ຊາວປາແລສໄຕນ໌ ແລະ ເຈົ້າໜ້າທີ່ຕຳຫຼວດ ໄດ້ປະທະກັນ ຢູ່ໃນ
ພື້ນທີ່ຂອງວັດມຸສລິມ al-Aqsa ຢູ່ໃນນະຄອນຫຼວງເຈຣູຊາແລັມ
ເມື່ອວັນອາທິດມື້ນີ້ ຊຶ່ງເປັນມື້ກ່ອນວັນປີໃໝ່ຂອງຊາວຢິວ.
ຄວາມວຸ້ນວາຍເກີດຂຶ້ນ ຫຼັງຈາກເຈົ້າໜ້າທີ່ຕຳຫຼວດ ໄດ້ເຂົ້າໄປໃນ
ພື້ນທີ່ ໃນການນຳຕິດຕາມພວກປາແລສໄຕນ໌ ຈຳນວນນຶ່ງ ຜູ້ທີ່ໄດ້
ພາກັນ ໄປຫລົບລີ້ຢູູ່ໃນວັດດັ່ງກ່າວ ກ່ອນໜ້ານີ້ ແລະ ພວກເຂົາໄດ້ແກວ່ງກ້ອນຫິນໃສ່
ເຈົ້າໜ້າທີ່ຕຳຫຼວດ.
ຄວາມຮຸນແຮງຢູ່ໃນບໍລິເວນນັ້ນ ໄດ້ທະວີຂຶ້ນ ເພາະວ່າຊາວມຸສລິມ
ບໍ່ພໍໃຈກັບ ບັນດາຜູ້ໄປຢ້ຽມຢາມວັດນັ້ນ ທີ່ບໍ່ແມ່ນຊາວມຸສລິມ ຜູ້ທີ່ຢູ່ດ້ານນອກ ວັດ al-Aqsa ກົດດັນເພື່ອອະນຸຍາດ ໃຫ້ຊາວຢິວ ເຂົ້າໄປໃນພື້ນທີ່ຂອງວັດ ເພື່ອທຳການສວດມົນພາວະນາ.
ຊາວຢິວ ສັກກາຣະບູຊາ ສະຖານທີ່ Temple Mound ດັ່ງກ່າວນັ້ນ ແລະ ຖືວ່າ ເປັນ
ສະຖານທີ່ໆສັກສິດອັນດັບທີສາມ ຮອງລົງມາຈາກ ສະຖານທີ່ໃນນະຄອນ Mecca ແລະ
Medina ຢູ່ທີ່ຊາອຸດີ ອາຣາເບຍນັ້ນ.
Palestinians and Israel police clashed at the al-Aqsa mosque compound in Jerusalem Sunday, the eve of the Jewish new year.
The fracas broke out after police entered the compound in pursuit of Palestinians who had barricaded themselves in the mosque earlier and had thrown rocks at the police.
Violence at the site has been escalating because Muslims are upset by non-Muslim visitors and a push to allow Jewish prayer in the compound outside al-Aqsa.
Jews revere the site as the Temple Mount and regard it as their holiest site.Muslims call it the Noble Sanctuary, and revere it as their third holiest site, after Mecca and Medina in Saudi Arabia.