ເບິ່ງຄືວ່າຂັ້ນຕອນໃນການສະເໜີຊື່ຜູ້ສະໝັກຂອງພັກເດໂມແຄຣັດ ແລະພັກຣີພັບບລິກັນ ບໍ່ເປັນທີ່ຄຶກຄື້ນພໍ ແຕ່ການແຂ່ງຂັນ ເປັນປະທານາທິບໍດີສະຫະລັດຄົນຕໍ່ໄປ ກຳລັງເພີ້ມ ຄວາມດຸເດືອດຂຶ້ນ ຊຶ່ງບັດນີ້ ພັກທັງສອງໄດ້ເລືອກເອົາທ່ານນາງ Hillary Clinton ແລະ ທ່ານ Donald Trump ເປັນຜູ້ລົງແຂ່ງຂັນ ຂອງຕົນແລ້ວ.
ບັນດາຜູ້ຕາງໜ້າພັກເດໂມແຄຣັດແຫ່ງຊາດ ພາກັນຮ້ອງໂຮສະໜັບສະໜູນ ຢູ່ທີ່ກອງປະຊຸມໃຫຍ່ ພັກເດໂມແຄຣັດ.
ທັງທ່ານນາງ Clinton ແລະ ທ່ານ Trump ໄດ້ໃຊ້ເວລາປະມານນຶ່ງປີ ເພື່ອເພັ່ງເລັງໃສ່ບັນດາຜູ້ມີສິດປ່ອນບັດ ຜູ້ທີ່ມີຄວາມຮູ້ສຶກຢ່າງແຮງກ້າພຽງພໍ ກ່ຽວກັບພັກ ເພື່ອລົງທະບຽນໃນນາມພັກເດໂມແຄຣັດ ຫລືຣີພັບບລິກັນ. ແຕ່ວ່າບັນ ດາຜູ້ມີສິດປ່ອນບັດໃນຈຳນວນເພີ້ມຂຶ້ນ ໄດ້ປະກາດຕົນເອງວ່າ ເປັນຜູ້ປ່ອນບັດທີ່ບໍ່ສັງກັດພັກແທນທີ່ຈະເຂົ້າຂ້າງພັກໃດພັກນຶ່ງທີ່ເຮັດໃຫ້ເຂົ້າເຈົ້າເປັນເປົ້າໝາຍ ໃຫຍ່ທີ່ສຸດສຳລັບການປ່ອນບັດເລືອກຕັ້ງໃນວັນທີ 8 ເດືອນພະຈິກຈະມາເຖິງນີ້.
ຜູ້ຖືກສະເໜີເປັນຮອງປະທານາທິບໍດີ ທ່ານ Tim Kaine ແລະຜູ້ຖືກສະເໜີເປັນປະທານາທິບໍດີ ພັກເດໂມແຄຣັດ ທ່ານນາງ Hillary Clinton.
ພາລະກິດທີ່ສຳຄັນ ສຳລັບທັງທ່ານນາງ Clinton ແລະທ່ານ Trump ກໍຄືການຊັກຊວນບັນດາຜູ້ໃຫ້ເງິນຊ່ວຍເຫລືອຢ່າງພຽງພໍ ໃນການໃຊ້ຈ່າຍສຳລັບການໂຄ ສະນາຫາສຽງຂອງພວກເຂົາເຈົ້າ.
ທ່ານນາງ Penny Lee ນັກຍຸດທະສາດ ພັກເດໂມແຄຣັດກ່າວຕໍ່ ວີໂອເອ ວ່າ “ມັນສຳຄັນທີ່ສຸດຕໍ່ການໃຫ້ທຶນເພື່ອປະຕິບັດງານທາງພາກພື້ນດິນ” ການໂຄສະນາຫາສຽງຕ້ອງການ “ຈ່າຍພວກພະນັກງານຢູ່ໃນຫລາຍໆລັດເຫລົ່ານີ້ເພື່ອຈະສາມາດຈັດຕັ້ງໄດ້” ນອກເໜືອໄປກວ່ານັ້ນເຂົາເຈົ້າຕ້ອງໄດ້ຈ່າຍຄ່າໂຄສະນາການເມືອງ. “ການໃຊ້ສື່ມວນຊົນລ້າໃນການໂຄສະນາຫາສຽງປະທານາທິບໍດີ ແມ່ນງ່າຍກວ່າການແຂ່ງຂັນຂອງສະມາຊິກສະພາຫລືອື່ນໆ ແຕ່ທ່ານຕ້ອງການປຸກລະດົມໃຫ້ພວກສະໜັບສະໜຸນຂັ້ນພື້ນຖານອອກໄປປ່ອນບັດ.”
ຜູ້ສະໝັກເປັນປະທານາທິບໍດີ ທ່ານ Donald Trump ຊີ້ມືໃສ່ບັນດາຜູ້ສະໜັບສະໜູນ.
ຂໍ້ມູນຫລ້າສຸດຈາກ ຄະນະກຳມາທິການເລືອກຕັ້ງລັດຖະບານກາງ ໄດ້ສະແດງໃຫ້ເຫັນວ່າ ການໂຄສະນາຫາສຽງຂອງທ່ານນາງ Clinton ທີ່ເລີ້ມໃນເດືອນກໍລະກົດ ດ້ວຍຈຳນວນເງິນ 44 ລ້ານໂດລາຢູ່ໃນທະນາຄານ ປຽບທຽບໃສ່ 20 ລ້ານໂດລາຂອງທ່ານ Trump. ທ່ານນາງ Clinton ຍັງໄດ້ໃຊ້ຈ່າຍເງິນຫລາຍ ກວ່າທ່ານ Trump ຄື 230 ລ້ານໂດລາ ຕໍ່ 71 ລ້ານໂດລານັບແຕ່ການເລືອກຕັ້ງເລີ້ມມາ.
ຜູ້ສະໝັກປະທານາທິບໍດີ ພັກ Libertarian ທ່ານ Gary Johnson ກ່າວຕໍ່ຜູ້ສະໜັບສະໜູນ.