ທ່ານຄຼິນຕັນ ປະກາດແຕ່ງຕັ້ງ ທ່ານໂອບາມາ ເປັນຕົວແທນ ພັກເດໂມແຄຣັທ (ສະໄລດ໌ກັບວີດີໂອ)

ທ່ານໂອບາມາ ກັບອະດີດປະທານາທິບໍດີ ບິລ ຄຼິນຕັນ ທີ່ກອງປະຊຸມຫຼວງພັກເດໂມແຄຣັທ ຕອນຄໍ່າວັນພຸດວານນີ້ ທີ່ເມືອງ Charlotte ລັດ North Carolina

ອະດີດ​ປະທານາທິບໍດີ ບິ​ລ ຄຼິນຕັນ ​ໄດ້​ປະກາດຢ່າງ​ເປັນ​ທາງ​ການ​ແຕ່ງ​ຕັ້ງ​ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ​ເປັນ​ຕົວ​ແທນ​ພັກ​ເດ​ໂມ​ແຄ​ຣັທສະໝັກ​ເລືອກ​ຕັ້ງ​ປະທານາທິບໍດີ​ຊຶ່ງ​ຈະ​ມີ​ຂຶ້ນໃນ​ເດືອນ​ພະຈິກ​ຕໍ່ໜ້າ​ນີ້ ​ໃນ​ລະຫວ່າງ​ການ​ກ່າວ​ຄໍາ​ປາ​ໄສ​ຜ່ານ​ທາງ​ໂທລະພາບ​ທົ່ວ​ປະ​ເທດ​ໃນ​ຄືນວັນ​ພຸດ​ວານ​ນີ້.

ທ່ານ ຄຼິນຕັນ ​ໄດ້​ຕໍາ​ໜີ​ຕິຕຽນ​ພັກຣີພັບ​ບລິ​ກັນ ​ໃນ​ລະຫວ່າງ​ການກ່າວຄຳ ປາ​ໄສ​ທີ່​ສໍາຄັນ​ຕໍ່​ກອງ​ປະຊຸມຫຼວງພັກ​ເດ​ໂມ​ແຄຣທ ຢູ່​ເມືອງ Charlotte ລັດ ​ແຄ​ໂຣ​ໄລ​ນາ ​ເໜືອ ​ໂດຍເອີ້ນ​ການ​ບັນ​ລະ​ຍາຍ​ຂອງ​ພັກຣີພັບ​ບລິ​ກັນ ນັ້ນ​ວ່າ ​ເປັນ​ທາງ​ເລືອກ​ໃນຈັກກະວານ​.

ທ່ານ ຄຼິນຕັນ​ເວົ້າ​ວ່າ: “ທີ່​ກອງ​ປະຊຸມ​ຢູ່ເມືອງ​ແທມປາ ພັກຣີພັບບລິກັນ ໄດ້​ໂຕ້​ແຍ້​ງຄັດ​ຄ້ານ​ຕໍ່ການ​ເລືອກເອົາປະທານາທິບໍດີ​ໂອ​ບາ​ມາ​ເຂົ້າຮັບ​ຕຳ ​ແໜ່​ງຕື່ມ​ອີກ​ເປັນ​ສະ​ໄໝ​ທີ​ສອງນັ້ນ ແທ້ໆ​ແລ້ວ​ແມ່ນ​ເວົ້າ​ແບບ​ງ່າຍໆ ​ແລະໄວວາ​ເກີນ​ໄປ ຄື​ພວກ​ເພີ່ນ​ເວົ້າ​ຂຶ້ນມາ ແບບທໍ​ານອງ​ນີ້: ພວກ​ເຮົາ​ໄດ້​ປະ​ຖິ້ມ​ຄາບ​ສົກ​ກະ​ປົກຄວາມບໍ່​ເປັນ​ລະບຽບວຸ້ນວາຍທັງ​ໝົດ​ໄວ້​ໃຫ້​ໂອ​ບາ​ມາ ​ແລະ​ລາວກໍ​ບໍ່​ທັນໄດ້​ຊໍາລະ​ສະ​ສາງ ໃຫ້​ໄດ້​ໄວ​ເທົ່າ​ທີ່​ຄວນ ​ເພາະສະ​ນັ້ນ​ ໄລ່​ລາວອອກເສຍ ​ແລະເອົາ​ພວກ​ເຮົາ​ເຂົ້າມາ​ແທນ”


