ບັນດາອົງການຈັດຕັ້ງພົນລະເມືອງ ໃນເອເຊຍອາຄະເນ ກຳລັງ
ພາກັນສະແດງຄວາມເປັນຫ່ວງເພີ້ມຂຶ້ນ ກ່ຽວກັບການຮຽກຮ້ອງ
ຂອງເຂົາເຈົ້າທີ່ບໍ່ໄດ້ຮັບການເອົາຫົວຊາ ຈາກສະມາຄົມປະຊາ
ຊາດໃນເຂດເອເຊຍ ຕາເວັນອອກສຽງໃຕ້ ຫລືອາຊຽນ ເຖິງ
ແມ່ນວ່າ ມາເລເຊຍ ຊຶ່ງເປັນປະທານວຽນ ໃນປັດຈຸບັນ ໄດ້ໃຫ້
ຄຳໝັ້ນສັນຍາໄວ້ ທີ່ຈະເຮັດໃຫ້ເປັນຈິງ “ອາຊຽນ ທີ່ເປັນສູນ
ກາງຂອງພົນລະເມືອງ” ນັ້ນ. ນັກຂ່າວ ວີໂອເອ Steve
Herman ມີລາຍງານເລື້ອງນີ້ຈາກບາງກອກ ຊຶ່ງ ກິ່ງສະຫວັນ
ຈະນຳມາສະເໜີທ່ານ.
Your browser doesn’t support HTML5
ເວລາ ASEAN ຈັດກອງປະຊຸມສຸດຍອດ ຄັ້ງທີ 26 ໃນທ້າຍປີນີ້ ຢູ່ທີ່ນະຄອນ Kuala Lumper ກອງປະຊຸມກຸ່ມສັງຄົມພົນລະເຮືອນ ແລະກອງປະຊຸມລະຫວ່າງປະຊາຊົນ
ກັບປະຊາຊົນ ຂອງສະມາຄົມອາຊຽນ ຈະຮ່ວມກັນອອກຖະແຫລງການເພື່ອຕຳໜິຕິຊົມ.
ເຂົາເຈົ້າຈະບອກໃຫ້ບັນດາຜູ້ນຳວ່າ ຂໍ້ສະເໜີຕ່າງໆ ທີ່ໄດ້ຍື່ນໄປໃນແຕ່ ລະປີນັບຕັ້ງ
ແຕ່ປີ 2005 ເປັນຕົ້ນມາໂດຍກຸ່ມສັງຄົມພົນລະເຮືອນນັ້ນ “ຍັງບໍ່ທັນໄດ້ມີການຈັດຕັ້ງ
ປະຕິບັດ ຫລື ຮັບຮອງເອົາໃນວິທີທີ່ມີຄວາມໝາຍໃດໆ.”
ເຂົາເຈົ້າກ່າວວ່າ ທັ້ງນີ້ກໍເພາະວ່າ ASEAN “ໃຫ້ບູລິມະສິດ ແກ່ຜົນປະໂຫຍດ ຂອງ
ບໍລິສັດ ແລະບັນດາກຸ່ມທີ່ລ້ຳລວຍຕ່າງໆ ຮວມທັງບໍລິສັດລັດວິສາຫະກິດ ຫລາຍກວ່າ
ຜົນປະໂຫຍດຂອງປະຊາຊົນ.”
ກອງປະຊຸມສຸດຍອດເປັນເວລາສີ່ມື້ ຈະຈັດຂື້ນທີ່ນະຄອນຫລວງມາເລເຊຍ ເລີ້ມແຕ່ວັນ
ທີ 24 ເມສາເປັນຕົ້ນໄປ.
ກ່ອນໜ້າກອງປະຊຸມ ຫລາຍກວ່າ 100 ຄົນ ຮວມທັງບັນດານັກຂ່າວທີ່ມີຊື່ສຽງຈຳນວນ
ນຶ່ງ ໄດ້ຖືກຈັບ ໃນຂໍ້ຫາຍຸຍົງໃຫ້ປະຊາຊົນ ຕໍ່ຕ້ານລັດຖະບານ ນັບຕັ້ງແຕ່ເດືອນກຸມພາ
ເປັນຕົ້ນມາ.
ນັກເຄື່ອນໄຫວມາເລເຊຍ ທ່ານ Jerald Joseph ແມ່ນປະທານ ຄະນະກຳມະການກຽມ
ກອງປະຊຸມຫວ່າງປະຊາຊົນກັບປະຊາຊົນຂອງ ASEAN. ທ່ານກ່າວວ່າ ນາຍົກລັດຖະ
ມົນຕີ Najib Razak ຕ້ອງໄດ້ຕອບຄຳຖາມພື້ນຖານຕ່າງໆ ໃນນາມທີ່ເປັນເຈົ້າພາບກອງ
ປະຊຸມ ASEAN.
