2013 ເປັນປີ ທີ່ມີ ສະພາບອາກາດ ຮ້ອນເອົ້າ ແລະປັ່ນປ່ວນ ທີ່ສຸດ (ວີດີໂອ)

  • ທອງປານ ເທບວົງສາ

ເກາະນ້ອຍ Suluan ຂອງຟິລິບປິນ ທີ່ຖືກພາຍຸໄຕ້ຝຸ່ນ Haiyan ຖະຫຼົ່ມ ແລະເສຍຫາຍຢ່າງໜັກ

ປີ 2013 ຜ່ານ​ມາ​ນີ້ຖື​ວ່າ​ເປັນ​ປີ​ທີ່​ຮ້ອນ​ເອົ້າ​ທີ່​ສຸດ​ປີ​ນຶ່ງ ຍ້ອນ​
ການ​ສະ​ສົມ ຂອງ​ປະລິມານແກັສເຮືອນ​ແກ້ວ ຢູ່​ໃນ​ບັນຍາ
ກາດ ​ທີ່ສູງຢ່າງ​ເປັນ​ປະຫວັດການ. Rosanne Skirble
ຜູ້​ສື່​ຂ່າວ​ວີ​ໂອ​ເອ ມີ​ລາຍ​ລະ​ອຽດຂອງ​ເລຶ່ອງນີ້ ຊຶ່ງ​ທອງ​ປານ
ຈະ​ນໍາ​ມາສະ​ເໜີ​ທ່ານ​ ໃນ​ອັນ​ດັບ​ຕໍ່​ໄປ.

Your browser doesn’t support HTML5

ຟັງລາຍງານ 2013 ເປັນປີ ທີ່ມີສະພາບອາກາດຮ້າຍແຮງ ທີ່ສຸດ


ປີ 2013 ກໍ​ເປັນ​ອີກ​ປີ​ນຶ່ງ ທີ່​ມີສະພາບ​ອາກາດ​ຮ້ອນ​ເອົ້າທີ່​ສຸດ ຄື​ເປັນ​ປີ​ທີ່​ເກີດ​ມີ​ໄຟ​ປ່າ ແລະ​ນໍ້າ​ຖ້ວມ​ທີ່ເປັນອັນຕະລາຍ​ເຖິງ​ແກ່​ຊີວິດຮ້າຍ​ແຮງ​ທີ່​ສຸດ ​ເກີດ​ຄື້ນຄວາມຮ້ອນ ​ແລະ​ຄວາມ​ແຫ້ງ​ແລ້ງ​ທີ່​ຮຸນ​ແຮງ ພ້ອມ​ກັບ​ເກີດ​ພາ​ຍຸ​ເຂດຮ້ອນ ທີ່ແຮງ​ທີ່​ສຸດ​ທີ່​ເຄີຍ​ປະ​ທະຝັ່ງ ເຊັ່ນພາຍຸ​ໄຕ້​ຝຸ່ນ Haiyan ​ໄດ້ເອົາ​ຊີວິດ​ຜູ້​ຄົນ​ໄປ 6,000 ຄົນ ​ໃນ​ຟິລິບ​ປິນ ​ແລະ​ມີ​ສີ່​ລ້ານ​ກວ່າ​ຄົນ ​ບໍ່​ມີບ້ານ​ຢູ່​ອາ​ໄສ ຊຶ່ງ​ນາງ Marilyn Dela Cruz ກໍ​ຢູ່​ໃນ​ຈໍານວນ​ນັ້ນ.

ນາງ Marilyn ​ເອົາ​ບັດ​ປະ​ຈໍາ​ຕົວ​ຂອງພໍ່​ປູ່ລາວ​ໃຫ້​ເບິ່ງ ​ແລະ​ເວົ້າ​ວ່າ: “ນີ້ຄື​ ຮູບ​ພໍ່​ປູ່ຂ້ອຍ ລາວ​ຍັງ​ຫາຍ​ສາບ​ສູນ​ຢູ່ ເທົ່າ​ທຸກ​ມື້​ນີ້ ​ແລະ​ພວກ​ເຮົາ​ກໍ​ພາກັນ ຄົ້ນຫາ​ຊາກ​ສົບ​ຢ່າງ​ບໍ່​ລົດ​ລະ ຊຶ່ງ​ພວກ​ເຮົາ​ຫວັງ​ວ່າ​ຈະ​ພົບ​ຊາກ​ສົບ​ເພິ່ນ ນີ້​ຄື​ສົ້ງຂາ​ສັ້ນ​ລູກ​ຊາຍ​ຂ້ອຍ ດຽວ​ນີ້​ເຮົາ​ມີ​ກັນ​ແຕ່​ທໍ່​ນີ້.”