ກອງ​ປະຊຸມຫຼວງພັກຣີພັບ​ບລິ​ກັນ​ທີ່​ເມືອງ​ແທມປາ ລັດ​ຟລໍຣິດາ​ເມື່ອ​ອາທິດ ຜ່ານ​ມາ ​ແມ່ນໄດ້​ເພ່ງ​ເລັງ​ໃສ່​ວ່າ ເປັນ​ຫຍັງສະຫະລັດ​ໄດ້​ຂີ້​ຮ້າຍລົງຫຼາຍ ໃນ​ປັດຈຸບັນ​ນີ້ ກວ່າເວລາ​ທີ່​ທ່ານ​ໂອ​ບາ​ມາ​ເຂົ້າກໍາ​ຕໍ​າ​ແໜ່​ງ​ໃນ​ຕົ້ນ​ປີ 2009 ຊຶ່ງ​ອະດີດ​ປະທານາທິບໍດີ ຄຼິນຕັນ​ ບໍ່​ເຫັນ​ພ້ອມ​ນໍາ​ເລຶ່ອງນີ້ ​ໂດຍ​ກ່າວ​ວ່າ

“​ເວລາ​ປະທານາທິບໍດີ​ໂອ​ບາ​ມາ​ເຂົ້າຮັບ​ຕໍາ​ແໜ່​ງ ​ສະພາບ​ການເສດຖະກິດ ​ແມ່ນ​ຕົກແບບ​ບໍ່​ສາມາດ​ຢຸດ​ໄດ້ ​ແລະ​ເຮັດ​ໃຫ້ຜົນ​ຜະລິດ​ລວມຫຼືຈີ​ດີ​ພີ​ຫົດ​ຕົວ​ລົງ​ 9.4 ​ເປີ​ເຊັນ​.​ ພວກ​ເຮົາ​ສູນ​ເສຍວຽກ​ເຮັດ​ງານ​ທຳ​ໄປ 750,000 ໜ້າ​ວຽກ​ຕໍ່​ເດືອນ ​ແລະ​ຄໍາ​ຖາມ​ກໍ​ມີ​ຢູ່ວ່າ ພວກ​ເຮົາ​ດີ​ຂຶ້ນກວ່າ​ເກົ່າ​ບໍ່​ໃນ​ປັດຈຸບັນ​ນີ້? ຄໍາ​ຕອບ​ກໍ​ຄືແມ່ນ​ແລ້ວ ດີ​ຂຶ້ນກວ່າ​ເກົ່າ.

ປັດຈຸບັນ​ ທ່ານ​ຄຼິນຕັນ ຍັງ​ໄດ້​ຮັບ​ຄວາມ​ນິຍົມ​ສູງ​ຢູ່​ຈາກ​ຊາວ​ອະ​ເມ​ຣິກັນ​ທັງ ຫຼາຍທີ່​ຄິດ​ເຖິງ​ຄວາມຈະ​ເຣີນຮຸ່ງ​ເຮືອງ​ທາງ​ເສດຖະກິດ​ ໃນ​ລະຫວ່າງ​ການ ດໍາລົງ​ຕໍາ​ແໜ່​ງ​ເປັນປະທານາທິບໍດີ​ສອງ​ສະ​ໄໝ​ຂອງ​ທ່ານ ​ໃນ​ຊຸມ​ປີ 1990 ນັ້ນ. ປະທານາທິບໍດີ​ໂອ​ບາ​ມາ ​ໄດ້​ຂຶ້ນມາຮ່ວມ​ກັບ​ທ່ານ​ຄຼິນຕັນ ຫຼັງຈາກ ທ່ານ​ກ່າວ​ຄໍາ​ປາ​ໄສ​ຈົບ​ລົງ​ແລ້ວ.

ກອງ​ປະຊຸມຫຼວງພັກ​ເດ​ໂມ​ແຄຣັທ ​ແນ​ເປົ້າໝາຍ​ໂຈມ​ຕີ​ປະວັດ​ຂອງທ່ານ​ມິດ ຣອມນີ ​ຜູ້​ສະໝັກ​ເປັນ​ປະທານາທິບໍດີຂອງ​ພັກ​ຣີພັບ​ບລິ​ກັນນັ້ນວ່າ ​ເປັນ​ນັກທຸລະກິດ ຊຶ່ງ​ທ່ານ​ຄຼິນຕັນເອີ້ນວ່າ ​ເຫັນ​ແກ່ແຕ່​ເງິນ​ “sterling” ​ເມື່ອ​ຕົ້ນ​ປີ​ນີ້.