ຜູ້ທີ່ເຂົ້າຮ່ວມ ກອງປະຊຸມ ປຶກສາຫາລືກັນ ກ່ຽວກັບ ການຟື້ນຟູ ແຫລ່ງນ້ຳ ໃຫ້​ເຂົ້າສູ່​ສະພາບ​ເດີມ

ໂລກໃຫຍ່ ສະແດງໃຫ້ເຫັນພາບວີດີໂອ ການຈຳລອງເຫດການ ກ່ຽວກັບການປ່ຽນແປງ ຢ່າງກວ້າງຂວາງ ຂອງຂົ້ວໂລກໃຕ້ ໃນລະຫວ່າງກອງປະຊຸມ COP21 ຂອງ ສປຊ ກ່ຽວກັບການປ່ຽນແປງ ຂອງດິນຟ້າອາກາດ, ໃນເມືອງ Le Bourget, ນອກນະຄອນ Paris, ວັນທີ 1 ພະຈິກ 2015.

ບັນດາຜູ້ທີ່ເຂົ້າຮ່ວມກອງປະຊຸມສຸດຍອດ ກ່ຽວກັບການປ່ຽນແປງ
ຂອງດິນຟ້າອາກາດ ຂອງອົງການສະຫະປະຊາຊາດ ຢູ່ນອກນະ
ຄອນປາຣີ ແມ່ນກຳລັງປຶກສາຫາລືກັນຢ່າງຫ້າວຫັນ ໃນວັນພຸດ
ມື້ນີ້ ເພື່ອສຳ​ຫຼວດເບິ່ງຜົນກະທົບຂອງໄພພິບັດທຳມະຊາດ ທີ່​ມີ
ຕໍ່ປະຊາກອນຂອງໂລກ ຜູ້ທີ່ມີຄວາມສ່ຽງຫຼາຍທີ່ສຸດ.

ອົງການສະຫະປະຊາຊາດ ຫຼື UN ​ໃຫ້​ຂໍ້​ສັງ​ເກດວ່າ ໃນຊ່ວງໄລ
ຍະ 30 ປີຜ່ານມາ 1 ໂດລາ ຂອງທຸກ 3 ໂດລາ ທີ່ໃຊ້ຈ່າຍ​ໃນ
ການພັດ ທະນາແມ່ນໄດ້ສູນເສຍໄປ ອັນເປັນຜົນ​ເນື່ອງ​ມາ​ຈາກ
ວິກິດການ ທີ່ເກີດຂຶ້ນຊ້ຳແລ້ວຊ້ຳອີກ ທີ່ເຮັດໃຫ້ມີການສູນເສຍ
ເງິນ 3 ພັນ 8 ຮ້ອຍ ຕື້ໂດລາ ​ໃນທົ່ວໂລກ. UN ຍັງກ່າວອີກວ່າ ໄພພິບັດທຳມະຊາດສົ່ງຜົນກະທົບ ບໍ່ພຽງແຕ່ຕໍ່ເສດຖະກິດເທົ່ານັ້ນ ແຕ່ຍັງສົ່ງຜົນກະທົບ
ຕໍ່ສັງຄົມ ແລະ ສະພາບແວດລ້ອມນຳດ້ວຍ ທີ່​ໄດ້​ສ້າງ​ຄວາມ​ກະທົບກະ​ເທືອ​ນ ຕໍ່ປະຊາຊົນ
217 ລ້ານຄົນ ​ໃນທຸກໆປີ.

ປະທານາທິບໍດີ ບາຣັກ ໂອບາມາ ກ່າວຖະແຫລງ ໃນລະຫວ່າງກອງປະຊຸມ ຖະແຫລງຂ່າວ ຢູ່ນອກກອງປະຊຸມສຸດຍອດ ກ່ຽວກັບສະພາບອາກາດ ຂອງ ສປຊ ໃນນະຄອນປາຣີ, ວັນທີ 1 ທັນວາ 2015.

ກອງປະຊຸມໃນວັນພຸດມື້ນີ້ ເພັ່ງເລັງໃສ່ ເລື້ອງມະຫາສະມຸດແລະແຫລ່ງ ຂອງນ້ຳຕ່າງໆ.
UN ເຕືອນວ່າ ຄັນບໍ່ປັບປຸງ ການຄຸ້ມຄອງແຫລ່ງນ້ຳໃຫ້ດີຂຶ້ນ ມັນກໍຈະເປັນອັນຕະລາຍ
ຕໍ່ ຄວາມກ້າວໜ້າຂອງການຫລຸດ ຜ່ອນຄວາມຍາກຈົນ ແລະ ຕໍ່ຜົນສຳເລັດຂອງເປົ້າໝາຍ
ການພັດທະນາທີ່ຍືນຍົງ.

ບັນດາຜູ້ເຂົ້າຮ່ວມຢູ່ໃນກອງປະຊຸມ​ໃນ​ມື້ນີ້ ລວມມີ ຄະນະຜູ້ຕາງໜ້າລັດ ຖະບານຂອງປະ
ເທດ ແລະ ຂອງທ້ອງຖິ່ນ ອົງການພັດທະນາຕ່າງໆ ແລະ ບັນດາກຸ່ມຄຸ້ມຄອງແຫລ່ງນ້ຳ.
ພວກເຂົາຮ່ວມກອງປະຊຸມ ວາງແຜນໃຫ້ການຮັບຮອງເອົາ ຂໍ້ຕົກລົງການຮ່ວມມື ກ່ຽວກັບ
ນ້ຳ ແລະ ການປັບຕົວເຂົ້າກັບການປ່ຽນແປງ ຂອງສະພາບອາກາດ ພ້ອມກັນກັບ ການໃຫ້
ຄຳໝັ້ນໝາຍ ຈາກລັດຖະບານ ຂອງ​ລັດຖະບານ​ຕ່າງໆ ກຸ່ມ​ສັງ ຄົມພົນລະເຮືອນ ແລະ
ພາກສ່ວນເອກະຊົນ ເພື່ອດຳ​ເນີນງານຮ່ວມກັນກ່ຽວກັບ ການປັບປຸງຟື້ນຟູແຫລ່ງນ້ຳ ທັງຫຼາຍ ​ໃຫ້​ກັບ​ຄືນ​ເຂົ້າສູ່​ສະພາບ​ເດີມ.

ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ (ຊ້າຍ) ແລະ ທ່ານ Bill Gates ຄູ່ກໍ່ຕັ້ງບໍລິສັດ Microsoft ກຳລັງອອກມາຈາກກອງປະຊຸມ ເພື່ອເປີດຕົວ ໂຄງການ 'Mission Innovation: Accelerating the Clean Energy Revolution' ຢູ່ທີ່ ກອງປະຊຸມກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ໂລກ 2015 (COP21) ໃນເມືອງ Le Bourget ໃກ້ກັບ Paris, ວັນທີ 30 ພະຈິກ 2015.