ​ປະຊຸມໃຫຍ່ຂອງ​ພັກ.

​ກອງ​ປະຊຸມໃຫຍ່ຂອງ​ພັກ​ເດ​ໂມ​ແຄ​ຣັດຈະ​ເລີ້ມ​ແຕ່​ວັນ​ທີ 25 ຫາ 28 ​ເດືອນກໍ ລະ​ກົດ. ພັກຣີພັບ​ບລິ​ກັນຈະ​ຈັດ​ກອງ​ປະຊຸມໃຫຍ່​ເຂົາ​ເຈົ້າ​ແຕ່​ວັນ​ທີ 18 ຫາ 21 ​ເດືອນ​ກໍລະກົດ ຢູ່​ທີ່​ເມືອງ Cleveland.

ການ​ຢັ່ງ​ສຽງ​ໃໝ່​ຂອງ​ໂທລະພາບ NBC ​ແລະກາ​ນສຳ​ຫຼວດ SurveyMonkey ​ທີ່​ນຳ​ອອກ​ເຜີຍ​ແຜ່​ໃນ​ວັນ​ອັງຄານ​ວານ​ນີ້ິສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ​ນາງ Clinton ມີ​ຄະ​ແນນນຳ​ໜ້າ​ທ່ານ Trump 49​ ຕໍ່ 42 ​ເປີ​ເຊັນ.

ຊາວ​ອາ​ເມຣິກັນ​ຈະ​ປ່ອນ​ບັດ​ໃນ​ວັນ​ທີ 8 ​ເດືອນ​ພະຈິກຈະ​ມານີ້ ​ເພື່ອ​ເລືອກ​ເອົາ​ຜູ້ນຳ​ຄົນ​ຕໍ່​ໄປ​ແທນ​ທ່ານ Barack Obama ​ທີ່​ຈະອອກ​ຈາກ​ຕຳ​ແໜ່​ງໃນ​ເດືອນ ​ມັງກອນ ຫລັງ​ຈາກ​ໄດ້​ຮັບ​ໃຊ້​ຫລາຍ​ສຸດແປດ​ປີ​ຂອງ​ການ​ເປັນ​ປະທານາທິບໍດີ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Your browser doesn’t support HTML5

US Politics