ອະດີດ ລມຕ ຕ່າງປະເທດ ສຫລ ເຖິງແກ່ມໍລະນະກຳ

  • ໄພສານ ວໍຣະຈັກ

ມື້ລາງລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ Warren Christopher

ອະດີດລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານ Warren Christopher
ໄດ້ເຖິງແກ່ມໍລະນະກຳແລ້ວ.

ຄອບຄົວຂອງທ່ານ Christopher ກ່າວວ່າ ທ່ານໄດ້ເຖິງແກ່ມໍລະນະກຳຍ້ອນໂຣກແຊກ
ຊ້ອນຫຼາຍຢ່າງ ທີ່ເກີດຈາກໝາກໄຂ່ຫຼັງແລະມະເຮັງພົກປັດສະວະ.

ມື້ລາງລັດຖະມົນຕີການຕ່າງປະເທດ ອາຍຸ 85 ປີ ຂອງສະຫະລັດທ່ານນີ້ໄດ້ເຖິງແກ່ມໍລະ
ນະກຳຢູ່ທີ່ເຮືອນຂອງທ່ານໃນລັດກາລີຟໍເນຍແລະຫ້ອມລ້ອມໄປດ້ວຍສະມາຊິກໃນຄອບ
ຄົວໃນເວລາທີ່ທ່ານສິ້ນໃຈ.

ທ່ານ Christopher ເຄີຍຮັບໜ້າທີ່ເປັນລັດຖະມົນຕີການຕ່າງປະເທດ ໃນລັດຖບານສະ
ໄໝທຳອິດຂອງປະທານາທິບໍດີ Bill Clinton ແຕ່ປີ 1993 ຫາ 1997.