ຜູ້ທີ່ ປ. ທຣຳ ສະເໜີ ໃຫ້ເປັນ ຫົວໜ້າ CIA ປະຕິຍານວ່າ ຈະບໍ່ໃຊ້ ການທໍລະມານ

ຜູ້ຖືກສະເໜີຊື່ ໃຫ້ເປັນຫົວໜ້າອົງການ CIA ທ່ານນາງ ຈີນາ ແຮສແປລ (Gina Haspel) ກຳລັງນັ່ງໃຫ້ການ ຕໍ່ຄະນະກຳມະການສືບລັບ ຂອງສະພາສູງ ທີ່ຈະພິຈາລະນາຮັບຮອງເອົາທ່ານນາງ ຫຼືບໍ່ ຢູ່ທີ່ລັດຖະສະພາ ຫຼື Capitol Hill, ວັນທີ 9 ພຶດສະພາ 2018 ໃນນະຄອນຫຼວງ ວໍຊິງຕັນ.

ຜູ້​ທີ່​ປະທານາທິບໍດີ​ສະຫະລັດ ທ່ານດໍ​ໂນ​ລ ທຣຳ ​ໄດ້ເລືອກ ໃຫ້​ເປັນຫົວໜ້າ​ຂອງອົງການ
ສືບລັບ CIA ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ ຕໍ່​ສະມາຊິກ​ລັດຖະສະພາວ່າ ຈະບໍ່​ໃຫ້​ຮື້​ຟື້ນ​ໂຄງການ
​ ທີ່​ເອີ້ນ​ວ່າ ​ເປັນ​ການທໍລະມານຕໍ່ພວກທີ່​ສົງ​ໄສ​ວ່າ ​ເປັນຜູ້​ກໍ່​ການ​ຮ້າຍ ​ເພື່ອຊອກ​ຄົ້ນ​ຫາ
​ເອົາ​ຄວາມ​ລັບ ແຕ່ໄດ້ປະຕິເສດທີ່ຈະປະນາມ ຕໍ່​ການກະ​ທຳດັ່ງກ່າວ ​ວ່າ​ຜິດ​ກົດໝາຍ
​ແລະ​ບໍ່​ມີສິນທຳ.

ການ​ຮັບຟັງຄຳໃຫ້ການ​ ໃນ​ວັນ​ພຸດ​ວານ​ນີ້ ຂອງ​ຜູ້ອຳນວຍການ ອົງການສືບລັບ CIA
ທ່ານ​ນາງ ຈີນາ ແຮສແປລ ຜູ້​ທີ່ຫວັງວ່າຈະ​ໄດ້​ເປັນ​ຜູ້ອຳນວຍການ​ແມ່ຍິງ​ຄົນ​ທຳ​ອິດໄວ
61 ປີ ​ໄດ້​ໃຫ້​ຂໍ້​ມູນ​ລາຍ​ລະອຽດ​ຕ່າງໆ ຕໍ່​ສາ​ທາ​ລະນະ​ຊົນຜູ້​ຊຶ່ງ​ໄດ້​ໃຊ້​ເວລາ 3 ທົດ​ສະວັດ
​ໄຕ່ເຕົ້າ​ຂຶ້ນມາ​ຕາມ​ລຳດັບ ​ໃນ​ໜ້າ​ທີ່ ຊຶ່ງ​ສ່ວນ​ໃຫຍ່​ແລ້ວ ​ແມ່ນ​ເຮັດ​ວຽກ​ເປັນຢູ່ທາງ
​ເບື້ອງ​ຫຼັງ.

Your browser doesn’t support HTML5

CIA Chief Nominee Haspel Vows Not to Restart Detention, Interrogation Program

ສ່ວນໃຫຍ່ຂອງການ​ໃຫ້ການດັ່ງກ່າວ​ ​ແມ່ນ​ເພັ່ງ​ເລັງ​ໃສ່ວຽກ​ງານ​ຂອງ​ທ່ານ​ນາງແຮສແປລ
​ໃນ​ປີ 2002 ​ທີ່ປະ​ເທດ​ໄທ ​ໃນ​ອັນ​ທີ່​ທ່ານ​ນາງ​ໄດ້​ກຳກັບນຳ​ຄວາ​ມ​ລັບ​ຂອງອົງການ CIA.
ພວກ​ທີ່​ຖືກ​ຄຸມ​ຂັງ ​ແມ່ນ​ໄດ້​ຖືກຖອກນ້ຳໃສ່ໜ້າເກືອບຫາຍໃຈບໍ່ ​ແລະ​ການທາລຸນ​ດ້ວຍ
ເທັກ​ນິກອື່ນໆ ທີ່​ເອີ້ນ​ກັນ​ວ່າ ແມ່ນ​ການທໍ​ລະ​ມານນັ້ນ.

​ທ່ານນາງແຮສແປລ ​ໄດ້​ກ່າວຕໍ່​ຄະນະ​ກຳມະການ​ສຶບລັບ​ຂອງ​ສະພາ​ສູງວ່າ “ຂ້າພະ​ເຈົ້າ
​ສະເໜີ​ໃຫ້​ທ່ານເບິ່ງຄ​ວາ​ມໝັ້ນໝາຍ ໃນການປະຕິບັດ​ຕໍ່ໜ້າ​ທີ່ ຢ່າງ​ແຈ້ງ​ຂາວ ​ແບບບໍ່
​ມີ​ຫຍັງເກັບ​ໄວ້, ທີ່​ວ່າ​ພາຍ​ໃຕ້​ການ​ນຳພາ​ຂອງ​ຂ້າພະ​ເຈົ້າ ອົງການ CIA ຈະ​ບໍ່​ກັບ​ໄປ
ເລີ່​ມ​ໂຄງການທໍລະມານ ແບບ​ນັ້ນ​ອີກ.”

ທ່ານນາງກ່າວຕື່ມວ່າ “ຂ້າພະ​ເຈົ້າ​ຈະ​ບໍ່​ຍອມເດັດຂາດ ​ໃຫ້​ອົງການ CIA ມີ​ໂຄງການ
​ແບບ​ເດີມ​ອີກ ​ແລະ​ຈະ​ບໍ່​ໃຫ້​ມັນ​ເກີດ​ຂຶ້ນ​ອີກ​ຢ່າງ​ແນ່ນອນ.”

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