ສຫລ ສົ່ງເຮືອບິນປົກປ້ອງ ເມືອງຊາວເຄີດ ຈາກການຖີ້ມລະເບີດ ຂອງ ເຮືອບິນຊີເຣຍ

Your browser doesn’t support HTML5

ເມືອງ​ນຶ່ງຢູ່​ໃນ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ຊີ​ເຣຍ ​ໄດ້​ກາຍ​ມາເປັນເຂດ​ແນວໜ້າ​ໃນ​
ສົງຄາມ​ກາງ​ເມືອງ​ຂອງ​ປະ​ເທດ ​ໃນ​ຂະນະ​ທີ່​ເຮືອບິນ​ລົບ​ຊີ​ເຣຍໂຈມ​ຕີ​ກຳ ລັງ​ຊາວ​ເຄີ​ດ ​ໃນ​ວັນ​ພະຫັດ​ທີ່​ຜ່ານມາ ​ແລະ​ສະຫະລັດ​ໄດ້​ຕອບ​ໂຕ້​ໂດຍ​ການ​ສົ່ງ​ເຮືອບິນ​ຂອງ​ຕົນ ​ໄປ​ປ້ອງ​ກັນ​ກຳ​ລັງ​ແນວ​ໂຮມຢູ່​ໃນ​ເຂດດັ່ງກ່າວ.

ພົນລະເຮືອນ​ຫລາຍ​ພັນ​ຄົນ​ໄດ້​ພາກັນ​ລົບ​ໜີ​ຈາກ​ເມືອງ​ Hasaka ຊຶ່ງ​ປະຊາຊົນທີ່​ອາ​ໄສ​ຢູ່​
ສ່ວນ​ໃຫຍ່​ເປັນ​ຊາວ​ເຄີ​ດນັ້ນ ນັບ​ແຕ່​ມີ​ການ​ໂຈມ​ຕີທາງ​ອາ​ກາດ​ຂອງຊີ​ເຣຍ​ ທີ່ໄດ້​ເລີ້ມ​ຂຶ້ນໃນ​ວັນ​ພະຫັດ ຊຶ່ງ​ພວກ​ທີ່​ເຫັນ​ເຫດການ​ກ່າວ​ວ່າ​ ຫລາຍ​ສິບ​ຄົນ​ໄດ້ເສຍ​ຊີວິດ. ການ​ໂຈມ​ຕີ​ທາງ​ອາກາດດັ່ງກ່າວ​ ເປັນ​ຂີດໝ​າຍ​ເທື່ອ​ທຳ​ອິດ​ນັບ​ແຕ່ສົງຄາມ​ກາງ​ເມືອງຂອງ​ປະ​ເທດ​ໄດ້​ເລີ້ມຂຶ້ນ​ໃນ​ປີ 2011 ທີ່​ເຮືອບິນ​ລົບ​ລັດຖະບານ​ຊີເຣຍ​ ໄດ້ແນ​ເປົ້າ​ໝາຍ​ໃສ່​ເຂດ​ທີ່​ມີ​ຊາວ​ເຄີ​ດອາ​ໄສ​ຢູ່​ເປັນ​ສ່ວນ​ໃຫຍ່. ນອກ​ນັ້ນ​ແລ້ວ ຍັງ​ປາກົດ​ວ່າ​ເປັນ​ຂີ​ດໝາຍ​ໃນ​ການ​ແຕກ​ຫັກ​ລົງໃນ​ການ​ປະຕິບັດ ງານ​ຮ່ວມ​ກັນ ລະຫວ່າງກອງ​ທະຫານ​ລັດຖະບານຊີ​ເຣຍ ​ແລະ​ກຳ​ລັງ​ຊາວ​ເຄີດ ​ເພື່ອ​ຕໍ່​ຕ້ານ​ພວກ​ນັກ​ລົບ​ອິສລາມ ​ຢູ່​ໃນ​ເມືອງດັ່ງກ່າວ ນັບ​ແຕ່ປີ 2014 ​ເປັນຕົ້ນ
ມາ.

ແຜນທີ່ເມືອງ Hasaka ຊີເຣຍ.

