ເກີດການປະທ້ວງ ຫຼັງຈາກຄະນະຕຸລາການ ບໍ່ຟ້ອງຕຳຫຼວດ ທີ່ຍິງໜຸ່ມນ້ອຍ ຜິວດຳອາຍຸ 12 ປີຕາຍ

ປະຊາຊົນພາກັນປະທ້ວງ ຕໍ່ຕ້ານຕຳຫລວດ ຢູ່ໃນນະຄອນນິວຢອກ ວັນທີ 28, 2015.

ພວກ​ເດີນ​ຂະບວນຢູ່ນະຄອນ Cleveland ລັດOhio ​ເພື່ອ​ປະ​
ທ້ວງການຕັດສິນຂອງຄະນະຕຸລາການ ທີ່ບໍ່ຟ້ອງຮ້ອງ​ດຳ​ເນີນ​
ຄະດີເຈົ້າໜ້າທີ່ຕຳຫຼວດສອງຄົນໃນການຍິງສັງຫານໜຸ່ມ​ນ້ອຍ​
ອາເມຣິກັນ ເຊື້ອສາຍອາຟຣິກາອາຍຸ 12 ປີ ທີ່ຖືປືນ​ປອມ ເມື່ອ
ເດືອນພະຈິກ ປີ 2014.

ປະ​ມານ 30 ຄົນ​ໄດ້ພາກັນ​ເດີນ​ຂະ​ບວນ​ພາຍ​ໃຕ້​ສາຍ​ຝົນ ​ໄປ
​ຫາ​ເຂດ​ໜຶ່ງ​ຂອງ​ກອງ​ບັນ​ຊາ​ການຕຳຫລວດ ທີ່​ນະ​ຄອນ
Cleveland ​ໃນ​ຂະນະ​ທີ່​ພວກເຈົ້າ​ໜ້າ​ທີ່​ຕຳຫລວດ ​ໄດ້​ປີດ
​ການ​ສັນຈອນເພື່ອ​ອະນຸຍາດ​ໃຫ້ການ​ເດີນ​ປະ​ທ້ວງ​ຜ່ານ​ເຂົ້າ
​ໄປ​ ໃນ​ຄໍ່າ​ຄືນ​ວັນ​ຈັນ​ວານ​ນີ້. ​ໃນ​ຕອນ​ຕົ້ນ​ຂອງ​ວັນດັ່ງກ່າວນີ້
ພວກປະທ້ວງໄດ້ເຕົ້າໂຮມກັນຢູ່ສູນກາງປະຊາຄົມ Cudell ເພື່ອປະຕຸກກະຕາທີ່ເປັນໂຕ
ສັດ ແລະສີແຕ້ມຮູບ ຢູ່ບ່ອນ ທ້າວ Tamir Rice ຖືກຍິງຕາຍນັ້ນ.

ປືນປອມ ທີ່ໄດ້ມາຈາກ ທ້າວ Tamir Rice ຖືກວາງສະແດງໃນເດືອນພິຈິກ ປີ 2014.

ຢູ່​ໃນ​ນະຄອນ​ນິວຢອກ ຜູ້​ປະ​ທ້ວງປະມານ 100 ຄົນ ​ໄດ້​ພາກັນ
ເດີນຂະບວນຢູ່ເຂດ lower Manhattan ແລະຂ້າມຂົວ Brook-
lyn ໃນການປະທ້ວງແບບສັນຕິ.

ພວກ​ປະ​ທ້ວງ​ໄດ້​ພາກັນ​ຕິດຕາມ​ການ​ປະກາດ​ໃນ​ວັນ​ຈັນ​ວານ​ນີ້
ກ່ຽວກັບການຕັດສິນໂດຍຄະນະຕຸລາການ ທີ່ນະຄອນ Cleve-
land ທ່ານ Tim McGinty ທີ່ໄດ້ເປັນຫົວເລື້ອງມາເປັນ​ເວລາ​ໜຶ່ງ
ປີຂອງການຄັດແຍ້ງແລະການປະທ້ວງຈາກບັນດານັກເຄື່ອນໄຫວ
ແລະຄົນອຶ່ນໆ ທີ່ຕື່ນຕົກໃຈກ່ຽວກັບຮູບພາບກ້ອງວົງຈອນປີດ ໃນ
ການສັງຫານ ທ້າວ Tamir Rice.

ທ້າວ Tamir E. Rice ອາຍຸ 12 ປີ ຖືກກ່າວຫາວ່າ ແນປືນໄປໃສ່ ສູນກາງສັງຄົມ Cudell ທີ່ເມືອງ Cleveland ລັດ Ohio.