​ໃນ​ຂະນະ​ການ​ສຶກສາ​ຄົ້ນຄວ້າ ຊີ້​ແນະ​ວ່າ ບັນຍາກາດ​ທີ່​ຮ້ອນ​ເອົ້າ​ຂຶ້ນນັ້ນ ​ແມ່ນ​ເຮັດ​ໃຫ້​ສະພາບ​ອາກາດປັ່ນ​ປ່ວນ​ຮ້າຍ​ແຮງ​ຂຶ້ນ​ໄປ​ອີກ. Richard Kerr ນັກ​ຂຽນ​ທີ່ມີ​ປະສົບ​ປະ ການ ສໍາ​ຫຼັບ​ວາລະສານ​ວິທະຍາສາດເວົ້າ​ວ່າ ບໍ່​ສາມາດ​ທີ່​ຈະ​ນຳ​ເອົາ​ສະພາບ​ອາ​ກາດ​ປັ່ນ​ປ່ວນ​ແຕ່​ພຽງ​ຄັ້ງດຽວ ​ໄປ​ເຊື່ອມ​ໂຍງໃສ່ການ​ປ່ຽນ​ແປງຂອງ​ອາກາດໄດ້.

ທ່ານ ​ເຄຍ ​ເວົ້າ​ວ່າ: “​ນອກ​ເໜືອໄປ​ຈາກຄື້ນຄວາມ​ຮ້ອນ ຝົນຕົກ​ໜັກ ພາຍຸ​ຝົນຕົກໜັກ ພາຍຸ​ຫິມະ​ຕົກ​ໜັກ ​ເຫຼົ່າ​ນີ້​ແລ້ວ. ບັນດານັກວິທະຍາສາດ​ຍັງ​ມີ​ຄວາມລະມັດລະວັງ​ຫຼາຍ​ທີ່​ສຸດ​ ກ່ຽວ​ກັບວ່າ ຈະ​ເອົາພາຍຸ​ໄຕ້​ຝຸ່ນ ຫຼື​ລົມ​ຫົວ ກຸດທໍ​ເນ​ໂດ ໄປ​ເຊື່ອມ​ໂຍງ​ໃສ່​ກັບ ສະພາບ​ອາກາດ​ຮ້ອນເອົ້າ​ຂອງ​ໂລກ.”

​ແຕ່​ວ່າ ​ນັກວິທະຍາສາດ​ຊັ້ນ​ນໍາ​ໜ້າ​ທັງຫຼາຍ ​ເວົ້າ​ຢ່າງ​ແນ່ນອນ ຢູ່​ໃນລາຍ ງານຄະນະ ກໍາມະການ​ຂອງ​ລັດຖະບານ ເລຶ່ອງລາຍ​ງານ​ການ​ປ​ະ​ເມີນສະ ພາບດິນ​ຟ້າ​ອາກາດ​ປ່ຽນ​ແປງ ທີ່​ນໍາ​ອອກ​ເຜີຍ​ແຜ່​ໃນ​ເດືອນ​ກັນ​ຍາ​ປີກາຍ​ນີ້ ຊຶ່ງ​ໃນ​ລາຍ​ງານ​ນັ້ນ​ໄດ້​ຢືນຢັນ​ດ້ວຍ​ຄວາມ​ໝັ້ນ​ໃຈ​ຢ່າງ​ໜັກ​ແໜ້ນ​ວ່າ ຄວາມ ຮ້ອນ​ເອົ້າ​ໂລກ​ນັ້ນ​ແມ່ນ​ມີ​ຈິງ ​ແລະ​ສ່ວນ​ໃຫຍ່ແມ່ນ​ຖິ້ມ​ໂທດ​ໃສ່​ນໍ້າມື​ຂອງ​ມະ ນຸດ​ນັ້ນ​ເອງ. ​ໃນການ​ປະກາດ​ຫຼັກ​ຖານ​ທີ່​ພົບ​ເຫັນ​ຂອງ​ກໍາມະການ​ດັ່ງກ່າວ​ທີ່​ນະຄອນຫຼວງ Stockholm ປະ​ເທດ Sweden ນັ້ນ ທ່ານ Michel Jarraud ​ເລຂາທິການ​ໃຫຍ່​ອົງການ​ພະຍາກອນ​ອາກາ​ດ​ໂລກ ​ໄດ້​ເນັ້ນ​ຢໍ້າ ເຖິງໄພ​ຂົ່ມຂູ່ໄວ້​ດັ່ງ​ນີ້:

