ປ. ໂອບາມາ ກ່າວວ່າ ທ່ານສວດມົນ ໃຫ້ແກ່ຊາວ Christian ທີ່ຖືກປະຫັດປະຫານ

ຜູ້ລີ້ໄພຊາວ Christian ທີ່ໄດ້ຫຼົບໜີອອກຈາກປະເທດຊີເຣຍ ເຊິ່ງບໍ່ມີຄວາມສະຫງົບສຸກ ໄດ້ເຂົ້າຮ່ວມໃນການຊຸມນຸມ ທີ່ໂບດຜູ້ລີ້ໄພ Saint Georges ໃນເມືອງ Jdeideh ພາກຕາເວັນອອກສຽງເໜືອ ຂອງນະຄອນຫຼວງເບຣຸດ ປະເທດ ເລບານອນ.

ປະທານາທິບໍດີ ໂອບາມາ ໄດ້ອອກຖະແຫຼງການສະບັບໜຶ່ງໃຫ້ ການຮັບ​ຮູ້ຕໍ່ຊາວ Christian ທີ່ຖືກປະ​ຫັດ​ປະຫານ​ຢູ່ໃນທົ່ວໂລກ ທີ່ບໍ່ມີອິດສະຫຼະ​ໃນ​ການສະເຫຼີມສະຫຼອງບຸນ Christmas ເຊິ່ງ ເປັນວັນສັກສິດທີ່ສຸດວັນ​ນຶ່ງ ໃນປະຕິທິນຂອງສາສະໜາ Christian.

ທ່ານ ໂອບາມາ ໄດ້ກ່າວໃນວັນພະຫັດມື້ນີ້ວ່າ ທ່ານ ແລະ ສະຕີ ໝາຍເລກໜຶ່ງ ທ່ານນາງ Michel Obama ໄດ້ລະນຶກເຖິງຜູ້ທີ່ຖືກ ພັດພາກຈາກບ້ານເກີດ​ເມືອງ​ນອນ ຂອງບັນພະບູລຸດຂອງພວກ ເຂົາເຈົ້າ ຍ້ອນຄວາມຮຸນແຮງທີ່ບໍ່ສາມາດພັນ​ລະນາໄດ້ແລະການ​ປະ​ຫັດ​ປະຫານ ເຊັ່ນໃນຂົງເຂດພາກຕາເວັນອອກາງເຊິ່ງເປັນ ບ່ອນທີ່ພວກຫົວຮຸນແຮງ ລັດ ອິສລາມ ໄດ້ຫ້າມ​ບໍ່​ໃຫ້​ຕີລະຄັງຂອງໂບດທີ່​ມີ​ມາ​ແຕ່​ໃດໆ​ນັ້ນ.

ທ່ານ ໂອບາມາ ໄດ້ກ່າວວ່າ ທ່ານໄດ້ເຂົ້າຮ່ວມກັບປະຊາຊົນທົ່ວໂລກ ໃນການ ສວດມົນເພື່ອ ໃຫ້ພະເຈົ້າຈົ່ງປົກປ້ອງຊາວ Christian ທີ່ຖືກປະ ຫັດ​ປະຫານ ແລະ ປະຊາຊົນຜູ້ທີ່ມີຄວາມ ນັບຖືສາສະໜາອື່ນໆ, ພ້ອມກັບຜູ້ຊາຍ ແລະ ແມ່ຍິງຜູ້ທີ່ ເຮັດວຽກ​ເປັນທະຫານ, ນັກການທູດ ຫຼື ການຊ່ວຍເຫຼືອດ້ານມະນຸດສະທຳເພື່ອ ຍຸດຕິຄວາມທຸກທໍລະມານ ແລະ ນຳເອົາຄວາມຫວັງ ມາສູ່ປະເທດຂອງພວກເຂົາເຈົ້າ.

ມີສອງປະເທດເຊິ່ງຊາວ Christian ບໍ່ສາມາດສະເຫຼີມສະຫຼອງວັນບຸນ ໃນປີນີ້ ກໍແມ່ນປະເທດ ໂຊມາເລຍ ແລະ ບຣູໄນ, ເຊິ່ງໄດ້ເກືອດຫ້າມທຸກໆການສະເຫຼີມ ສະຫຼອງຂອງວັນ Christmas.

ໃນປະເທດ ໂຊມາເລຍ, ບັນດາເຈົ້າໜ້າທີ່ກ່າວວ່າ ທຸກໆການສະເຫຼີມ ສະຫຼອງທີ່ກ່ຽວຂ້ອງກັບ ວັນ Christmas ​ແລະປີໃໝ່ແມ່ນຂັດກັບວັດ ທະນະທຳອິສລາມ, ແລະ ອາດຈະ​ເປັນ​ການ​ຊັກ​ຊວນໃຫ້ພວກຫົວຮຸນແຮງອິສລາມ ໂຈມຕີໄດ້.

ປີກາຍນີ້ ພວກຫົວຮຸນແຮງ Al-Shabab ໄດ້ທຳການໂຈມຕີສະໜາມບິນ Mogadishu ເຊິ່ງ ເຮັດໃຫ້ມີຄົນເສຍຊີວິດຢ່າງໜ້ອຍ 12 ຄົນ.

ທີ່ປະເທດບຣູໄນ, ສຸນ​ລະ​ຕານ Hassanal Bolkiah ໄດ້ນຳເອົາປະເທດກ້າວ​ໄປ​ສູ່​ການ​ປົກ ຄອງ​ດ້ວຍກົດໝາຍ Sharia.