ທ່ານ Joseph ກ່າວວ່າ “ທ່ານເປັນປະທານຢ່າງໃດ ແລະທ່ານອະນຸຍາດໃຫ້ໂຄງ
ສ້າງຂອງສັງຄົມຂອງທ່ານ ຜັນຂະຫຍາຍລົງໄປເລື້ອຍໆ ໃນຮູບແບບດັ່ງທີ່ ເປັນ
ຢູ່ໃນເວລານີ້ໄດ້ແບບໃດ? ແລະຂ້າພະເຈົ້າຄິດວ່າ ນີ້ແມ່ນຂັດຕໍ່ຫລັກການພື້ນ
ຖານ ໃນການນັບຖືອິດສະຫຼະພາບ ແລະສິດທິພື້ນຖານຕ່າງໆ ຢູ່ໃນກົດບັດ
ຂອງ ASEAN ນັ້ນ."
ກອງປະຊຸມສຸດຍອດບັນດາຜູ້ນຳອາຊຽນແມ່ນຮູ້ກັນວ່າເປັນກອງປະຊຸມທີ່ຈືດຊືດ ບໍ່ຕື່ນ
ເຕັ້ນ ໃນຂະນະທີ່ສະມາຄົມດັ່ງກ່າວປະຕິບັດຕາມນະໂຍບາຍ ທີ່ບໍ່ມີການແຊກແຊງຕໍ່
ບັນດາປະເທດສະມາຊິກ.
ແຕ່ວ່າ ກອງປະຊຸມຂອງກຸ່ມສັງຄົມພົນລະເຮືອນຂອງ ASEAN ທີ່ຈັດຂຶ້ນຄຽງ ຄູ່ກັນໄປ
ນັ້ນ ບໍ່ໄດ້ມີຄວາມລັງເລໃຈໃດໆ ທີ່ຈະຖະແຫລງໂດຍກົງ ກ່ຽວກັບບັນຫາທີ່ຟົດເດືອດ
ຕ່າງໆ ເຊັນວ່າການລະເມີດສິດທິມະນຸດເປັນຕົ້ນ.
ໃນເດືອນນີ້ ເຂົາເຈົ້າປະເຊີນໜ້າຢ່າງເປັນການສະເພາະກັບປະເທດລາວ ກ່ຽວ ກັບບັນ
ຫາບັງຄັບໃຫ້ຫາຍສູນຂອງນັກເຄື່ອນໄຫວຄົນສຳຄັນ ທ່ານສົມບັດ ສົມພອນ.
ເຂົາເຈົ້າຕ້ອງການໃຫ້ທຸກປະເທດສະມາຊິກ ASEAN ປະເຊີນໜ້າກັບຄວາມວິຕົກກັງ
ວົນໃນເລື້ອງສິ່ງແວດລ້ອມ ກ່ຽວກັບການສ້າງເຂື່ອນຕ່າງໆຢູ່ຕາມແມ່ນ້ຳຂອງ ແລະການ
ປະພຶດປະຕິບັດບໍ່ຖືກບໍ່ຕ້ອງຢ່າງກວ້າງຂວາງ ຕໍ່ແຮງງານຕ່າງດ້າວ ແລະອົບພະຍົບຢູ່
ໃນຂົງເຂດ ຮວມຢູ່ໃນບັນຫາອຶ່ນໆ.
ປະເທດໄທ ທີ່ຢູ່ພາຍໃຕ້ການຄວບຄຸມຂອງທະຫານ ນັບແຕ່ເດືອນພຶດສະພາປີກາຍນີ້
ມາກໍຈະເປັນອີກປະເທດນຶ່ງທີ່ມີການເວົ້າເຖິງຢ່າງຫຼວງຫຼາຍ.
ເກືອບເປັນລະຍະເວລາສິບເດືອນ ທີ່ຢູ່ພາຍໃຕ້ກົດໄອຍະການເສິກ ຊຶ່ງໄດ້ສີ້ນສຸດລົງ
ໃນວັນພຸດອາທິດແລ້ວນີ້ ແຕ່ວ່ານາຍົກລັດຖະມົນຕີ ແລະຜູ້ນຳທະຫານ ທ່ານປຣະຍຸດ
ຈັນໂອຊາ ໃນທັນທີກໍໄດ້ມອບອຳນາດຢ່າງກວ້າງຂວາງໃຫ້ແກ່ຕົນເອງແລະບັນດາເຈົ້າ
ໜ້າທີ່ທະຫານ ໂດຍຜ່ານຄຳສັ່ງວ່າດ້ວຍຄວາມປອດໄພສະບັບໃໝ່.
