ທ່ານນາງ Clinton ເລືອກເອົາ ທ່ານ Tim Kaine ເປັນຮອງປະທານາທິບໍດີ ຮ່ວມກັບ ທ່ານນາງ

ຜູ້ສະໝັກເປັນປະທານາທິບໍດີ ສະຫລັດ ທ່ານ Hillary Clinton ແລະສະມາຊິກສະພາສູງ ຈາກລັດເວີຈີເນຍ ທ່ານ Tim Kaine.

ຜູ້​ສະໝັກ​ເປັນປະທານາ​ທິບໍດີພັກ​ເດ​ໂມ​ແຄຣັດ ທ່ານ​ນາງ Hillary Clinton ​ໄດ້​ເລືອກ​ເອົາ​ສະມາຊິກ​ສະພາ​ສູງ ຈາກ​ລັດ Virginia ທ່ານ Tim Kaine ​ລົງສະໝັກເປັນ​ຮອງ​ປະທານາ ທິບໍດີ ​ຮ່ວມ​ກັບທ່ານ​ນາງ.

ທ່ານ Kaine ​ເປັນນັກ​ການ​ເມືອງ​ທີ່​ມີ​ປະສົບ​ການ​ຂອງພັກ​ເດ​ໂມ​ແຄຣັດ ທີ່​ອະທິ​ບາຍກ່ຽວ​ກັບໂຕ​ທ່ານ​ເອງ​ວ່າ “ບໍ່​ມີ​ຄວາມຕື່ນ​ເຕັ້ນ.” ນອກ​ນັ້ນ ທ່ານ​ຍັງ​ເປັນ​ບຸກຄົນ​ນິຍົມ​ແນວທາງ ປານ​ກາງ ຊຶ່ງ​ອາດ​ມີ​ໂອກາດ ​ທີ່​ຈະ​ດືງດູດ​ເອົາ​ບັນດາ​ຜູ້​ມີ​ສິດ ປ່ອນ​ບັດ ທີ່​ບໍ່​ເຫັນ​ພ້ອມ​ກັບ​ທ່ານ Donald Trump ​ແລະ​ບັນດາ​ຜູ້​ທີ່​ມີ​ຄວາມ​ຍາກ​ລຳບາກ​ ທີ່​ຈະໃຫ້ການ​ສະໜັບສະ ໜຸນແກ່ທ່າ​ນນາງ Clinton ຢ່າງ​ເຕັມທີ່ນັ້ນ.

ທ່ານ​ນາງ Clinton ກ່າວ​ຕໍ່​ໂທລະພາບ CBS ວ່າ “ທ່ານ​ບໍ່​ເຄີ​ຍ​ເສຍໄຊ​ໃນ​ການ​ເລືອກ​ຕັ້ງ. ທ່ານໄດ້ເປັນ​ເຈົ້າຄອງ​ກຳ​ແພງ​ເມືອງລະດັບ​ໂລກ ​ເປັນຜູ້​ປົກຄອງ​ລັດ ​ແລະ​ສະມາຊິກ​ສະ ພາ​ສູງ ​ແລະ​ເປັນ​ນຶ່ງ​ໃນບັນດາ​ສະມາຊິກ​ສະພາ​ສູງ ​ທີ່ໄດ້​ຮັບ ການ​ເຄົາລົບທີ່​ສຸດ ​ເທົ່າທີ່​ຂ້າພະ​ເຈົ້າ​ຮູ້.”

ທ່ານ Kaine ​ໄດ້​ສົ່ງ​ຂໍ້ຄວາມ​ຜ່ານ​ທາງ Twitter ວ່າ ທ່ານຮູ້ສຶກເປັນ​ກຽດທີ່​ໄດ້​ຖືກ​ເລືອກ ແລະ​ທ່ານ “ອົດລໍຖ້າ​ບໍ່​ໄດ້​ທີ່​ຈະ​ອອກ​ໄປ​ໂຄສະນາ​ຫາ​ສຽງ” ​ໃນ​ວັນ​ເສົາ​ມື້​ນີ້​ທີ່​ນະ​ຄອນ Miami. ​ເປັນ​ທີ່​ຄາດກັນ​ວ່າ​ທ່ານຈະ​ປາກົດ​ໂ​ຕຮ່ວມກັບ​ທ່ານ​ນາງ Clinton ຢູ່​ໃນ​ການໂຄສະນາຫາ​ສຽງ ​ທີ່ມະຫາວິທະຍາ​ໄລ Miami​.