“ຜົນ​ຂອງ​ການ​ສຶບສວນ ຈະ​ບໍ່​ເປັນ​ທີ່​ພໍ​ໃຈ​ໃຫ້​ແກ່​ຜູ້​ໃດ​ຜູ້​ໜຶ່ງ ​ແລະ​ບໍ່​ເຫັນ​ວ່່າຈະ​ເປັນ” ຊຶ່ງ​ທ່ານ​ໄດ້​ກ່າວອ້າງ​ເຖິງ​ການ​ຕັດສິນ​ຂອງ​ຄະນະຕຸລາການ. “ພຽງແຕ່​ວາງ ​ເບິ່ງ​ເຖິງ​ຄວາມ​ຜິດ​ພາດອັນ​ແນ່ນ​ອນຂອງ​ມະນຸດ ການ​ກະທຳ​ຜິດ ​ແລະ​ຜິດພາດດ້ານ​ການ​ສົນທະນາ​ ຈາກ​ທຸກ​ພັກ​ຢ່າ​ຍທັງ​ໝົດ​ທີ່​ພົວພັນ​ໃນ​ມື້​ນັ້ນ ຫລັກ​ຖານ​ບໍ່​ໄດ້ຊີ້​ບອກ​ເຖິງການ​ກະທຳ​ຄວາມຜິດໂດຍ​ຕຳຫລວດ."

ຜູ້​ຊ່ວຍ​ໄອ​ຍະ​ການ ທ່ານ Matthew Meyer ກ່າວ​ວ່າ ​ໜຸ່ມນ້ອຍ​ຄົນ​ດັ່ງກ່າວ​ພົບ​ວ່າ ​ໄດ້​ດຶງປືນ​ອອກ​ມາຈາກແອວ​ຂອງ​ລາວຊ້ຳ​ແລ້ວ​ຊໍ້າ​ອີກ​ ​ແລະ​ເອົາເຂົ້າ​ໄວ້​ຄືນ ໃນ​ເວລາ​ກ່ອນ​ເກີດ​ການ​ປະ​ເຊີນ​ໜ້າເຖິງ​ຕາຍ.

ບັນດາ​ທະນາຍຄວາມ ຕາງ​ໜ້າ​ໃຫ້ຄອບຄົວ ທ້າວ Rice ແມ່ນ​ມີ​ຄວາມ​ເຫັນ​ ​ແຕກຕ່າງ​ຢ່າງ​ໃຫຍ່​ຫລວງ​ໄປ​ຈາກການ​ຕັດສິນ​ຂອງ​ຄະນະ​ຕຸລາການ.

ຫົວໜ້າຕຳຫລວດ ເມືອງ Cleveland ທ່ານ Calvin Williams ຕອບຄຳຖາມບັນດານັກຂ່າວ.

ຢູ່​ໃນ​ນະຄອນ​ນິວຢອກ ຜູ້​ປະ​ທ້ວງປະມານ 100 ຄົນ ​ໄດ້​ພາກັນ
ເດີ​ນຂະ​ບວນຢູ່​ເຂດ lower Manhattan ​ແລະ​ຂ້າມ​ຂົວ
Brooklyn ​ໃນ​ການປະ​ທ້ວງ​ແບບ​ສັນຕິ.

ພວກ​ປະ​ທ້ວງ​ໄດ້​ພາກັນ​ຕິດຕາມ​ການ​ປະກາດ​ໃນ​ວັນ​ຈັນ​ວານ​
ນີ້ ກ່ຽວ​ກັບ​ການ​ຕັດສິນ​ໂດຍຄະ​ນະ​ຕຸລາການ​ທີ່​ນະຄອນ
Cleveland ທ່ານ Tim McGinty ທີ່​ໄດ້​ເປັນ​ຫົວ​ເລື້ອງ​ມາ​
ເປັນ​ເວລາ​ໜຶ່ງ​ປີ​ຂອງ​ການ​ຄັດ​ແຍ້​ງ ​ແລະການ​ປະ​ທ້ວງ​ຈາກ
|​ບັນດາ​ນັກ​ເຄື່ອນ​ໄຫວ ​ແລະ​ຄົນ​ອຶ່ນໆ​ທີ່ຕື່ນ​ຕົກ​ໃຈ​ກ່ຽວກັບ
ຮູບ​ພາບ​ກ້ອງ​ວົງຈອນປີດ ໃນ​ການ​ສັງຫານ ທ້າວ Tamir
Rice.

ຜູ້​ຊ່ວຍ​ໄອ​ຍະ​ການ ທ່ານ Matthew Meyer ກ່າວ​ວ່າ ​ໜຸ່ມນ້ອຍ​ຄົນ​ດັ່ງກ່າວ​ພົບ​ວ່າ ​ໄດ້​ດຶງປືນ​ອອກ​ມາຈາກແອວ​ຂອງ​ລາວຊ້ຳ​ແລ້ວ​ຊໍ້າ​ອີກ​ ​ແລະ​ເອົາເຂົ້າ​ໄວ້​ຄືນ ໃນ​ເວລາ​ກ່ອນ​ເກີດ​ການ​ປະ​ເຊີນ​ໜ້າເຖິງ​ຕາຍ.

ບັນດາ​ທະນາຍຄວາມ ຕາງ​ໜ້າ​ໃຫ້ຄອບຄົວ ທ້າວ Rice ແມ່ນ​ມີ​ຄວາມ​ເຫັນ​ ​ແຕກຕ່າງ​ຢ່າງ​ໃຫຍ່​ຫລວງ​ໄປ​ຈາກການ​ຕັດສິນ​ຂອງ​ຄະນະ​ຕຸລາການ.