ບັນດາພົນລະເຮືອນທີ່ໄດ້ຮັບບາດເຈັບກຳລັງເພີ້ມຂຶ້ນ ໃນຂະນະທີ່ການສູ້ລົບຢ່າງໜັກ ໜ່ວງຢູ່ທີ່ເມືອງ Fallujah ທີ່ໝັ້ນຂອງກຸ່ມລັດອິສລາມ ທະວີຄວາມຮຸນແຮງຂຶ້ນ.
“ຄວາມເສຍຫາຍຕໍ່ມະນຸດກຳລັງເລິ້ມຂຶ້ນຢູ່ເມືອງ Fallujah ບັນດາຄອບຄົວພາກັນຕົກ ຄ້າງຢູ່ໃນການສູ້ລົບທີ່ບໍ່ມີທາງອອກທີ່ປອດໄພ.” ນັ້ນຄືຄຳເວົ້າຂອງທ່ານ Jan Egeland ຂອງສະພາອົບພະຍົບນໍເວ.
ກຳລັງຂອງອີຣັກ ໄດ້ເລີ້ມບຸກໂຈມຕີແນໃສ່ເພື່ອຍຶດເອົາເມືອງດັ່ງກ່າວກັບຄືນມາ.
ພວກເດັກນ້ອຍຢ່າງໜ້ອຍ 20 ພັນຄົນຍັງຕົກຄ້າງຢູ່ໃນເມືອງ ອີງຕາມລາຍງານທີ່ນຳອອກ ເຜີຍແຜ່ໂດຍອົງການແມ່ ແລະເດັກສະຫະປະຊາຊາດ ຫລື UNICEF. ອົງການດັ່ງກ່າວ ໄດ້ຮຽກຮ້ອງໃຫ້ທຸກພັກຝ່າຍຄໍ້າປະກັນ ໃຫ້ຄວາມປອດໄພແກ່ພວກເດັກນ້ອຍເຫລົ່ານີ້ ຜູ້ທີ່ສ່ຽງຕໍ່ການເກນເຂົ້າເປັນພວກທະຫານເດັກນ້ອຍ.
ຖະແຫລງການໄດ້ເຕືອນວ່າ "ພວກເດັກນ້ອຍປະເຊີນໜ້າກັບການສ່ຽງຕໍ່ການຖືກບັງຄັບ ເກນເຂົ້າໄປສູ້ລົບ ມີການດຳເນີນການກວດກາຢ່າງເຄັ່ງຄັດ ແລະໄດ້ແຍກອອກຈາກ ຄອບຄົວຂອງເຂົາເຈົ້າ.”
ພົນລະເຮືອນທີ່ພາກັນຫລົບໜີຈາກການສູ້ລົບ ທີ່ເມືອງ Falluja.
ຫ້ອງການອົບພະຍົບສະຫະປະຊາຊາດ ໄດ້ຮັບລາຍງານວ່າ ມີພົນລະເຮືອນໄດ້ເສຍຊີວິດ ຈາກການຖີ້ມລະເບີດ ຫລືທັບຖົມທັງເປັນຢູ່ພາຍໃຕ້ຊາກຫັກພັງເຮືອນຊານຂອງເຂົາເຈົ້າ.
ໂຄສົກອົງການ UNHCR ທ່ານ William Spindler ກ່າວວ່າ “ຍັງມີລາຍງານວ່າ ຫລາຍ ຮ້ອຍຄອບຄົວ ໄດ້ຖືກໃຊ້ເປັນເຄື່ອງກຳບັງ” ໂດຍພວກຫົວຮຸນແຮງລັດອິສລາມ.
ຈຳນວນ 625 ຄອບຄົວໄດ້ພາກັນຫລົບໜີຈາກການສູ້ລົບໃນອາທິດແລ້ວນີ້.
ກຳລັງອີຣັກໄດ້ແຍກພວກຜູ້ຊາຍອອກເພື່ອກວດກາພວກ ໃນຄວາມເປັນຫ່ວງທີ່ຢ້ານວ່າ ພວກເຂົາມີຄວາມຈົງຮັກພັກດີຕໍ່ພວກທີ່ກຳລັງໜີອອກຈາກເມືອງ ຫລັງຈາກໄດ້ຢູ່ພາຍໃຕ້ ການປົກຄອງຂອງກຸ່ມ IS ມາເປັນເວລາຫລາຍກວ່າສອງປີ.
ພວກນັກລົບ Shi'ite ເຕົ້າໂຮມກັນຢູ່ໃກ້ກັບເມືອງ Falluja ປະເທດ Iraq.
ທ່ານ Spindler ກ່າວວ່າ “ຜູ້ຊາຍປະມານ 500 ຄົນ ແລະເດັກນ້ອຍອາຍຸກວ່າ 12 ປີ ໄດ້ ຖືກກັກໄວ້ເພື່ອກວດເຖິງຄວາມປອດໄພ ທີ່ຈະໃຊ້ເວລາເຖິງຫ້າ ຫາເຈັດມື້.”
ວີໂອເອ ໄດ້ໂອ້ລົມກັບອົບພະຍົບຄົນນຶ່ງຜູ້ທີ່ມີຊື່ວ່າ Ayad ກ່ຽວກັບການດຳເນີນ ດັ່ງກ່າວ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ
Your browser doesn’t support HTML5
Irap Fallujah