ອາການຂອງທ່ານ ຈູມມະລີ ໄຊຍະສອນ ຍັງສາຫັດຢູ່ ພາຍຫລັງປະສົບ ເຫດເຮືອຂວໍ້າ ຢູ່ອ່າງນໍ້າງື່ມ

ອະດີດປະທານປະເທດລາວ, ທ່ານ Choummaly Sayasone ກ່າວຄໍາປາໄສເນື່ອງໃນວັນຄົບຮອບ 60 ປີ ແຫ່ງການສ້າງຕັ້ງ ພັກປະຊາຊົນປະຕິວັດລາວ

ອາການຂອງອະດີດປະທານປະເທດລາວ, ທ່ານ ຈູມມະລີໄຊຍະສອນ, ອາຍຸ 85 ປີ ທີ່ເປັນຜູ້ນຶ່ງໃນຈໍານວນ 31 ກວ່າຄົນທີ່ລອດຊີວິດຈາກເຫດເຮືອຂວໍ້າໃນອ່າງນໍ້າງື່ມໃນຕອນເຊົ້າຂອງວັນທີ 4 ເມສາຜ່ານມານັ້ນ ປັດຈຸບັນຍັງມີອາການບາດເຈັບສາຫັດຢູ່ ແລະອາດຈະກໍາລັງໄດ້ຮັບການປິ່ນປົວຢູ່ທີ່ປະເທດສິງກະໂປ ອີງຕາມປະຊາຊົນຜູ້ນຶ່ງທີ່ຮູ້ກ່ຽວກັບເລື້ອງນີ້ ແລະບໍ່ປະສົງອອກນາມ ທີ່ເລົ່າສູ່ຟັງນັ້ນກໍຄືວ່າ:
“ເຂົາເຈົ້າພາກັນຫຸບໄປສິງກະໂປ ແຕ່ວ່າຫາກບໍ່ເວົ້າບໍ່ຫຍັງໄດ໋, ປົວຢູ່ສິງກະໂປໄດ໋, ຈັກຊິເປັນຈັ່ງໃດ ຊິລອດຢູ່ເບາະຫລືຈັ່ງໃດ. ກະຊິລອດຢູ່ຕິ, ຍັງມິດຢູ່.”

ທ່ານນາງກ່າວອີກວ່າ ສ່ວນຫລາຍເຈົ້າໜ້າທີ່ຂັ້ນສູງຂອງລາວ ມັກຈະໄປປິ່ນປົວສຸຂະພາບຢູ່ສິງກະະໂປ ຖ້າມີອາການສາຫັດ. ແຕ່ຢ່າງໃດກໍຕາມທາງການລາວ ແລະອົງການຂ່າວສານໃນລາວ ກໍບໍ່ໄດ້ໃຫ້ການຢືນຢັນກ່ຽວກັບເລື້ອງນີ້.

ພ້ອມກັນນັ້ນ ອີກທ່ານນຶ່ງທີ່ໄດ້ເຂົ້າຮ່ວມພິທີຊາປະນະກິດສົບພັນລະຍາຂອງເພິ່ນ, ມື້ລາງທ່ານນາງ ແກ້ວສາຍໃຈ ໄຊຍະສອນພ້ອມກັບລູກຊາຍ ແລະສະມາຊິກຄອບຄົວຂອງເພິ່ນອີກ 4 ຄົນທີ່ເສຍຊີວິດນັ້ນ ກໍບອກວ່າ ຜູ້ກ່ຽວບໍ່ສາມາດເວົ້າໄດ້ວ່າ ເພິ່ນກໍາລັງໄດ້ຮັບການປິ່ນປົວຢູ່ໃສ ແຕ່ທ່ານກໍບອກໄດ້ວ່າ ທ່ານຈູມມະລີ ຄົງຈະຍັງມີອາການໜັກຫລາຍຢູ່ ເພາະໃນຕອນທີ່ເພິ່ນຖືກຊ່ວຍກູ້ຊີວິດຂຶ້ນ ມາຈາກນໍ້ານັ້ນກໍປາກົດວ່າໜັກຫລາຍ ຊຶ່ງເມື່ອບວກໃສ່ກັບການທີ່ເພິ່ນກໍມີພະຍາດປະຈໍາຕົວເຊັ່ນ ເບົາຫວານຢູ່ແລ້ວ ອາການຂອງເພິ່ນກໍຄົງຈະໜັກຢູ່.

ທ່ານຈູມມະລີໄຊຍະສອນ ໄດ້ເຂົ້າຮ່ວມການປະຕິວັດໃນປີ 1954 ໂດຍການ ອາສາສະໝັກເປັນທະຫານຂຶ້ນໄປເຕົ້າໂຮມທີ່ເມືອງຊໍາເໜືອໃນແຂວງຫົວພັນ. ທ່ານໄດ້ເປັນປະທານປະເທດ ຄົນທີ 5 ຂອງລາວ ແຕ່ປີ 2006 ຫາ 2016. ໃນຕອນທີ່ທ່ານ ເປັນປະທານປະເທດລາວຢູ່ນັ້ນ ໄດ້ພົບກັບ ອະດີດປະທານາທິບໍດີ ບາຣັກ ໂອບາມາ ຢູ່ທີ່ກອງປະຊຸມສຸດຍອດລະຫວ່າງ ສະຫະລັດ ກັບກຸ່ມປະເທດອາຊຽນ ທີ່ຈັດຂຶ້ນຢູ່ທີ່ລັດຄາລິຟໍເນຍໃນເດືອນກຸມພາ ປີ 2016 ກ່ອນໜ້າທີ່ທ່ານ ໂອບາມາໄປຢ້ຽມຢາມລາວ ໃນເດືອນ 9 ຂອງປີດຽວກັນນັ້ນ.