ພົບຂໍ້ມູນລັບ ໃນອີແມລສ່ວນຕົວ ຂອງອະດີດ ລັດຖະມົນຕີ ຕ່າງປະເທດ Powell ແລະຜູ້ຊ່ວຍ ທ່ານນາງ Rice

ພາບອະດີດປະທານາທິບໍດີ George W. Bush ທີ່ສະໜາມບິນ Shannon Airport ກັບອະດີດ ລມຕ ຕ່າງປະເທດ ທ່ານ Colin Powell ແລະ ອະດີດທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ທ່ານນາງ Condoleeza Rice.

ກະຊວງ​ຕ່າງປະ​ເທດ ສະຫະລັດ ​ໄດ້​ພິຈາລະນາ​ວ່າ ມີອີ​ແມລ ທີ່​
ບັນຈຸ​ຂໍ້​ມູນ​ລັບ​ໄດ້​ຖືກ​ສົ່ງ​ໄປ​ຫາ​ບັນຊີອີ​ແມ​ລ​ສ່ວນ​ຕົວ​ຂອງອະ​ດີດ​
ລັດຖະມົນຕີ ຕ່າງປະ​ເທດສະຫະລັດ ທ່ານ Colin Power ​ແລະ
ຜູ້​ຊ່ວຍຂອງທ່ານ​ນາງ Condoleezza Rice ທີ່​ໄດ້​ເຂົ້າ​ຮັບ​ໜ້າ
​ທີ່​ແທນທ່ານ​ນັ້ນ.

ການໃຊ້​ເຄື່ອງ​ບໍລິການ​ອີ​ແມ​ລສ່ວນ​ຕົວຂອງອະດີດລັດຖະມົນ​ຕີ
ຕ່າງ ປະ​ເທດ Hillary Clinton ​ໄດ້ລົບກວນ ຕໍ່ການ​ໂຄສະນາ
​ຫາ​ສຽງ​ເປັນ ປະທານາທິບໍດີຂອງ​ທ່ານ​ນາງ​ແລະ​ຂ່າວ​ທີ່​ວ່າ ຜູ້​ທີ່
​ຮັບ​ໜ້າ​ທີ່​ກ່ອນ​ໜ້າ​ທ່ານ​ນາງ ທີ່ສັງກັດ​ລັດຖ​ະບານພັກຣີພັບ​ບລິ
​ກັນນັ້ນ ອາດ​ຈະ​ໄດ້​ຮັບ​ຂໍ້​ມູນແບບ​ດຽວ​ກັນ ຢູ່​ໃນເຄື່ອງ​ບໍລິການ
​ອີ​ແມ​ລທີ່​ບໍ່​ປອດ​ໄພ ​ແລະ​ອາດ​ຈະ​ຊ່ວຍ​ບັນ​ເທົາການ​ຕິຕຽນ​ຂອງພັກຣີພັບ​ບລິ​ກັນ ທີ່​ມີ​ຕໍ່
ທ່ານ​ນາງ ຊຶ່ງຫວັງ​ວ່າ​ຈະ​ຂັດ​ຂວາງ ​ຕໍ່​ການໂຄສະ​ນາ​ຫາ​ສຽງ​ເປັນ​ປະທານາທິບໍດີຂອງ​ທ່ານ​ນາງ​ນັ້ນ.

ຜູ້​ກວດກາ​ທົ່ວ​ໄປ​ຂອງກະຊວງ​ຕ່າງປະ​ທດສະຫະລັດໄດ້​ພິຈາລະນາ​ວ່າ ອີ​ແມ​ລສອງສະ
ບັບໄດ້​ສົ່ງ​ໄປ​ຫາທ່ານ Powell ​ແລະ​ອີກ 10 ສະບັບໄດ້​ສົ່ງ​ໄປ​ຫາພະນັກງານ​ຂອງທ່ານ​
ນາງ Rice ທີ່ບັນຈຸ​ຂໍ້​ມູນຄວາມ​ລັບ​ກ່ຽວ​ກັບ​ຄວາມ​ໝັ້ນຄົງແຫ່ງຊາດ. ບັນດາ​ອີ​ແມ​ລ​ເຫຼົ່າ​
ນີ້ ບັດ​ນີ້​ ໄດ້​ຖືກ​ຈັດ​ວ່າ ​ເປັນ “ຄວາ​ມລັບ” ອັນ​ເປັນ​ພາກສ່ວນນຶ່ງ ຂອງຂັ້ນຕອນ ​ກ່ຽວ​ກັບ
ການ​ທົບ​ທວນ​ ທີ່​ມີ​ຜົນຄ້າຍຄື​ກັນ ​ໃ​ນການ “ຍົກ​ລະດັບ” ຂໍ້​ມູນ​ທີ່​ໄດ້​ສົ່ງ​ຜ່ານ​ທາງ​ອີ​ແມ​ລ
ສ່ວນ​ຕົວ ທີ່​ທ່ານ​ນາງ Clinton ​ໄດ້​ໃຊ້ ໃນ​ຂະນະ​ທີ່​ທ່ານ​ນາງ​ ໄດ້​ເປັນລັດຖະມົນຕີຕ່າງ
ປະ​ເ​ທດ ​ແຕ່ປີ 2009 ຫາ​ປີ 2013. ທ່ານ Powell ​ແລະ ທ່ານ​ນາງ Rice ​ແມ່ນ​ເປັນ​ນັກ
​ການ​ທູດ​ສູງ​ສຸດພາຍ ໃຕ້​ພັກ​ຣີພັບ​ບລິ​ກັນ ຂອງປະທານາທິບໍດີ George W. Bush.