ທ່ານ Jarraud ​ເວົ້າ​ວ່າ​: “ນັ້ນ​ມັນ​ໜ້າ​ຈະ​ເປັນ​ສິ່ງ​ຕັກ​ເຕືອນ​ ໃຫ້​ຕື່ນ​ຕົວອີກ​ປະການ​ນຶ່ງ ​ໄດ້​ວ່າ ກິດຈະ​ກໍາ​ຕ່າງໆ​ຂອງ​ມວນ​ມະນຸດ​ເຮົາ​ທຸກ​ມື້​ນີ້ ​ແມ່ນ​ຈະ​ສົ່ງ​ຜົນ​ກະ​ທົບອັນໃຫຍ່​ຫຼວງ​ທີ່​ສຸດ​ຕໍ່​ສັງ​ຄົມ ບໍ່​ແມ່ນ​ແຕ່​ຕໍ່​ພວກ​ເຮົາ ​ແຕ່​ຈະ​ມີ​ຕໍ່​ພວກ​ຄົນຫຼາຍໆ​ລຸ້ນຕໍ່​ໄປນັ້ນ​ນໍາ​ອີກ.”

ການ​ຕັກ​ເຕືອນໃຫ້​ຕື່ນ​ຕົວ ທີ່​ວ່າ​ນັ້ນ ມີ​ຂື້ນບໍ່​ດົນ​ ກ່ອນ​ກອງ​ປະຊຸມ​ປະ​ຈໍາປີ ຂອງ​ສະຫະ​ປະຊາ​ຊາດ ທີ່​ນະຄອນຫຼວງ​ Warsaw ປະ​ເທດ​ໂປ​ແລນ ບ່ອນ​ທີ່​ມີ​ຜູ້ຕາງໜ້າ​ຈາກ 192 ປະ​ເທດ ​ໄດ້​ພົບ​ປະກັນ ​ເພື່ອ​ປູ​ພື້ນຖານສໍາ ລັບ​ສົນທິສັນຍາ​ວ່າ​ດ້ວຍ​ສະພາບ​ອາກາດ​ສະບັບໃໝ່ ​ເພື່ອ​ໃຊ້ແທນ​ສະບັບທີ່ ໝົດ​ອາຍຸ​ໄປ ​ໃນ​ປີ 2012 ​ແລ້ວນັ້ນ.

ສິ່ງ​ທີ່​ເກີດ​ຈາກ​ກອງ​ປະຊຸມ​ບັ້ນ​ດັ່ງ​ກ່າວ ກໍ​ຄື​ຮ່ອງຮອຍ​ເປັນ​ໄນໆ​ພໍ​ຈະ​ບອກ​ໄດ້​ວ່າ ສົນທິ ສັນຍາ​ໂລກ​ສະບັບ​ໃໝ່​ນີ້​ຈະມີ​ລັກສະນະ​ຢ່າງ​ໃດ ​ໂດຍ​ອິງ​ຕາມທ່ານ Elliot Diringer ນັກຊ່ຽວຊານ​ດ້ານ​ນະ​ໂຍບາຍປະ​ຈໍາ​ສູນ​ກາງ​ການ​ແກ້​ໄຂບັນຫາ​ດິນ​ຟ້າ​ອາກາດ ​ແລະ​ພະລັງງານ ນັ້ນວ່າ ​ມັນ​ໜ້າ​ຈະ​ມີ ລັກສະນະ ​ໃນ​ການ​ລວມ​ເອົາ​ນະ​ໂຍບາຍ​ຕ່າງໆ​ລະດັບ​ປະ​ເທດ​ ມາ​ໂຮມ​ເຂົ້າ ​ກັນນັ້ນ​ຫຼາຍ​ກວ່າ ຊຶ່ງ​ທ່ານ Elliot ​ໄດ້​ຍົກ​ເອົາເລຶ່ອງ​ຄວາມ​ພະຍາ​ຍາມ ​ເພື່ອ​ການ​ແລກປ່ຽນ​ມົນ​ລະ​ພິດ ທີ່​ກໍາລັງ​ດໍາ​ເນີນ​ການ​ຢູ່​ໃນ​ຈີນ​ ກົດໝາຍ​ວ່າ​ດ້ວຍ​ດິນ​ຟ້າ​ອາກາດ​ສະ​ບັບ​ໃໝ່​ໃນ​ປະ​ເທດ​ແມັກ​ຊິໂກ ​ແລະ ​ແຜນ​ປະຕິບັດ​ງານ​ກ່ຽວ​ກັບ​ດິນ​ຟ້າ​ອາກາດ​ຂອງສະຫະລັດ ທີ່​ໄດ້​ປະກາດ​ອອກ​ໄປໂດຍ ປະທານາ​ທິບໍດີ ​ໂອ​ບາ​ມາ ​ໃນ​ເດືອນ​ມິຖຸນາ​ ປີ​ແລ້ວນີ້.

