ລາຍງານສະບັບໃໝ່ ຂອງຫົວໜ້າຮັບຜິດຊອບ ດ້ານສາທາລະ
ນະສຸກຫຼື surgeon general ຂອງສະຫະລັດເຕືອນວ່າ ການ
ສູບຢາເຮັດໃຫ້ມີບັນຫາທາງດ້ານສຸຂະພາບ ຫລາຍກວ່າທີ່ໄດ້
ຄາດຄິດໄວ້.
ການສຶກສາທີ່ນຳອອກເຜີຍແຜ່ໃນວັນສຸກມື້ນີ້ໄດ້ມີຂຶ້ນຫຼັງຈາກ
ວັນຄົບຮອບ 50 ປີທີເປັນຂີດໝາຍສຳຄັນໃນການເຕືອນຈາກ
ຫົວໜ້າຮັບຜິດຊອບ ດ້ານສາທາລະນະສຸກ ສະຫະລັດ ທີ່ໃຫ້
ການຢືນຢັນເປັນເທື່ອທຳອິດວ່າການສູບຢາເຮັດໃຫ້ເປັນໂຣກ
ມະເຮັງໃນປອດ.
ລາຍງານສະບັບຫລ້າສຸດກ່າວວ່າ ການສູບຢາຍັງສາມາດເຮັດໃຫ້ເກີດບັນຫາຕ່າງໆເຊັນວ່າ ຕັບ ແລະເນື້ອງອກໃນລໍາໃສ້ ເບົາຫວານ ເຈັບຂໍ້ຕໍ່ກະດູກ ແມ່ນກະທັ້ງ ເຮັດໃຫ້ອະໄວຍະວະ ເພດບໍ່ແຂງ.
ນັບແຕ່ໄດ້ມີການປະກາດໃນປີ 1964 ກໍພາໃຫ້ມີການເລີ້ມການເຄື່ອນໄຫວຕໍ່ຕ້ານການສູບ ຢາ ອັດຕາການສູບຢາໃນສະຫະລັດ ໄດ້ຫລຸດລົງຈາກ 42 ເປີເຊັນມາເປັນ 18 ເປີເຊັນ ໃນ
ເວລານີ້.
ແຕ່ຜູ້ຮັກສາການ ຫົວໜ້າຮັບຜິດຊອບດ້ານສາທາລະນະສຸກ ຂອງສະຫະລັດ ທ່ານ Boris Lushniak ກ່າວວ່າ ລັດຖະບານອາດຈະບໍ່ສາມາດບັນລຸຈຸດໝາຍຂອງການຫລຸດການສູບ
ຢາ ລົງມາເປັນ 12 ເປີເຊັນໄດ້ ໃນປີ 2020 ແລະເຕືອນວ່າ ຍັງມີ “ໄພພິບັດຢ່າງໃຫຍ່ພວມ
ເກີດຂື້ນຢູ່ຕໍ່ໄປ.”
ວີດີໂອ: ອົງການອະນາໄມໂລກ ຮຽກຮ້ອງໃຫ້ເຊົາ ໂຄສະນາຢາສູບ:

Your browser doesn’t support HTML5