ຫົວໜ້າ ອົງການສືບລັບ ຊີໄອເອ ກ່າວປ້ອງກັນ ວິທີການສຶືບສວນ ທີ່ຊີໄອເອ ເຄີຍນຳໃຊ້

ຫົວໜ້າອົງການສືບລັບ ທ່ານ John Brennan ກ່າວຕໍ່ກອງປະຊຸມ ນັກຂ່າວ ທີ່ກອງບັນຊາການ CIA.

ຫົວໜ້າ ອົງການ​ສືບ​ລັບຊີ​ໄອ​ເອ ສະຫະລັດ ທ່ານ John
Brennen ​ໄດ້ຕອບ​ໂຕ້ບັນດາ​ຜູ້​ກ່າວ​ຫາ ອົງການ​ຂອງ​ທ່ານ
ທີ່ວ່າ ທາ​ລຸນພວກ​ນັກ​ໂທດ​ ຢູ່ຄຸກ​ຄູ​ມຂັງ​ລັບຕ່າງໆ ​ໂດຍ​
ກ່າວວ່າ ນັ້ນ​ເປັນວິ​ທີການ​ສອບ​ສວນ​ທີ່​ຊ່ວຍ​ປ້ອງ​ກັນ​ການ
​ໂຈມ​ຕີ​ຈາກ ​ການ​ກໍ່​ການ​ຮ້າຍຕໍ່ ສະຫະລັດ.

ຢູ່​ໃນ​ການ​ໃຫ້​ຂ່າວ​ຕໍ່ກອງ​ປະຊຸມສົດ ທີ່​ກອງ​ບັນຊາ​ການ​
ອົງການ​ສື​ບລັບ ​ໃນ​ວັນ​ພະຫັດ​ວານນີ້ ທ່ານ Brennen
ຮັບ​ຮູ້​ວ່າ ວິທີການດ່ັງກ່າວ “​ໂຫດຮ້າຍ” ທີ່​ໃຊ້​ກັບຜູ້ຕ້ອງ​
ສົງ​ໄສ​ກໍ່​ການ​ຮ້າຍ ຫລັງ​ຈາກການ​ໂຈມຕີ ສະຫະລັດ ວັນ​
ທີ່ 11 ​ເດືອນ​ກັນ​ບາ ປີ 2001.

​ແຕ່ ທ່ານ​ໄດ້​ປ້ອງ​ກັນ​ສ່ວນ​ໃຫຍ່​ຂອງ ​ໂຄງ​ການ​ສືບສວນ ​ໂດ​ຍກ່າວ​ວ່າ “​ເປັນ​ປະ​ໂຫຍ​ດ
​ແລະ​ໄດ້​ຮັບລາຍ​ລະ​ອຽດທີ່​ມີ​ຄຸນ​ຄ່າ” ທີ່​ຕ້ອງການ ຫລັງ​ຈາ​ກ CIA ​ໄດ້​ໃຊ້ ອັນ​ທີ່​ທ່ານ ອ້າງ​
ວ່າ ​ເປັນເທັກ​ນິກ​ “ຊ່ວຍການ​ສອບ​ສວນ.”

Your browser doesn’t support HTML5

CIA Chief Defends 'Enhanced Interrogation'

​ໃນ​ຕົ້ນ​ອາທິດ​ນີ້ ລາຍ​ງານຈາກສະພາ​ສູງ ​ໄດ້​ໃຫ້​ລາຍ​ລະ​ອຽດວ່າ ການ​ສືບສວນ​ຂອງ​ບັນ
ດາ​ເຈົ້າ​ໜ້າ​ທີ່ CIA ວ່າເປັນ​ແບບ​ທາ​ລຸນ​ຕໍ່​ພວກ​ນັກ​ໂທດ ຮວມທັງ​ການ​ເອົາ​ນຳ້​ຖອກ​ໃສ່​ໜ້າ
ຄືຈະ​ເຮັດໃຫ້​ຈົມ​ນໍ້າ​ຕາຍ ບັງ​ຂັບ​ເອົາ​ອາຫານ​ຜ່ານເຂົ້າ​ທາງ​ກົ້ນ ​ແລະ​ເຮັດ​ຄື​ຈະສັງຫານ.

ທ່ານ Brennen ​ໄດ້​ປະຕິ​ເສດ​ ທີ່ຈະ​ເອີ້ນ​ ການ​ໃຊ້ວິທີໃດໆ​ ​ວ່າ​ເປັນການ​ທາລຸນ ​ແຕ່​ທ່ານ
ກໍໄດ້​ກ່າວ​ວ່າ "ມີ​ຈຳນວນ​ຈຳກັດຢູ່” ທີ່​ບັນດາ​ເ​ຈົ້າໜ້າ​ທີ່ CIA ​ໄດ້ “ອອກ​ນອກ​ຂອບ​ເຂດ”
ກົດ​ລະບຽບທີ່ຮັບ​ຮູ້​ເຫັນ​ດີ ​ແລະມີ​ການ​ທຳທາລຸນຮຸນ​ແຮງ​ຕໍ່ພວກ​ນັກ​ໂທດ.