ລມຕ ຕ່າງປະເທດ ສະຫະລັດ ຈະຢ້ຽມຢາມ ສປປ ລາວ ຄັ້ງປະຫວັດສາດ (ວີດີໂອ)

  • ໄພສານ ວໍຣະຈັກ

ທ່ານນາງ Hillary Clinton ລັດຖະມົນຕີການຕ່າງປະເທດສະຫະລັດ ຈະເດີນທາງໄປຢ້ຽມຢາມ ສປປ ລາວຄັ້ງປະຫວັດ ສາດ

ທ່ານ​ນາງ Hillary Clinton ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດເດີນທາງໄປ​ຍັງ​ກຸງ​ປາຣີ ​
ແລະ​ຫຼັງຈາກ​ນັ້ນ ກໍ​ຈະ​ເດີນທາງ​ຕໍ່ ​ໄປ​ຢ້ຽມຢາມ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ ​ເພື່ອ​ເຂົ້າຮ່ວມ​ກອງ
​ປະຊຸມ​ກ່ຽວ​ກັບ​ຊີ​ເຣຍ​ແລະ​ອັຟກາ​ນິສຖານ ກ່ອນຈະ​ຢ້ຽມຢາມ ສປປ ລາວຄັ້ງປະຫວັດສາດ.

ທ່ານ​ນາງ Clinton ​ໄດ້​ເດີນທາງ​ໄປ​ເຖິງ​ກຸງ​ປາຣີ​ໃນ​ວັນ​ພະຫັດ​ ວານ​ນີ້ ບ່ອນ​ທີ່​ທ່ານ​ນາງເຂົ້າ
ຮ່ວມ​ກອງ​ປະຊຸມ​ເພື່ອນ​ມິດ​ຂອງ​ປະຊາຊົນ​ຊາວ​ຊີ​ເຣຍ ​ຄັ້ງທີ 3 ຊຶ່ງ​ເປັນ​ກຸ່ມ​ປະ​ເທດ​ທີ່ຕິດ​ຕໍ່​ປະ
ສານ​ງານ​ໂດຍ​ຫວັງ​ວ່າ​ ຈະ​ພົບ​ຊ່ອງ​ທາງ​ແກ້​ໄຂ​ຕໍ່ບັນຫາ​ຄວາມ​ຮຸນ​ແຮງ​ຢູ່​ໃນ​ຊີ​ເຣຍ. ກະຊວງ
ການ​ຕ່າງປະ​ເທດ​ສະຫະລັດ​ກ່າວ​ວ່າ ທ່ານ​ນາງ​ໄດ້​ປຶກສາ​ຫາລືກັບພວກ​ຄູ່​ຮ່ວມ​ງານ​ໃນ​ການ
​ເອົາ​ບາດກ້າວ​ຕ່າງໆ ​ເພື່ອ​ເພີ່ມ​ຄວາມ​ກົດ​ດັນ​ ຕໍ່​ປະທາ​ນາ​ທິບໍດີ​ຊີ​ເຣຍ ທ່ານ Bashar al-
Assad ​ແລະ​ສະໜັບສະ​ໜຸນ​ການ​ດຳ​ເນີນ​ຄວາມ​ພະຍາຍາມ​ຂອງ​ນາໆ​ຊາດ​ ເພື່ອ​ຍຸຕິ​ຄວາມ​
ຮຸນ​ແຮງ​ ​ແລະ​ຈັດ​ໃຫ້​ມີ​ການ​ໂອນ​ອຳນາດ​ທາງ​ການ​ເມືອງ ຢູ່​ໃນ​ຊີ​ເຣຍ.

