ທ່ານນາງ Clinton ແລະທ່ານ Sanders ໂຕ້ວາທີກັນ ອີກເທື່ອນຶ່ງ

ສະມາຊິກສະພາສູງ Bernie Sanders (ຊ້າຍ) ພວມກ່າວຊີ້ແຈງ ໃນຂະນະທີ່ທ່ານນາງ Hillary Rodham Clinton ຮັບຟັງ ໃນລະຫວ່າງການໂຕ້ວາທີ ຂອງພັກເດໂມແຄຣັດ ທີ່ມະຫາວິທະຍາໄລ ວິສຄັນຊິນ ໃນເມືອງ Milwaukee.

​ສະໝັກ​ເປັນ​ປະທານາທິບໍດີ 2 ຄົນ​ຂອງ​ພັກ​ເດ​ໂມ​ແຄຣັດຄື​ອະ
ດີດ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ທ່າ​ນນາງ Hillary
Clinton ​ແລະ​ສະມາຊິກ​ສະພາສູງ​ ຈາກ​ລັດ Vermont ທ່ານ
Bernie Sanders ​ໄດ້​ໂຕ້​ວາທີ​ກັນອີກເທື່ອນຶ່ງໃນ​ແລງ​ວັນ​ພະ
ຫັດ​ວານນີ້ທີ່​ເມືອງ Milwaukee ​ໃນ​ລັດ Wisconsin ຂະນະ​
ທີ່ການ​ແຂ່ງຂັນເພື່ອ​ເຂົ້າ​ໄປ​ຄອບຄອງທຳນຽບຂາວ​ຂອງ​ພວກ
​ທ່ານ ກ້າວ​ເຂົ້າສູ່ບາດລ້ຽງ​ໃໝ່.

ທ່ານ​ນາງ Clinton ທີ່​ໄດ້​ມີ​ການ​ກ່າວ​ອ້າງ​ ມາ​ເປັນ​ເວລາ​ ນຶ່ງ​ປີ
ກ​ວ່າ​ແລ້ວ​ວ່າ​ເປັນ​ຜູ້​ສະໝັກ​ທີ່​ສຳຄັນສຸດຂອງ​ພັກ​ເດ​ໂມ​ແຄຣັດ
​ແລະ​ເກືອບ​ເປັນ​ທີ່ແນ່ນອນ​ແລ້ວ​ວ່າ ຈະ​ໄດ້​ຖືກ​ແຕ່ງຕັ້ງໃຫ້​ເປັນ
​ຜູ້ຕາງໜ້າ​ຂອງ​ພັກ.​ ​ແຕ່ວ່າ ທ່ານ​ນາງ​ໄດ້​ເອົາ​ຊະນະ ​ທ່ານ Sanders ຢ່າງ​ຫວຸດ​ຫວິດໃນ​
ການ​ປະຊຸມ​ຄັດ​ເລືອກ​ຂອງ​ພັກ​ທີ່​ລັດ​ໄອ​ໂອວາແລະ​ເສຍ​ໄຊ​ຢ່າງ​ບໍ່​ເປັນ​ທ່າ​ໃນການເລືອກ
ຕັ້ງຂັ້ນຕົ້ນ ທີ່​ລັດ New Hampshire.

ທ່ານ Sanders ທີ່​ປະກາດ​ຕົນ​ເອງ​ ເປັນ​ຜູ້​ສະໝັກ​ຫົວ​ສັງຄົມ​ນິຍົມ​ຂອງ​ພັກ​ເດ​ໂມ​ແຄຣັດ
ນັ້ນ ​ໄດ້​ຮັບ​ຄະ​ແນນ​ສຽງ​ສະໜັບສະໜຸນ​ຢ່າງ​ຫລວງຫຼາຍ ຈາກ​ພວກ​ຜູ້ມີ​ສິດ​ປ່ອນ​ບັດໜຸ່ມ
ນ້ອຍແລະ​ບໍ່​ສາມາດ​ທີ່​ຈະ​ຖື​ວ່າ​ເປັນ​ຜູ້​ສະໝັກທີ່ບໍ່ສຳຄັນອີກ​ຕໍ່​ໄປ​ແລ້ວ. ​ແຕ່​ມັນ​ກໍ​ຈະ​ເປັນ​
ການ​ທ້າ​ທາຍ​ສຳລັບ​ທ່ານທີ່​ຈະສືບ​ຕໍ່​ຮັກສາ​ແຮງກະຕຸກຊຸກ​ຍູ້ທີ່​ທ່ານ​ໄດ້​ຮັບໃນ​ການ​ໂຄສະ
ນາ​ຫາ​ສຽງ​ທີ່​ຍັງ​ອີກ​ໄກ​ຢູ່​ຂ້າງ​ໜ້າ.

​ໃນ​ວັນ​ພະຫັດ​ວານ​ນີ້ ທ່ານ​ນາງ Clinton ​ໄດ້​ຮັບ​ການ​ສະໜັບ​ສະໜຸນຈາກ​ກຸ່ມ​ການ​ເມືອງ
​ທີ່​ຊອກ​ຫາ​ເງິນ​ທຶນ​ໃຫ້ແກ່​ Black Caucus ທີ່​ຕາງໜ້າ​ໃຫ້​ບັນດາສະມາຊິກລັດຖະ​ສະພາ
ອາ​ເມຣິກັນ​ເຊື້ອສາຍ​ອາ​ຟຣິກາ​.

Your browser doesn’t support HTML5

US Politics