ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary
Clinton ກຳລັງເດີນທາງໄປຍັງຂົງເຂດອ່າວເປີເຊຍ ເພື່ອ
ຊອກຫາການສະໜັບສະໜູນຈາກບັນດາປະເທດອາຣັບ
ສໍາລັບການລົງໂທດຕໍ່ປະເທດອິຣ່ານ ຍ້ອນການເຄື່ອນ
ໄຫວດ້ານນີວເຄລຍຂອງອິຣ່ານນັ້ນ ແລະສົ່ງເສີມການ
ສະໜັບສະໜູນແກ່ລັດຖະບານຊຸດໃໝ່ຂອງອິຣັກ.
ໃນການເດີນທາງເປັນເວລາຫລາຍໆວັນໃນຄັ້ງນີ້ ລັດຖະ
ມົນຕີການຕ່າງ ປະເທດ Clinton ທີ່ໄດ້ເດີນທາງອອກ
ຈາກນະຄອນຫລວງວໍຊິງຕັນ ໃນແລງວັນເສົາວານນີ້ ຈະ
ໄປຢຸດແວ່ທີ່ສະຫະລັດອາຣັບ Emirates, ປະເທດ Oman ແລະ Qatar.
ພວກເຈົ້າໜ້າທີ່ກະຊວງການຕ່າງປະເທດສະຫະລັດເວົ້າວ່າ ທ່ານນາງຈະໄດ້ໂອ້ລົມກັບພວກຜູ້ນຳໃນອ່າວເປີເຊຍ ກ່ຽວກັບຄວາມຄາດຫວັງຂອງສະຫະລັດໃນ ການເຈລະຈາເລື້ອງອາວຸດນີວເຄລຍຮອບຕໍ່ໄປກັບອີຣ່ານ ທີ່ຈະຈັດຂຶ້ນໃນທ້າຍອາທິດໜ້ານີ້ ທີ່ນະຄອນ Istanbul. ພວກເຈົ້າໜ້າທີ່ດັ່ງກ່າວ
ຍັງໄດ້ເວົ້າອີກວ່າ ເຈົ້າໜ້າທີ່ການທູດອັນດັບສູງສຸດຂອງສະຫະລັດ ຍັງຈະໄດ້ສົນທະນາກ່ຽວ
ກັບວ່າ ເຮັດວິທີໃດຈຶ່ງຈະຊ່ວຍພວກປະເທດໃນເຂດອ່າວເປີເຊຍ ໃຫ້ສາມາດປະຕິບັດຕາມ
ການລົງໂທດຂອງສະຫະປະຊາຊາດຕໍ່ອິຣ່ານ ໄດ້ດີຂຶ້ນ.
ກ່ຽວກັບອີຣັກນັ້ນ ພວກເຈົ້າໜ້າທີ່ກະຊວງຕ່າງປະເທດສະຫະລັດເວົ້າວ່າ ລັດຖະບານວໍຊິງ
ຕັນຈະຊຸກຍູ້ໃຫ້ຫລາຍປະເທດຕື່ມຂຶ້ນ ໄປເປີດສະຖານທູດຢູ່ໃນນະຄອນຫລວງແບັກແດດ.