ນອກ​ນັ້ນ​ແລ້ວ​ຍັງ​ເປັນ​ທີ່​ຄາດ​ກັນ​ວ່າທ່ານ​ນາງ​ຈະ​ໄດ້​ປຶກສາ​ຫາລືກ່ຽວ​ກັບ​ຄວາມ​ວິຕົກ​ກັງວົນ​
ອື່ນໆ ກັບ​ພວກ​ຜູ້ນຳ​ຂອງຝຣັ່ງ ​ແລະ​ປະທານາທິບໍດີ​ປາ​ແລ​ສຕາຍ​ນ໌ ທ່ານ Mahmoud Ab-
bas ​ເລື່ອງ​ຄວາມ​ສຳພັນ​ກັບ​ອິສຣາ​ແອ​ລ.

ຈາກ​ນັ້ນ ລັດຖະມົນຕີ​ການ​ຕ່າງປະ​ເທດ Clinton ກໍ​ຈະ​ເດີນທາງ​ໄປ​ຍັງ​ກຸງ​ໂຕ​ກຽວ ​ເພື່ອ​ເຂົ້າ
ຮ່ວມ​ກອງ​ປະຊຸມ​ກ່ຽວ​ກັບ​ອັຟກາ​ນິສຖານບ່ອນ​ທີ່​ທ່ານ​ນາງ​ຈະ​ໃຫ້ການ​ຢືນຢັນ​ອີກ​ຄັ້ງນຶ່ງ​ເຖິງ
ຄວາມ​ໝາຍ​ໝັ້ນອັນຍືນ​ຍາວຂອງ​ສະຫະລັດຕໍ່​ປະຊາຊົນ​ອັຟກາ​ນິສຖານ.

ບ່ອນ​ຢຸດ​ແວ່ຂັ້ນຕໍ່​ໄປ ​ໃນ​ການ​ຢ້ຽມຢາມ​ ຂອງ​ທ່ານ​ນາງ ​ແມ່ນ​ຮວມທັງ​ປະ​ເທດມົງ​ໂກ​ເລຍ ​ໃນ
​ວັນ​ທີ 9 ກໍລະກົດ ປະ​ເທດ​ຫວຽດນາມນຶ່ງ​ມື້ຫຼັງຈາກ​ນັ້ນແລະ​ໃນ​ມື້ວັນພຸດ​ສັບປະດາ​ໜ້າທ່ານ
​ນາງ​ຈະ​ເດີນທາງ​ໄປ​ເຖິງ​ນະຄອນຫຼວງວຽງ​ຈັນ​ ຂອງ​ລາວ ​ເຮັດ​ໃຫ້​ທ່ານ​ນາງ ​ເປັນ​ລັດຖະມົນຕີ​
ການ​ຕ່າງປະ​ເທດ​ສະຫະລັດ​ຄົນ​ທຳ​ອິດ ​ເດີນທາງ​ໄປ​ຢ້ຽມຢາມ​ລາວ ​ໃນຮອບ 57 ປີ.

ລັດຖະມົນຕີ​ການ​ຕ່າງປະ​ເທດ Clinton ມີ​ກຳນົດ​ ຈະ​ພົບ​ປະ​ກັບ​ທ່ານ​ທອງ​ສິງ ທຳ​ມະ​ວົງ ນາ
ຍົກລັດ​ຖະມົນຕີ​ຂອງ​ລາວ​ແລະ​ພວກ​ເຈົ້າໜ້າ​ທີ່ອະ​ວຸ​ໂສ​ຄົນ​ອື່ນໆເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ບັນ
ຫາຕ່າງໆ ລະຫວ່າງສອງ​ຝ່າຍ ​ແລະບັນຫາລະດັບ​ພູມີພາກ ຮວມທັງ​ຂໍ້​ລິ​ເລີ່​ມ​ເຂດ​ລຸ່ມ​ແມ່​ນໍ້າ
ຂອງ ​ແລະ​ຄວາມ​ພະຍາຍາມ​ເພື່ອ​ຮວມໂຕຂອງ​ສະມາຄົມ​ອາ​ຊ່ຽນ.

ເບີ່ງວີດີໂອກ່ຽວຂ້ອງ