Your browser doesn’t support HTML5
Silver Bells by Joe Nichols.Mp3
ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ ແລະທີ່ຜ່ານໄປນັ້ນແມ່ນເພງ
Silver Bells ຂອງນັກຮ້ອງລູກທົ່ງ Joe Nichols ຊຶ່ງເປັນເພງ
ທີ່ແທດເໝາະກັບບັນຍາກາດໃນສະຫະລັດເວລານີ້ຢ່າງທີ່ສຸດ
ເພາະວ່າ ບໍ່ວ່າ ທ່ານຈະໄປສູນກາງການຄ້າຫລື shopping mall ແຫ່ງໃດ ທ່ານກໍຈະເຫັນພະນັກງານຂອງອົງການກຸສົນ Salvation Army ຢືນສັ່ນລະຄັງນ້ອຍຢູ່ ເຊີນຊວນໃຫ້ຄົນປ່ອນເງິນລົງໃນກະໂລ່ງນ້ອຍທີ່ ຫ້ອຍຢູ່ຂາຕັ້ງ ເພື່ອເອົາໄປຊ່ວຍເຫລືອພວກຄົນທຸກນັ້ນເອງ ຊຶ່ງການຊ່ວຍເຫລືອພວກທີ່ຂັດສົນກ່ວາ ກໍແມ່ນນໍ້າໃຈຂອງບຸນຄຣິສມາສຫລືບຸນສະຫລອງວັນປະສູດຂອງພະເຍຊູເຈົ້າ ຄືວັນທີ 25 ທັນວາ ເມື່ອ 2012 ປີກ່ອນ. ສໍາລັບຊາວຄຣິສແລ້ວ ບຸນນີ້ແມ່ນເປັນບຸນທີ່ສໍາຄັນທີ່ສຸດແລະມ່ວນຊື່ນທີ່ສຸດຂອງປີ ດັ່ງຄໍາບັນລະ ຍາຍໃນເພງນີ້ຂອງນັກຮ້ອງສຽງອໍາມະຕະຊື່ດັງກ້ອງໂລກຂອງອາເມຣິກາ Andy Williams ທີ່ຫາກໍເສຍຊີວິດໄປໃນປີນີ້ເອງ It’s the most wonderful time of the year.
Your browser doesn’t support HTML5
It's the Most wonderful Time of the Year by Andy Williams.Mp3
ເລົ່າກັນວ່າ ໃນມື້ທີ່ພະເຍຊູປະສູດຢູ່ຮາງຫຍ້າໃນຄອກສັດ ຈາກ Mary ສາວບໍລິສຸດນັ້ນ ຜູ້ຄົນຕ່າງກໍພາກັນລຸລັ່ງໄປເບິ່ງໄປຊົມແລະເອົາເຄື່ອງຂອງໄປມອບໃຫ້ຜູ້ທີ່ເຂົາເຈົ້າຮູ້ວ່າ ຈະມາໂຜດໂລກມະນຸດ. ໃນນັ້ນກໍມີເດັກຊາຍຄົນນຶ່ງທີ່ແລ່ນໄປນໍາເຂົາເຈົ້າດ້ວຍ ໂດຍທີ່ບໍ່ມີຫຍັງເລີຍເພາະເປັນລູກຄົນທຸກ ນອກຈາກກອງນ້ອຍໆຂອງລາວ ທີ່ລາວຢາກເອົາໄປຫລິ້ນໃຫ້ພະເຍຊູຟັງ. ກໍເລີຍມີເພງກ່ຽວກັບເດັກຊາຍຄົນນີ້ ທີ່ເອີ້ນກັນວ່າ The Little Drummer Boy ຫລືນັກຕີກອງນ້ອຍໆ. ເພງນີ້ເປັນຜົນງານຂອງ Jessica Simpson.
Your browser doesn’t support HTML5
The Little Drummer Boy by Jessica Simpson.Mp3
ເວລາຂອງເຮົາເຫລືອນ້ອຍຫລາຍທ່ານທີ່ເຄົາລົບ ສະນັ້ນຂ້າພະເຈົ້າຂໍອໍາລາທ່ານໄປພ້ອມກັບເພງນີ້ເລີຍ Christmas in Dixie ຂອງ Trent Tomlinson. Dixie ກໍຄືເມືອງນຶ່ງໃນລັດ Alabama ແລະຂໍອ່ວຍພອນໃຫ້ທ່ານຜູ້ຟັງທຸກໆທ່ານທີ່ສະຫລອງບຸນຄຣິສມາສ ຈົ່ງມີແຕ່ຄວາມມ່ວນຊື່ນແລະສຸກສົມຫວັງ ປາດຖະໜາຂອງຂວັນແນວໃດກໍຂໍໃຫ້ໄດ້ດັ່ງໃຈມັກເຖິ້ນ ສໍາລັບທ່ານທີ່ບໍ່ສະຫລອງ ກໍຂໍໃຫ້ມີແຕ່ຄວາມມ່ວນຊື່ນໃນວັນຄຣິສມາສ ແລະຕະຫລອດໄປເຊ່ນກັນ. Merry Christmas and Happy New Year ລ່ວງໜ້າ. ຂໍໃຫ້ທຸກໆທ່ານຈົ່ງນອນຫລັບສະນິດແລະຝັນດີ ລາຕີສະວັດ.
Your browser doesn’t support HTML5
Christmas in Dixie by Trent Tomlinson.Mp3
ເບິ່ງວີດີໂອກ່ຽວກັບການໄຫລເຮືອໄຟ ສະຫລອງບຸນຄຣິສມາສ
ທີ່ລັດແມຣີແລນດ໌ ໃກ້ໆນະຄອນຫລວງວໍຊິງຕັນ:
Your browser doesn’t support HTML5
Illuminated Boats Display Creative Holiday Themes