ລັດຖະມົນຕີຕ່າງປະເທດ ຄລິນຕັນ ຢ້ຽມຢາມ Ivory Coast (ເບິ່ງວີດີໂອ)

  • ສິງ ບູຣົມມະວົງ

ທ່ານນາງຮີນລາຣີ ຄລິນຕັນ ລັດຖະມົນຕີການຕ່າງປະເທດສະຫະລັດ ແລະປະທານາທິບໍດີ Alassane Dramane Ouattara ແຫ່ງ Ivory Coast ໃນກອງປະຊຸມຖະແຫລງຂ່າວຮ່ວມກັນ ທີ່ທໍານຽບປະທານາທິບໍດີ ທີ່ນະຄອນ Abidjan, Ivory Coast, ວັນທີ 17 ມັງກອນ 2012.

ທ່ານ​ນາງ​ຮີນ​ລາຣີ ຄລິນ​ຕັນ ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ​ກໍາລັງ​ຢ້ຽມຢາມ​ອາ
ຟຣິກາ​ຕາ​ເວັນ​ຕົກ ບ່ອນ​ທີ່ທ່ານ​ນາງ​ໄດ້​ພົບ​ປະກັບ​ທ່ານ Alassane Ouattara ຜູ້​ນໍາ​ປະ
ເທດ Ivory Coast ກ່ຽວ​ກັບ​ຄວາມພະຍາຍາມ​ຕ່າງໆ​ເພື່ອ​ໄກ່​ເກ່ຍ ຫລື​ສ້າງ​ຄວາມ​ປອງ​
ດອງ​ກ່ຽວ​ກັບ​ຄວາມແຕກ​ແຍກ​ກັນ​ທີ່ຍັງ​ຄົງ​ມີ​ຢູ່​ຈາກ​ວິ​ກິດ​ການ​ດ້ານ​ການ​ເມືອງ​ກ່ຽວ​ກັບ​ການ
ເລືອກ​ຕັ້ງ​ປະທານາທິບໍດີ​ໃນ​ປະ​ເທດ​ທີ່​ເປັນ​ບັນຫາ​ໂຕ້​ແຍ່ງ​ກັນ​ນັ້ນ.

ທ່ານ​ນາງຄລິນ​ຕັນ​ແລະ​ປະທານາທິບໍດີ Ouattara ​ໄດ້​ພົບ​ປະກັນ​ທີ່ ທໍານຽບປະທານາທິ
ບໍດີ​ໃນ​ນະຄອນ Abidjan ​ເພື່ອ​ທໍາ​ການ​ໂອ້​ລົມ​ສົນທະ​ນາ​ກັນ​ທີ່​ມີ​ວັດ​ຖຸປະສົງ​ ເພື່ອ​ເນ້ນ​
ເຖິງຄວາມ​ໝັ້ນໝາຍ​ຂອງ​ລັດຖະບານ​ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ ຕໍ່​ລັດຖະບານ​ປະ
ຊາທິປະ​ໄຕ​ໃນ Ivory Coast. ການ​ຢ້ຽມຢາມ Ivory Coast ຄັ້ງ​ທໍາ​ອິດ​ໂດຍ​ລັດຖະມົນ
ຕີ​ການຕ່າງປະ​ເທດ​ສະຫະລັດ​ໃນ​ຮອບ​ຫລາຍ​ກວ່າ 25 ປີຜ່ານມາ ມີ​ຂຶ້ນ​ໃນ​ຂະນະ​ທີ່​ປະທາ
ນາທິບໍດີ Ouattara ພວມ​ດໍາ​ເນີນ​ງານ​ເພື່ອນໍາພາ​ປະ​ເທດ​ໃຫ້​ເຂົ້າກັນ ຫລັງ​ຈາກ​ເກີດ​
ຄວາມ​ວຸ້ນວາຍ​ໃນ​ປີຜ່ານມາ ທີ່​ໄດ້​ໂຄ່ນ​ລົ້ມ​ອະດີດ​ປະທານາທິບໍດີ Laurent Gbagbo
ລົງ​ຈາກອໍານາດ ​ເວລາ​ທ່ານ​ບໍ່​ຍອມຮັບ​ຮູ້​ຜົນການ​ເລືອກ​ຕັ້ງທີ່ທ່າ​ນ Ouattara ເປັນ​ຜູ້​ໄດ້
ຮັບໄຊຊະນະນັ້ນ. ​ໃນ​ຂະນະ​ທີ່​ທ່ານ Gbagbo ກໍາລັງ​ປະ​ເຊີນ​ໜ້າ​ກັບ​ຂໍ້​ກ່າວ​ຫາ​ຕ່າງໆ​ໃນ​
ສານ​ອາຍາ​ລະຫວ່າງ​ຊາດ​ຢູ່​ນີ້ ປະທານາທິບໍດີ Ouattara ກ່າວ​ວ່າ ທ່ານ​ມີ​ຄວາມ​ໝັ້ນ
ໝາຍ​ທີ່ຈະ​ນໍາ​ເອົາທຸກໆ​ຄົນທີ່​ຮັບຜິດຊອບ​ໃນ​ການ​ສ້າງ​ຄວາມ​ວຸ້ນວາຍ​ຂຶ້ນໃນ​ລະຫວ່າງ​
ການ​ເລືອກ​ຕັ້ງນັ້ນມາ​ດຳ​ເນີນ​ຄະດີ ​ແມ່ນ​ແຕ່​ພວກ​ທີ່​ທໍາ​ການ​ຕໍ່ສູ້​ເພື່ອ​ທ່ານ​ນັ້ນ​.

ທ່ານ​ນາງຄລິນ​ຕັນ ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດກ່າວ​ວ່າ ອັນ​ນັ້ນ​ແມ່ນ​ຊ່ອງ​
ທາງ​ດຽວ​ເທົ່າ​ນັ້ນ​ ທີ່​ຈະນໍາ​ມາ​ຊຶ່ງ​ຄວາມ​ປອງ​ດອງ​ຊາດ​ໃນ Ivory Coast.

http://www.voanews.com/templates/widgetDisplay.html?id=137518068&player=article