ມະຫາວິທະຍາໄລ ຊູໂຈ ຂອງຈີນ ຢູ່ໃນລາວ ຈະຮັບ ນັກສຶກສາ ໃຫ້ໄດ້ 5.000 ຄົນ

ພິທີເຊັນສັນຍາອະນຸຍາດໃຫ້ສໍາປະທານດິນ ເພື່ອສ້າງມະຫາວິທະຍາໄລ ຊູໂຈ ຂອງຈີນ ຢູ່ລາວ

ມະຫາວິທະຍາໄລຊູໂຈ (Soochow) ຂອງຈີນໃນນະຄອນ
ວຽງຈັນວາງແຜນການທີ່ຈະຮັບເອົາ ນັກສຶກສາໃນລາວໃຫ້
ໄດ້ເຖິງ 5,000 ຄົນ. ສ່ວນການກໍ່ສ້າງວິທະຍາເຂດປະຈໍາ
ລາວ ກໍຈະສໍາເລັດ ພາຍ ໃນ 2 ປີຂ້າງໜ້າ.

ສາສະດາຈານ ເຫວິນ ຊູໝິງ ຮອງອະທິການບໍດີມະຫາວິທະຍາ
ໄລຊູໂຈ ຜູ້ປະຈໍາການວິທະຍາເຂດປະຈໍາ ສປປ.ລາວ ຖະແຫຼງ
ຢືນຢັນວ່າ ການກໍ່ສ້າງວິທະຍາເຂດປະຈໍາ ສປປ.ລາວ ທີ່ໄດ້ເລີ່ມ
ລົງມືພາກຕົວຈິງນັບແຕ່ທ້າຍປີ 2012 ເປັນຕົ້ນມາ ຈະສໍາເລັດ
ພາຍໃນ 2 ປີຕໍ່ໜ້ານີ້ ຊຶ່ງກໍຈະເຮັດໃຫ້ສາມາດຮອງຮັບການຮຽນ
ການສອນໄດ້ຢ່າງສົມບູນແບບນັບຈາກສົກຮຽນປະຈໍາປີ 2015
ເປັນຕົ້ນໄປ.

ທັງນີ້ ສະຖານທີ່ກໍ່ສ້າງມະຫາວິທະຍາໄລຊູໂຈ ວິທະຍາເຂດ ປະຈໍາ ສປປ.ລາວ ຕັ້ງຢູ່ເທິງ
ເນື້ອທີ່ລວມ 23 ກວ່າເຮັກຕ້າຢູ່ໃນ ເຂດບ້ານຊຽງດາ ເມືອງໄຊເສດຖາ ໂດຍໄດ້ຮັບສໍາປະ
ທານທີ່ດິນຈາກລັດຖະບານລາວ ເປັນໄລຍະເວລາ 50​ ປີ ແລະສາມາດທີ່ຈະຕໍ່ສັນຍາໄດ້
ອີກຢ່າງໜ້ອຍ 25 ປີ ໂດຍລັດຖະບານລາວຈະໄດ້ຄ່າສໍາປະທານທີ່ດິນໃນອັດຕາສະເລ່ຍ
500 ໂດລາ ຕໍ່ເຮັກຕ້າຕໍ່ປີ.

ທີມງານມະຫາວິທະຍາໄລຊູໂຈ ຂອງຈີນ ຖ່າຍຮູບຮ່ວມກັບ ອະດີດນາຍົກລັດຖະມົນຕີ ບົວສອນ ບຸບຜາວັນ


ການກໍ່ສ້າງມະຫາວິທະຍາໄລຊູໂຈໃນລາວຈະໃຊ້ເງິນລົງ
ທຶນເກືອບ ເຖິງ 25 ລ້ານໂດລາ ໂດຍຄະນະຜູ້ບໍລິຫານຂອງ
ມະຫາວິທະຍາໄລຊູໂຈ ກໍໄດ້ຕັ້ງເປົ້າໝາຍທີ່ຈະຮັບນັກສຶກ
ສາໃນລາວໃຫ້ໄດ້ເຖິງ 5,000 ຄົນ ໃນ 10-20 ປີຂ້າງໜ້າ
ດ້ວຍຫຼັກສູດ ແລະລະບົບການ ຮຽນ-ການສອນທີ່ໄດ້ມາດຕະ
ຖານສາກົນ ທັງລະດັບປະລິນຍາຕີ-ໂທ-ເອກ ແລະການເຝິກ
ອົບຮົມພາສາຈີນ ທີ່ມີຫຼັກສູດແລະສາຂາວິ ຊາທີ່ແທດເໝາະ
ກັບຄວາມຕ້ອງ ການບຸກຄະລາກອນທີ່ມີຄຸນນະພາບ ສໍາລັບ
ການພັດທະນາເສດຖະກິດແລະສັງຄົມຂອງລາວໃນໄລຍະໃໝ່.

