ສື່ຈີນຊົມເຊີຍ ການສືບສວນ ທ່ານໂຈ ຢົງກາງ ໃນຂໍ້ຫາ ສໍ້ລາດບັງຫລວງ (ວີດີໂອ)

ທ່ານ Zhou Yongkang, ອະດີດສະມາຊິກຄະນະກົມການ ເມືອງສູນກາງພັກ ຄອມມິວນິສ ທີ່ຖືກລັດຖະບານສືບສວນ ໃນຂໍ້ຫາສໍ້ລາດບັງຫລວງ.

ສື່ຂອງລັດຖະບານຈີນ ໄດ້ຊົມເຊີຍການຕັດສິນໃຈຂອງພັກຄອມ
ມິວນີສຈີນ ທຳການສືບສວນຄະດີ ສໍ້ລາດບັງຫລວງ ຕໍ່ນັກການ
ເມືອງບຳນານຂ້ັນສູງ ທ່ານ ໂຈ ຢົງກາງ (Zhou Yongkang)

ພັກ​ໄດ້​ປະກາດ​ໃນ​ຕອນ​ແລງ​ວັນ​ອັງຄານ​ວານ​ນີ້​ວ່າ ຕົນ​ກຳລັງ​ສືບ
ສວນ ທ່ານ ​ໂຈ ອ​ະດີດຫົວໜ້າ​ໃຫຍ່ຝ່າຍຮັກສາ​ຄວາມ​ປອດ​ໄພ
ຂອງ​ຈີນ ກ່ຽວ​ກັບ “ການ​ລະ​ເມີດ​ທາງວິ​ໄນ ​ທີ່​ຮ້າ​ຍ​ແຮ​ງ” ​ແຕ່​ບໍ່​ໄດ້
ລະບຸ​ອອກ​ມາ​ຢ່າງ​ເຈາະ​ຈົງ.

ທ່ານ ​ໂຈ ອາຍຸ 71 ປີ ​ທີ່​ໄດ້​ອອກ​ບຳນານ​ໃນ​ປີ 2012 ​ເຄີຍ​ເປັນສະມາຊິກ​ໃນ ຄະນະ​ກຳມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ ຊຶ່ງ​ເປັນ​ອົງ​ກອນປົກຄອງ​ສູງ​ສຸດ​ຂອງ​ຈີນ.

ການ​ສືບສວນ​ດັ່ງກ່າວ​ແມ່ນ​ເປັນ​ການ​ແຍກ​ອອກ​ຈາກ ​ກົດ​ລະບຽບທີ່​ບໍ່​ໄດ້ຂຽນ​ໄວ້ ແຕ່​ປະຕິ
ບັດ​ກັນ​ ມາ​ເປັນ​ເວລາ​ດົນ​ນານ ທີ່ວ່າ ບັນດາ​ຜູ້ນຳ​ຂັ້ນ​ສູງ​ຂອງ​ຈີນ ຈະ​ຖືກ​ຍົກ​ເວັ້ນຈາກ​ການ​
ລົງ​ໂທດໃນ​ທຳນອງ​ນີ້.

ທ່ານ Zhang Lifan ນັກ​ປະຫວັດສາດຈີນ​ແລະ​ວິ​ເຄາະ​ການ​ເມືອງ​ເອກະລາດ ກ່າວ​ວ່າ :

“​ເພາະວ່າ ການປາບ​ປາມການ​ສໍ້​ລາດ​ບັງ​ຫລວງ ​ເປັນ​ການ​ຕໍ່ສູ້ເພື່ອ​ສາ​ເຫດທີ່​ສຳຄັນ​ ມັນກໍ​ສາມາດໄດ້​ຮັບຄວາມ​ເຫັນ​ດີ​ຈາກ​ສາ​ທາ​ລະນະຊົນ​ໄດ້​ໂດຍ​ງ່າຍ. ຫລາຍໆ​ຄົນ​ແມ່ນນຳ ໃຊ້
ຍຸດ​ທະ​ສາດ ກຳ​ຈັດຄູ່​ແຂ່ງ​ທາງ​ການ​ເມືອງຂອງ​ຕົນ ​ໃນນາມ​ຂອງການປາບ​ປາມ​ການ​ສໍ້​ລາດ​ບັງ​ຫລວງ. ຢູ່​ໃນ​ລະ​ບົບບ່ອນມີ​ການສໍ້​ລາດ​ບັງ​ຫລວງ ​ຢູ່​ທົ່ວ​ໄປ ​ໃນ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ລັດຖະບານນັ້ນ ທ່ານກໍຕ້ອງການ​ພຽງ​ແຕ່​ແນໃສ່​ ແລ້ວກໍ​ຍິງເທົ່າ​ນັ້ນ ​ແລະ ທ່ານຈະ​ຕ້ອງຍິງ​ຖືກ​ຜູ້​ໃດ​ຜູ້ນຶ່ງ ຢ່າງແນ່ນອນ​ ​ເພາະວ່າບໍ່​ວ່າບ່ອນ​ໃດກໍ​ຕາມ​ທີ່​ທ່ານ​ແນໄປ​ໃສ່​ນັ້ນ ​ແມ່ນ​ມີ​ການ​ສໍ້​ລາດ​ບັງ​ຫລວງ.”

Your browser doesn’t support HTML5

CHINA CORRUPTION VOSOT

ທ່ານ Zhou ​ເປັນ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງສຸດ ທີ່​ຈະໄດ້​ຖືກ​ດຶງ​ລົງ​ມາ​ຢ່າງ​ອັບອາຍ​ຂາຍໜ້າ. ການ​ຕົກຕຳ່ລົງ​ຂອງ​ທ່ານ​ນັ້ນ ໄດ້ເປັນທີ່​ຄາດກັນ​ໄວ້​ ນັບ​ຕັ້ງ​ແຕ່ຜູ້​ຮ່ວມ​ງານ​ກັບ​ທ່ານ​ຫລາຍ​ຄົນ ​ແລະ​ສະມາຊິກ​ຄອບຄົວ ​ໄດ້​ເປັນ​ເປົ້າ​ໝາຍ​ໃນ​ບໍ່​ເທົ່າ​ໃດ​ເດືອນ​ທີ່​ຜ່ານ​ມາ.

ທ່ານ​ ເປັນ​ພັນທະ​ມິດ ທີ່​ໃກ້​ຊິດ​ກັບທ່ານ Bo Xilai ອະດີດສະມາຊິກກໍາມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ ທີ່​ໄດ້​ຮັບ​ຄວາມ​ອັບອາຍ​ຂາຍໜ້າ ​ແລະ​ໄດ້​ຖືກຕັດສິນ​ລົງ​ໂທດຕິດ​ຄຸ​ກ ຕະຫລອດ​ຊີວິດ ​ໃນ​ປີ​ແລ້ວ​ນີ້ ໃນ​ຂໍ້​ຫາ​ຮັບ​ສິນ​ບົນ ຍັກ​ຍອກ​ເງິນ ແລະ​ໃຊ້​ອຳນາດເກີນ​ຂອບ​ເຂດ. ​