ບັນດາ​ຜູ້​ເຫັນ​ເຫດການ​ກ່າວ​ວ່າ​ ເຮືອບິນ​ລົບ​ອາຍ​ພົ່ນລັດຖະບານ​ຊີ​ເຣຍສາມ​ລຳ ​ໄດ້​ແນ​ເປົ້າ​ໝາຍ​ໃສ່​ທີ່​ໝັ້ນທາງທະຫານ ຂອງຊາວ​ເຄີ​ດ ອີງ​ຕາມ​ຫ້ອງການ​ສິ້ງ​ຊອມ​ສິດທິ​ມະສຸດ​ຊີ​ເຣຍ ທີ່​ມີ​ບັນ​ດາ​ນັກ​ຄົ້ນຄວ້າປະຕິບັດ​ງານ​ຢູ່​ທາງ​ພາກພື້ນດິນນັ້ນ. ຮູບ​ພາບວີ​ດີ​ໂອຂອງ
ວີ​ໂອ​ເອ ສ​ະ​ແດງ​ໃຫ້​ເຫັນ​ວ່າ ​ເຮືອບິນ​ທະຫານ​ຊີ​ເຣຍ ບິນ​ເວີ່ນ​ອ້ອມ​ເມືອງ ​ໃນ​ຂະນະ​ທີ່​ຊາວບ້ານພາກັນ​ແລ່ນ​ຊອກ​ຫາ​ບ່ອນຫລົບ​ລີ້​ໃນ​ວັນ​ສຸກ​ວານ​ນີ້.

ທ້າວ Hasaka Aziz Abe ກ່າວ​ຕໍ່​ວີ​ໂອ​ເອວ່າ “​ເຮືອບິນ​ລົບ​ແມ່ນ​ໄດ້​ແນ​ເປົ້າ​ໝາຍໃສ່​ເຂດ​ຕ່າງ​ເ​ປັນ​ການສະ​ເພາະ​ ເພື່ອເຮັດ​ໃຫ້​ກຳລັງ​ຊາວ​ເຄີ​ດ​ໃນ​ທ້ອງ​ຖິ່ນອ່ອນ​ແອ​ລົງ.”

ພົນລະເຮືອນ ບອກນັກຂ່າວ VOA Kurdish ເຖິງເຂດທີ່ເປັນເປົ້າໝາຍການໂຈມຕີເມືອງ Hakasa, Syria.

ໂຄສົກ​ທຳນຽບຫ້າ​ແຈ ພັນ​ຕີ Adrian Rankine-Galloway ກ່າວ​ວ່າ ກອງ ທັບ​ອາ​ກາດຊີ​ເຣຍ ​ໄດ້​ປະຕິບັດ​ງານ​ໂຈມຕີ​ຕໍ່ “ກຳລັງ​ພາກ​ພື້ນ​ດິນ​ໃນ​ຂົງ​ເຂດ​ເມືອງ Hasaka” ​ໃນ​ວັນ​ພະຫັດ​ຜ່ານ​ມາ​ນີ້. ​ເຖິງ​ຢ່າງ​ໃດ​ກໍ​ດີ ການ​ໂຈມ​ຕີ​ບໍ່​ໄດ້​ຂົ່ມຂູ່​ກຳ​ລັງ​ແນວ​ໂຮມ ທີ່ປະຕິບັດ​ງານ​ຢູ່​ໃນ​ຂົງ​ເຂດ. ​ໃນ​ການ​ຕອບ​ໂຕ້ ສະຫະ ລັດ ​ໄດ້ສົ່ງ​ເຮືອບິນ​ຂຶ້ນ​ໄປ​ຄຸ້​ມຄອງກຳ​ລັງ​ແນວ​ໂຮມ ​ແລະ​ທຳນຽບຫ້າ​ແຈ​ໄດ້​ຕິດ​ຕໍ່​ຫາ​ລັດຖະບານຣັດ​ເຊຍ ທີ່​ໄດ້​ປະຕິບັດງານ​ໂຈມ​ຕີ​ທາງ​ອາກາດ​ໃນ​ຊີ​ເຣຍເພື່ອ ​ສະໜັບສະໜູນ​ລັດຖະບານ Assad. ​ໂຄສົກ​ກ່າວ​ວ່າ ຣັດ​ເຊຍ​ໄດ້ ເນັ້ນ​ໜັກ​ວ່າ ​ເຮືອບິນຣັດ​ເຊຍບໍ່​ໄດ້​ພົວພັນ​ກັບ​ການ​ໂຈມ​ຕີ​ຢູ່ເມືອງ Hasaka ​ແລະ “ພວກ​ເຮົາ​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ວ່າ ​ເຮືອ​ບິ​ນ​ແນວ​ໂຮມ​ຈະ​ປ້ອງ​ກັນ​ກອງ​ທະຫານ​ພາກ​ພື້ນ​ດິນຂອງ​ຕົນ ຖ້າ​ຫາກ​ຖືກ​ຂົ່ມຂູ່.

ອ່ານຂ່າວນີ້ເປັນພາສາອັງກິດ