ພົນລະເຮືອນມຽນມາ ຄ້າງຢູ່ໃນຂົງເຂດ ຫລັງຈາກ ກະບົດໂຣຮິງຢາ ຍິງປ້ອມຕຳຫລວດ

ຊາວໂຣຮິງຢາ ຈາກລັດຣາໄຄ ໃນມຽນມາ ເຕົ້າໂຮມກັນຢູ່ ໃກ້ກັບຊາຍແດນຂອງມຽນມາກັບ ບັງກລາເດັສ ຢູ່ເມືອງ Ukhiya ພາຍຫລັງທີ່ ຕໍາຫລວດຊາຍແດນຂອງບັງກລາເດັສ ບໍ່ໃຫ້ເຂົ້າເຈົ້າ ເຂົ້າໄປໃນບັງກລາເດັສ ໃນວັນທີ 25 ສິງຫາ 2017.

ຄືນຕໍ່ມາພາຍ​ຫລັງທີ່ມີການ​ໂຈມ​ຕີ ​ທີ່ມີການ​ປະສານ​ງານກັນຂອງພວກ​ກະບົດໂຣຮິງຢາ
ຢູ່​ ​ລັດຣາໄຄ ທາງພາກ​ເໜືອຂອງມຽນມາ ພວກຊາວບ້ານ​ທີ່ເຕັມໄປດ້ວຍຄວາມ​ຢ້ານ​ກົວ​
ຢູ່​ໃນ​ເຂດ​ນຶ່ງ ເຫັນວ່າພວກເຂົາ​ເຈົ້າ​ຖືກປິດລ້ອມໂດຍ​ລະ​ເບີດ​ຝັງ​ດິ​ນ ທີ່ວາງໄວ້ໂດຍພວກ​ທໍາການໂຈມ​ຕີ. ສ່ວນ​ພວກ​ທີ່​ໄດ້​ພາກັນ​ຫລົບໜີອອກຈາກ​ເຂດ​ອື່ນນັ້ນ ກໍ​ໄດ້​ພາກັນ​ເຕົ້າ​
ໂຮມ​ກັນ​ຢູ່​ເມືອງ​ໃກ້ໆນັ້ນ ທີ່ມີການ​ລາດຕະ​ເວນ​ໂດຍພວກ​ທະຫານ ​ແລະ​ຕຳຫລວດ.

ພວກ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ປ້ອມ​ຍາມ​ຕຳຫລວດຫລາຍແຫ່ງຖືກ​ໂຈມ​ຕີ​ໃນ​ຕອນ​ເຊົ້າໆຂອງ​
ວັນ​ສຸກ​ວານ​ນີ້ ​ໂດຍພວກ​ກະບົດປະມານ​ 150 ຄົນ​ ທີ່ຕິດ​ອາວຸດ​ປືນ ​ແລະ​ລະ​ເບີດ​ທີ່​ເຮັດ
​ເອົາ​ເອງ. ເຊື່ອ​ກັນ​ວ່າ​ພວກ​ໂຈມ​ຕີ​ແມ່ນ​ຊາວ​ມຸສລິມ ຊຶ່ງເປັນຊົນ​ເຜົ່າສ່ວນ​ນ້ອຍຢູ່ລັດຣາ
ໄຄ​ທີ່​ການ​ແບ່ງ​ແຍກ​ທາງສາສະໜາໄດ້ສຸມໃສ່​ຊາວໂຣຮິຢາທີ່ບໍ່​ມີປະເທດ ແລະເປັນພວກ
ທີ່​ຖືກຊາວ​ພຸດ​ຫລາຍໆ​ຄົນດູຖູກ ​ແລະຖືກມອງວ່າ ​ເປັນ​ຄົນ​ເຂົ້າ​ເມືອງທີ່​ຜິດ​ກົດໝາຍ​ທີ່
ມາຈາກ​ບັງກລາເດັສ ປະ​ເທດ​ເພື່ອນ​ບ້ານນັ້ນ.