ທ່ານ Kaine ອາຍຸ 58 ປີ ​ເກີດ​ຢູ່​ລັດ Minnesota ​ແລະ​ຈົບ​ການ​ສຶກສາ​ເປັນ​ທະນາ​ຍຄວາ​ມ ຈາກ​ມະຫາວິທະຍາ​ໄລ Havard​. Harvard ແມ່ນ​ໂຮງຮຽນ​ກົດໝາຍ​ດຽວ​ກັນ​ກັບທີ່ ປະທານາທິບໍດີ Barack Obama ​ໄດ້​ຮຽນຈົບ​ອອກ​ມາ.

​ແຕ່​ວ່າ ທ່ານ Kaine ​ໄດ້​ຢຸດ​ຮຽນເປັນ​ເວລາ​ນຶ່ງ​ປີ ທີ່ Havard ​ເພື່ອ​ເຮັດ​ວຽກໃຫ້​ແກ່​ຄະນະ​ສອນ​ສາສະໜາ Catholic ​ແລະເປັນ​ນາຍຄູ​ສອນ​ຢູ່ທີ່​ປະ​ເທດ Honduras.

Your browser doesn’t support HTML5

Clinton Chooses Virginia Senator Tim Kaine as Vice Presidential Running Mate

ອີງຕາມ​ປະ​ຊີວະ​ປະຫວັດຂອງ​ທ່ານ​ແລ້ວ ທ່ານ Kaine ​ໄດ້​ໄປ​ສັ​ງ​ເກດ​ເບິ່ງ​ຄວາມທຸກ​ຈົນ​ຢ່າງ​ໃກ້ຊິດ​ຢູ່ອາ​ເມຣິກາ​ກາງ ​ແລະ​ໄດ້ພົບ​ເຫັນໃນ​ສິ່ງທີ່​ທ່ານ​ສາ ມາດ​ເຮັດ​ໄດ້​ໃຫ້​ແກ່​ຊີ​ວິ​ດມະນຸດ. ກ່າວ​ກັນ​ວ່າ ການໃຊ້​ເວລາ​ຂອງ​ທ່ານ​ຢູ່​ທີ່​ນັ້ນ​ ​ໄດ້​ຊ່ວຍ​ປະກອບ​ການ​ສະໜັບສະ ໜູນ​ຂອງ​ທ່ານ ​ຕໍ່ການຂໍ​ສັນ​ຊາດ​ຂອງ​ພວກ​ຄົນ​ເຂົ້າ​ເມືອງທີ່​ບໍ່​ມີ​ເອກ​ກະສາ​ນຢູ່ໃນ​ສະຫະ ລັດ ອັນ​ເປັນ​ທ່າ​ທີ ​ທີ່ມີ​ທ່າ​ທາງ​ວ່າ ​ຈະ​ດືງດູດ​ເອົາບັນດາ​ຜູ້ມີ​ສິດ​ປ່ອນ​ບັດ​ທີ່​ເ​ປັນ​ຊາວ​ລາ​ຕິນອາ​ເມຣິກັນ.

ທ່ານ Kaijne ​ໄດ້​ເລີ້ມອາຊີບທາງ​ການ​ເມື​ອງ ​ໂດຍ​ການ​ເປັນ​ສະມາຊິກ​ສະພາ ເທດສະ ບານ​ທີ່​ເມືອງ Richmond ລັດ Virginia ​ໃນ​ປີ 1994. ຕໍ່​ມາ​ທ່ານ​ໄດ້​ຖືກ​ເລືອກ​ເປັນເຈົ້າ ຄອງ​ກຳ​ແພງ​ ​ໄດ້​ຖືກ​ເລືອກ​ເປັນ​ຮອງ​ຜູ້ປົກຄອງ​ລັດ Virginia ​ໃນ​ປີ 2002 ​ແລະ​ໄດ້​ຮັບ ​ຕຳ​ແໜ່​ງຜູ້​ປົກຄອງ​ລັດ​ໃນ​ປີ 2006.

ກ່ອນຖືກ​ເລືອກ​ເປັນ​ສະມາຊິກ​ສະພາ​ສູງ​ສະຫະລັດ ​ໃນ​ປີ 2012 ທ່ານ Kaine ​ໄດ້ເປັນ​ປະທານ​ຄະນະ​ກຳມະການ​ພັກ​ເດ​ໂມ​ແຄ​ຣັດ​ແຫ່ງ​ຊາດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