ອະດີດປະທານາທິບໍດີ ສະຫະລັດ ທ່ານ ບີລ ຄິລຕັນ ໄດ້ກ່າວ
ຄຳປາໄສ ປະເດັນສຳຄັນ ເມື່ອຕອນຄ່ຳຄືນ ວັນເສົາວານນີ້
ໃນນະຄອນ New Orleans ທາງພາກໃຕ້ຂອງສະຫະລັດ
ຢູ່ທີ່ພິທີລະນຶກເຖິງ ວັນຄົບຮອບ 10 ປີ ໃນການພັດເຂົ້າຖະຫຼົ່ມ
ຂອງພາຍຸເຮີຣິເຄນ Katrina.
ທ່ານກ່າວວ່າ ພົນລະເມືອງຂອງ New Orleans ຄວນພາກພູມ
ໃຈທີ່ສຸດ ຕໍ່ຄວາມສຳເລັດ ຂອງພວກເຂົາເຈົ້າ ນັບຕັ້ງແຕ່ຄວາມ
ຫາຍະນະຂອງ ລົມພາຍຸ Katrina ຊຶ່ງບັດນີ້ ຄວນອຸທິດຕົນເອງ
ອີກເທື່ອນຶ່ງ ໃສ່ການລົບລ້າງ ຄວາມແຕກໂຕນກັນຂອງລາຍໄດ້
ການສຶກສາ ແລະ ດ້ານສຸກຂະພາບ.
ນາງ April Moore ພົນລະເມືອງ Gulfport (ຊ້າຍ) ຮ້ອງໄຫ້ ຫຼັງຈາກທີ່ຂອບອົກຂອບໃນນາງ Anne Warren ຂອງໂບດ Gulf Coast Blessing ສຳຫັລບການໄຫວ້ພາວະນາຈາກກຸ່ມສຶກສາຄຳພີ ພາຍຫຼັງພິທີ ລະນຶກເຖິງວັນຄົບຮອບ 10 ປີ ຂອງລົມພາຍຸ Katrina ໃນເມືອງ Gulfport, ລັດ Mississippi, ວັນທີ 29 ສິງຫາ 2015.
ລະຄັງຕ່າງໆ ຢູ່ໃນນະຄອນ New Orleans ແລະ ຢູ່ໃນຂົງເຂດທີ່ກວ້າງຂວາງຂອງອ່າວ
ຊາຍຝັ່ງທະເລນັ້ນ ໄດ້ດັງກ້ອງກັງວານຂຶ້ນເມື່ອວັນເສົາວານນີ້ ໃນຂະນະທີ່ພົນລະເມືອງ
ລະນຶກເຖິງວັນຄົບຮອບ 10 ປີ ຂອງຊ່ວງເວລາ ລົມພາຍຸ ເຮີຣິເຄນ Katrina ທີ່ເປັນອັນຕະລາຍ ເຖິງແກ່ຊີວິດ ໄດ້ພັດຂຶ້ນຝັ່ງ.
ຈາກຊ້າຍ, ເຈົ້າຄອງ ນະຄອນ New Orlean ທ່ານ Mitch Landrieu ແລະ ອະດີດ ປະທານາທິບໍດີ ສະຫະລັດ ທ່ານ George W. Bush ໂອ້ລົມກັບພວກນັກສຶກສາ ໂຮງຮຽນມັດຖະຍົມ Warren Easton Charter ມື້ນຶ່ງກ່ອນໜ້າ ວັນຄົບຮອບ 10 ປີ ຂອງການພັດຖະຫລົ່ມ ຂອງພາຍຸ Katrina ໃນນະຄອນ New Orleans, ວັນທີ 28 ສິງຫາ 2015.
ບັນດາຜູ້ ຊົງຄຸນວຸດທິ ທີ່ໄປຮ່ວມພິທີ ໃນເມືອງທີ່ຖືກຖະຫລົ່ມຢ່າງໜັກນັ້ນ ໄດ້ວາງພວງມາລາ ແລະ ໄດ້ກ່າວຄຳສະດຸຸດີ ແກ່ຜູ້ທີ່ເສຍຊີວິດ ຈຳນວນ 1,800 ຄົນໃນລົມພາຍຸດັ່ງກ່າວນັ້ນ ໃນຂະນະທີ່ສະ
ເຫລີມສະຫລອງ ການຟື້ນຄືນຂອງເມືອງ ແລະ ຄວາມພະຍາຍາມຢືນຂຶ້ນຕໍ່ສູ້ກັບຄວາມຫາຍະນະ ຂອງບັນດາຜູ້ທີ່ອາໄສຢູ່ໃນເມືອງດັ່ງກ່າວ.
ປະທານາທິບໍດີ ບາຣັກ ໂອບາມາ ກ່າວຄຳປາໄສ ຢູ່ທີ່ ສູນກາງຊຸມຊົນ Andrew P. Sanchez ໃນເຂດ Lower Ninth Ward ຂອງນະຄອນ New Orleans, ວັນທີ 27 ສິງຫາ 2015.
Your browser doesn’t support HTML5
Katrina Anniversary