ທ່ານ Diringer ​ເວົ້າ​ວ່າ: “​ແນ່ນອນ​ທີ່​ສຸດ​ວ່າ ປະ​ເທດຕ່າງໆ ຫົວ​ເມືອງ ​ແລະລັດ ທັງ​ຫຼາຍ ບໍ່​ຕ້ອງ​ລໍຖ້າ​ຂໍ້​ຕົກລົງ​ຂອງ​ລະຫວ່າງ​ປະ​ເທດ ​ແລະ​ພວກ​ເຂົາ​ເຈົ້າກໍ​ບໍ່​ໜ້າ​ຈະ​ລໍຖ້າຂໍ້​ຕົກລົງ​ຂອງ​ລະຫວ່າງ​ປະ​ເທດດອກ ຂ້າພະ​ເຈົ້າ ຄິດ​ວ່າ ​ແທນ​ທີ່​ວ່າ​ຈະຕ້ອງ​ໄດ້ມາ​ລວມ ຕົວ​ກັນ ​ແລະລວມ​ເຂົ້າກັນ​ຢູ່​ໃນ​ຂໍ້ຕົກ ລົງ​ຂອງ​ລະຫວ່າງ​ປະ​ເທດ ​ແລະ​ຊຶ່ງ​ນັ້ນ ກໍ​ຕໍ່​ເມື່ອ​ວ່າ​ ເຮົາ​ເຫັນ​ມີ​ຄວາມ​ກ້າວ ໜ້າ​ຂອງ​ເລຶ່ອງນີ້ ຢູ່​ໃນ​ລະດັບ​ທ້ອງ​ຖິ່ນ ​ແລະ​ໃນ​ລະດັບ​ຊາດ​ເສຍ​ກ່ອນ ກ່ອນທີ່​ພວກ​ເຮົາ​ສາມາດຈະຮ່າງ​ຂໍ້​ຕົກລົງ​ລະຫວ່າງ​ປະ​ເທດ ​ທີ່​ເຂັ້ມ​ແຂງ​ ​ແລະ​ມີ​ເຫດ​ຜົນ​ທີ່ໜັກ​ແໜ້ນໄດ້.”

ທ່ານ Diringer ​ໃຫ້​ຄວາມ​ເຫັນ​ຕື່ມ​ວ່າ ວິທີ​ການ​ແກ້​ໄຂ​ບັນຫາ​ສະພາບ​ດິນ ຟ້າ​ອາກາດ​ປ່ຽນ​ແປງ​ນັ້ນ ຈະ​ຕ້ອງ​ມາ​ຈາກ​ທຸກໆ​ລະດັບ ​ຂອງ​ພາກ​ລັດຖະ ບານ ພາກ​ສາທາລະນະ ​ແລະ​ເອກ​ກະ​ຊົນ ​ແລະ​ຈາກ ແຕ່​ລະສ່ວນບຸ​ກຄົນ​ນຳ​ດ້ວຍ.

Your browser doesn’t support HTML5

Climate Change Real, Human-Caused