ການ​ໂຈມ​ຕີ​ໄດ້​ເຮັດ​ໃຫ້​ຢ່າງໜ້ອຍ 71 ຄົນ​ເສຍຊີ​ວິດ ຊຶ່ງພວກ​ເຈົ້າ​ໜ້າ​ທີ່​ມຽນມາ​ກ່າວ​
ວ່າ 59 ຄົນໃນນັ້ນ ​ແມ່ນ​ພວກ​ກະບົດ ​ແລະ​ສ່ວນ​ທີ່ເຫລືອ​ນັ້ນ​ແມ່ນ​ເຈົ້າ​ໜ້າ​ທີ່​ຮັກສາ​
ຄວາມ​ສະຫງົບ.

ຮູບພາບສະແດງໃຫ້ເຫັນຫົນທາງເປົ່າແປນຢູ່ເມືອງ Maungdaw ໃນປະເທດມຽນມາ ທາງພາກເໜືອຂອງລັດ Rakhine.

ບັນດາ​ສະມາຊິກຂອງ​ປະຊາ​ຄົມຊາວ​ພຸດໃນທ້ອງ​ຖິ່ນ​ທີ່​ເປັນ​ຊົນ​ເຜົ່າ​ສ່ວນນ້ອຍ​ຢູ່​ໃນ​
ເຂດ Maungdaw ​ແມ່ນ​ຢູ່​ໃນຄໍ່າ​ຄືນ​ທີ່ໜ້າ​ຢ້ານ​ກົວ ພາຍຫລັງ​ທີ່​ພວກ​ເຈົ້າ​ໜ້າ​ທີ່​ໄດ້
ເ​ຕືອນ​ເຂົາ​ເຈົ້າ​ວ່າ ພວກ​ໂຈມ​ຕີ​ໄດ້​ວາງ​ລະ​ເບີດຢູ່ຕາມ​ຖະໜົນ​ ໃນ​ເຂດຝັ່ງ​ທ​ະ​ເລທີ່
ເປັນຫລຸບເປັນໂນນ ແຫ່ງນັ້ນ.

ພວກເຈົ້າໜ້າທີ່ຕຳຫລວດຍາມຊາຍແດນ (BGP) ຍ່າງຢູ່ໝູ່ບ້ານ Tin May ທີ່ລັດຖະບານມຽນມາ ແລະທະຫານອ້າງວ່າ ເປັນບ່ອນຢູ່ຂອງພວກກໍ່ການຮ້າຍໃນ ລັດ Rakhine ປະເທດມຽນມາ.

ທ່ານ Maung Ohn ຜູ້​ຕາງໜ້າ​ສະພາຢູ່ໃນລັດຣາໄຄ ກ່າວ​ຕໍ່ວີ​ໂອ​ເອ ພະ​ແນ​ກພາສາ​
ມຽນມາ​ວ່າ “ພວກ​ເຮົາ​ບໍ່​ຢາກ​ໃຫ້​ຄົນ​ໄດ້​ຮັບ​ບາດ​ເຈັບ. ບັດ​ນີ້​ເຂົາ​ເຈົ້າ​ໄດ້​ຖືກຕິດ​ຄ້າງຢູ່
​ໃນ​ເມືອງນັ້ນ.”

ຜູ້ທີ່ອາໄສຢູ່ໃນ​ເຂດ Maungdaw ຜູ້ນຶ່ງຊຶ່ງເປັນພະນັກງານແຂວງດັ່ງກ່າວບອກ ວີໂອ
ເອວ່າ ເຖິງແມ່ນວ່າພວກຊາວພຸດຢ້ານບໍ່ມີຄວາມປອດໄພ “ແຕ່ເຂົາເຈົ້າກໍ່ບໍ່ມີຊ່ອງທາງ
ທີ່ຈະອອກໄປ ຈາກທີ່ນີ້ໄດ້. ພວກເຮົາໄດ້ຍິນວ່າມີການວາງລະເບີດຝັງດິນ ແລະວາງລະ
ເບີດໃສ່ຕາມ ຖະໜົນຫລວງສາຍຕ່າງໆ. ບໍ່ມີລົດຄັນໃດຈະກ້າແມ່ນແຕ່ຂັບໄປຫາເຂດ
Buthee Taung ທີ່ຂີ່ລົດໄປຈາກບ່ອນໜີ້ສອງຊົ່ວໂມງ. ພວກເຮົາບໍ່ສາມາດໄປໃສໄດ້
ຈົນກວ່າວ່າ ຈະມີການກູ້ລະເບີດອອກໝົດກ່ອນ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