ເຈົ້າໜ້າທີ່ຮົງກົງ ປະທະກັບພວກປະທ້ວງ ຂະນະທີ່ຍົກຍ້າຍ ສິ່ງກີດຂວາງອອກ

ເຈົ້າໜ້າທີ່ຕຳຫລວດ ຊຸກດັນ ພວກປະທ້ວງ ຢູ່ບໍລິເວນຍຶດຄອງ ໃນຄຸ້ມ Mong Kok ຂອງຮົງກົງ ເມື່ອຕອນເຊົ້າ ວັນພຸດ ທີ 26 ພະຈິກ 2014.

ບັນດາ​ເຈົ້າໜ້າ​ທີ່ຮົງ​ກົງ ​ໄດ້​ຍົກຍ້າຍ​ສິ່ງ​ກີດຂວາງ​ອອກຈາກ
ຄ້າຍໃຫຍ່ ຂອງ​ພວກ​ປະ​ທ້ວງ ​ໃນ​ວັນ​ພຸດ​ມື້​ນີ້ ​ແລະ​ໄດ້​ຈັບ​ກຸມ
ຜູ້ນຳ 2 ຄົນ ຂອງ ຂະບວນການ​ເຄື່ອ​ນ​ໄຫວ​ເພື່ອ​ເຂົ້າຍຶດຄອງ
ຫຼື Occupy Movement ທີ່​ຮຽກຮ້ອງ ​ໃຫ້​ມີປະຊາທິປະ​ໄຕ
ຫຼາຍຂຶ້ນ ​ຢູ່ໃນເຂດ​ເຄິ່ງປົກຄອງ​ຕົນ​ເອງ ​ແຫ່ງນີ້ຂອງ​ຈີນ.

​ເຈົ້າໜ້າ​ທີ່​ຕຳຫລວດ ​ໄດ້​ຂົນເອົາ​ພວກ​ປະ​ທ້ວງ​ຈຳນວນ​ນຶ່ງ
ອອກ​ໄປຈາກ​ສະຖານ​ທີ່​ດັ່ງກ່າວ ລວມທັງ​ ຜູ້ນຳ​ນັກ​ສຶກສາ
ທ້າວ Lester Shum ​ແລະ ທ້າວ Joshua Wong ​ໃນ​ລະຫວ່າງ
ການ​ປະຕິບັດ​ງານເປັນເວລາຫຼາຍຊົ່ວ​ໂມງ ​ເພື່ອມ້າງ​ສິ່ງ​ກີດຂວາງ​
ຕ່າງໆ ອອກ​ຈາກ​ຖະໜົນ​ສາຍ​ນຶ່ງ ທີ່ຄຸ້ມ Mong Kok.

ຕຳ​ຫຼວດ ຮົງ​ກົງ ຈັບ ຫົວ​ໜ້າ ປະ​ທ້ວງ

ມີ​ການປະ​ທະ​ກັນເກີດ​ຂຶ້ນ ​ເວລາພວກ​ປະ​ທ້ວງ​ຈຳນວນ​ນຶ່ງ ພະຍາຍາມ ຂັດ​ຂວາງ ພວກ
​ພະນັກງານ ບໍ່​ໃຫ້​ມ້າງ​ສິ່ງ​ກີດ​ຂວາງ​ຕ່າງໆອອກ ທີ່​ຕັ້ງຂຶ້ນຕັນການ​ສັນຈອນຢູ່​ຖະໜົນ
Nathan ຊຶ່ງ​ເປັນຖະໜົນສາຍຫຼັກ ທີ່ມີທາງແລ່ນໄປມາ 6 ຊ່ອງ​ ທີ່ຖືກອັດໂດຍ​ພວກ​ປະ​ທ້ວງ ມາ​ເປັນ​ເວລາ 2 ​ເດືອນ​ແລ້ວ​ນັ້ນ.

ບັນດາ​ພະນັກງານ ຜູ້​ທີ່​ໃສ່​ໝວກແກັບ​ສີ​ແດງ ແລະ ​ໃສ່​ເສື້ອ​ຢືດ ທີ່​ມີ​ຄຳ​ເວົ້າວ່າ “ຂ້ອຍ
ຮັກ ຮົງ​ກົງ ຫຼື I Love Hong Kong”
​ແມ່ນ​ສະໜັບສະໜຸນ​ໂດຍຕຳຫລວດຫຼາຍພັນ
​ຄົນ. ຫຼັງຈາກ​ທີ່​ໄດ້ມ້າງສິ່ງ​ກີດຂວາງ​ ແລະຕູບ​ຜ້າ​ຕັ້ງ ​ອອກ​ໄປ​ແລ້ວ ທາງ​ຫລວງ​ເສັ້ນ​ດັ່ງກ່າວ
ກໍ​ໄດ້​ຖືກ​ເປີດ​ຄືນ ​ໃຫ້ມີການ​ສັນຈອນໄປໄດ້.

​ນີ້ແມ່ນ​ເທື່ອ​ທີ 3 ທີ່ບັນດາ​ເຈົ້າໜ້າ​ທີ່ ​ໄດ້​ຂັບໄລ່ພວກ​ປະ​ທ້ວງ​ອອກ​ຈາກ​ຈຸດ​ຕ່າງໆ ນັບ​ຕັ້ງ​ແຕ່ ສານ​ສູງ​ສຸດ​ຂອງ​ຮົງ​ກົງ ​ໄດ້​ເຫັນ​ດີ ​ໃຫ້​ປະຕິບັດ​ງານ ​ເມື່ອ​ຕົ້ນ​ເດືອນ​ນີ້. ​ໃນ​ວັນ​ອັງຄານ​ວານ​ນີ້ ​ເຈົ້າ​ໜ້າ​ທີ່ຕຳຫລວດ ກ່າວ​ວ່າ ພວກ​ເຂົາ​ເຈົ້າ ​ໄດ້​ຈັບ​ກຸມ 116 ຄົນ ​ໃນ​ລະຫວ່າງ ການ​ປະຕິບັດ​ງານ ​ເພື່ອ​ຂັບໄລ່ພວກປະທ້ວງ​ໃນອີກສ່ວນນຶ່ງຂອງຄຸ້ມ Mong Kok.

Your browser doesn’t support HTML5

HONG KONG PROTEST VO