ລມຕ ຕ່າງປະເທດສະຫະລັດ ຢ້ຽມຢາມປະເທດກຣີສ

  • ທອງປານ ເທບວົງສາ

ທ່ານນາງລັດຖະມົນຕີຕ່າງປະເທດສະຫະລັດ ຄລິນຕັນ ພົບປະກັບ ນາຍົກລັດຖະມົນຕີກຣີສ ທ່ານ George Papandreou ທີ່ນະຄອນຫລວງ Athens ເມື່ອວັນເສົາທີ່ 17 ເດືອນນີ້

ຂະນະນີ້ ທ່ານນາງ ຮິລແລຣີ ຄລິນຕັນ ລັດຖະມົນຕີຕ່າງປະເທດສະຫະລັດ ກໍາລັງຢູ່ໃນ ປະເທດກຣີສ ​ເພື່ອ​ທໍາການເຈລະຈາກັບພວກເຈົ້າໜ້າທີ່ ກຣີສເປັນເວລາສອງວັນ ຊຶ່ງຄາດ ວ່າ ຈະເພ່ງເລັງໃສ່ວິກິດການເສດຖະກິດ ຂອງກຣີສນັ້ນ.

ທ່ານນາງ ຄລິນຕັນ ມີ​ກໍານົດພົບປະກັບນາຍົກລັດຖະມົນຕີກຣີສ ທ່ານ George Papandreou ໃນວັນອາທິດມື້ນີ້. ເຈົ້າໜ້າທີ່ອາວຸໂສສະຫະລັດທ່ານນຶ່ງ ທີ່ເດີນທາງໄປ ກັບທ່ານນາງຄລິນຕັນ ກ່າວວ່າ ໃນລະຫວ່າງ ການພົບປະກັນກັບ​ພວກ​ເຈົ້າ​ໜ້າ​ທີ່​ກຣີສ ທີ່ ນະຄອນຫລວງ Athens ນັ້ນ ທ່ານນາງຈະຊຸກຍູ້ໃນທັງທາງ​ເປີດ​ເຜີຍແລະທາງສ່ວນຕົວ ​ໃຫ້​ຊາວ​ກຣີສ ສະໜັບສະໜຸນໂຄງການປະຢັດ​ຮັດ​ເຂັມຄັດຂອງນາຍົກລັດຖະມົນຕີ Panpandreou ທີ່ມີເປົ້າໝາຍ​ເພື່ອ​ໃຫ້​ໄດ້​ຮັບເງິນກູ້ຢືມສຸກເສີນເພີ່ມຕື່ມ ຈາກສະຫະພາບ ຢຸໂຣບ ແລະນານາຊາດ ​ເພື່ອ​ມາ​ກູ້​ເສດຖະກິດ​ຂອງ​ປະ​ເທດນັ້ນ.

ການພົບປະກັບພວກເຈົ້າໜ້າທີ່ຂັ້ນສູງກຣີສຂອງທ່ານນາງ ມີຂຶ້ນໃນຂະນະທີ່ກຣີສຕຽມການ ສໍາລັບກອງປະຊຸມສຸດຍອດສຸກເສີນໃນວັນພະຫັດອາທິດໜ້ານີ້ທີ່ນະຄອນຫລວງ Brussels ປະເທດເບລຢ້ຽມ ບ່ອນທີ່ພວກຜູ້ນໍາ ຂອງ 17 ​ປະ​ເທດທີ່ໃຊ້ເງິນຢູໂຣ ຈະພະຍາຍາມຫລໍ່​ຫລອມຂໍ້ຕົກລົງກັນ ກ່ຽວກັບເງິນກູ້​ຢືມງວດສອງ ສໍາລັບກຣີສນັ້ນ.

ທ່ານນາງ ຄລິນຕັນ ​ເດີນທາງ​ໄປ​ກຣີສ ຈາກ​ປະ​ເທດ​ເທີ​ກີ ​ແລະກ່ອນເສັດສິ້ນການຢ້ຽມ ຢາມ​ນະຄອນຫລວງ​ແອ​ງກາຣາ ເມື່ອວັນເສົາວານນີ້ ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ໄດ້ສະເໜີການສະໜັບສະໜຸນຂອງທ່ານນາງ ຕໍ່ ຄໍາຮຽກຮ້ອງຂອງ​ເທີ​ກີ ທີ່​ໃຫ້ທໍາການແກ້ໄຂ ບັນຫາຂໍ້ຂັດແຍ້ງທີ່ຍືດເຍື້ອ ມາເປັນເວລານານລະຫວ່າງ​ເທີ​ກີແລະ​ກຣີສ ກ່ຽວກັບເກາະ Cyprus ນັ້ນ.

ທ່ານນາງ ຄລິນຕັນ ມີໝາຍກໍານົດການຈະອອກເດີນທາງຕໍ່ໄປຍັງອິນເດຍ ວັນຈັນມື້ອື່ນນີ້.