ສິດທິໃນການປາກເວົ້າ ແລະການເຕົ້າໂຮມກັນໄດ້ຖືກຕັດຮອນພາຍໃຕ້ກົດໄອຍະການ
ເສິກ. ບັນດານັກເຄຶ່ອນໄຫວໄທ ພົບວ່າ ເຂົາເຈົ້າຍັງມີຄວາມສົງໄສຢູ່ວ່າ ບັດນີ້ເຂົາເຈົ້າ
ເຮັດຫຍັງ ແລະເວົ້າຫຍັງໄດ້ແດ່?
ໃນການຖະແຫລງຕໍ່ສື່ມວນຊົນຢູ່ທີ່ບາງກອກ ໃນວັນພະຫັດອາທິດແລ້ວນີ້ ທ່ານນາງ Sunsanee Suthisunsanee ຜູ້ຕາງໜ້າໄທ ຢູ່ກອງປະຊຸມປະຊາຊົນ ກັບປະຊາຊົນ
ຂອງ ASEAN ກ່າວວ່າ ບັນດານັກເຄຶ່ອນໄຫວດ້ານສິດທິມະນຸດຂອງໄທ ຈະຖືເອົາຄຳ
ເວົ້າຂອງນາຍົກລັດຖະມົນຕີ ປຣະຍຸດ ທີ່ວ່າທ່ານບໍ່ຕັ້ງໃຈທີ່ຈະໃຊ້ອຳນາດແບບບໍ່ມີ
ການກວດສອບຂອງທ່ານ ໄປໃນທາງທີ່ບໍ່ຖືກຕ້ອງ.
ທ່ານນາງ Sunsanee ກ່າວວ່າ “ນາຍົກລັດຖະມົນຕີ ຂອງພວກເຮົາກ່າວວ່າ ຖ້າ
ຫາກທ່ານບໍ່ເຮັດສິ່ງໃດສິ່ງນຶ່ງຜິດ ເປັນຫຍັງຈຶ່ງຕ້ອງເປັນຫ່ວງ? ເຮົາບໍ່ໄດ້ເຮັດ
ຫຍັງຜິດ ເປັນຫຍັງຕ້ອງເຮັດໃຫ້ມັນຖືກ. ເພາະສະນັ້ນ ຂ້າພະເຈົ້າຄິດວ່າ
ພວກເຮົາຈະສືບຕໍ່ ຍົກເອົາບັນຫາຄວາມເປັນຫ່ວງດ້ານສິດທິມະນຸດຂຶ້ນມາເວົ້າ.”
ສ່ວນກຸ່ມປົກປ້ອງສິດທິມະນຸດສາກົນ Human Rights Watch ຮ້ອງການຕັດສິນໃຈ ຂອງພວກຜູ້ນຳທະຫານ ທີ່ຈະອ້າງອີງໃສ່ມາດຕາ 44 ຂອງລັດຖະທຳ ມະນູນຊົ່ວຄາວ
ເປັນການປະຕິບັດ ທີ່ເປັນຂີດໝາຍວ່າ “ປະເທດໄທແມ່ນລົງເລິກຕື່ມຂຶ້ນໄປສູ່ການຜະ
ເດັດການ.”
ນອກນັ້ນ ກຸ່ມສັງຄົມພົນລະເຮືອນຂອງ ASEAN ຍັງປະສົງຢາກໃຫ້ມຽນມາສືບ ຕໍ່ຢູ່
ພາຍໃຕ້ການກວດສອບຢ່າງລະອຽດ ທ່າມກາງການປາບປາມຢ່າງຮຸນແຮງຕໍ່ພວກ
ນັກສຶກສາ ແລະການເປັນປໍລະປັກເພີ້ມຂຶ້ນຕໍ່ບັນດາຊົນກຸ່ມນ້ອຍຕ່າງໆ.
ບັນດາຜູ້ຕາງໜ້າທີ່ໄປຮ່ວມກອງປະຊຸມລະຫວ່າງປະຊາຊົນກັບປະຊາຊົນ ກ່າວວ່າ
ໃນຂະນະທີ່ ASEAN ກ້າວໄປສູ່ເປົ້າໝາຍຂອງຕົນ ໃນການຮວມຕົວເປັນປະຊາຄົມ
ດ້ານເສດຖະກິດຢູ່ໃນຂົງເຂດນັ້ນ ຍັງມີບັນດາສະມາຊິກຫຼາຍປະເທດ ສືບຕໍ່ກົດຂີ່ໃນ
ດ້ານສິດທິມະນຸດ ແລະພົວພັນການເມືອງທີ່ບໍ່ກ້າວໜ້າ.
.