ກ່ອນໜ້ານີ້ ທ່ານພັນຄໍາ ວິພາວັນ ລັດຖະມົນຕີວ່າການກະຊວງສຶກສາທິການແລະກິລາ
ກໍໄດ້ໃຫ້ການຢືນຢັນວ່າເປົ້າໝາຍທີ່ ສໍາຄັນທີ່ສຸດຂອງຂອງແຜນການຍຸທະສາດ ການປະ
ຕິຮູບການສຶກ ສາແຫ່ງຊາດຈົນເຖິງປີ 2015 ກໍຄືການຂະຫຍາຍໂອກາດດ້ານ ການສຶກສາ
ເພື່ອຄົນລາວທຸກຄົນ ໂດຍສະເພາະແມ່ນການຂະຫຍາຍໂອກາດດ້ານການສຶກສາໄປສູ່
ຊົນນະບົດໃຫ້ໄດ້ຢ່າງທົ່ວເຖິງ ລວມທັງຍັງຈະຕ້ອງພັດທະນາການສຶກສາໃນລາວໃຫ້ມີ
ຄຸນນະພາບທີ່ໄດ້ມາດຕະຖານດຽວກັນປະເທດໃນກຸ່ມອາຊ່ຽນດ້ວຍກັນໃຫ້ໄດ້ອີກດ້ວຍ.

ສໍາລັບການຈັດຕັ້ງປະຕິບັດໃນພາກຕົວຈິງ ເພື່ອເຮັດໃຫ້ສາມາດບັນລຸເປົ້າໝາຍດັ່ງກ່າວ
ນີ້ໃຫ້ໄດ້ຢ່າງແທ້ຈິງນັ້ນ ທ່ານພັນຄໍາ ກໍໄດ້ຖະແຫຼງເນັ້ນຢໍ້າໃນຕອນນຶ່ງວ່າ:

ທ່ານພັນຄໍາ ວິພາວັນ (ທໍາອິດຈາກຊ້າຍ) ທີ່ກອງປະຊຸມພັກຂອງກະຊວງສຶກສາລາວ


ຈະສືບຕໍ່ດໍາເນີນການປະຕິຮູບລະບົບການສຶກສາ
ໄລຍະທີ 2 ຢ່າງເຖິງຖອງ ຮັບປະກັນ 3 ລັກສະນະການ
ສຶກສາຂອງພັກຄື ລັກສະນະຊາດ ລັກສະນະວິທະຍາ
ສາດທັນສະໄໝ ແລະລັກສະນະມະຫາຊົນ ຮັບປະກັນ
ໃຫ້ໄດ້ຕາມ 5 ຫຼັກມຸ້ງຂອງການສຶກສາ ຂອງພັກຄືຄຸນ
ສົມບັດສຶກສາ ປັນຍາສຶກສາ ສິນລະປະສຶກສາ ພະລະ
ສຶກສາ ແລະແຮງງານສຶກສາ ປະຕິບັດໃຫ້ໄດ້ວິໄສທັດ
ທີ່ວ່າ ສ້າງຄູເພື່ອສ້າງຄົນ ແລະສ້າງຄົນເພື່ອສ້າງຊາດ.”


ແຕ່ຢ່າງໃດກໍຕາມ ຄະນະກໍາມະທິການເພື່ອການປະຕິຮູບ
ການສຶກສາແຫ່ງຊາດລາວ ກໍໄດ້ມີມະຕິຄໍາສັ່ງໄປເຖິງບັນດາສະຖາບັນການສຶກສາຂັ້ນ
ສູງ ຫຼືວິທະຍາໄລຂອງເອກກະຊົນ ໃນທົ່ວປະເທດ ເພື່ອໃຫ້ໂຈະການຮັບນັກສຶກສາທີ່
ຈົບການສຶກສາຊັ້ນສູງ ເຂົ້າສຶກສາຕໍ່ລະດັບປະລິນຍາຕີໃນສະຖາບັນດຽວກັນ ແລະສະ
ຖາບັນທີ່ຍັງບໍ່ມີຫຼັກສູດ ລະດັບປະລິນຍາຕີນັ້ນ ກໍບໍ່ອະນຸຍາດໃຫ້ເປີດຫຼັກສູດດັ່ງກ່າວ
ເພີ່ມຂຶ້ນໃນໄລຍະນີ້.

ທັງນີ້ ເນຶ່ອງຈາກວ່າບໍ່ເຊື່ອໝັ້ນໃນຄຸນນະພາບແລະມາດຕະຖານ ການຮຽນ-ການສອນ
ຂອງບັນດາວິທະຍາໄລເອກກະຊົນ ເພາະວ່າ ໃນໄລຍະທີ່ຜ່ານມາໄດ້ເກີດຫາງສຽງຂຶ້ນ
ໃນສົງຄົມລາວຢ່າງກວ້າງ ຂວາງວ່ານັກສຶກສາທີ່ຮຽນຈົບຈາກວິທະຍາໄລຂອງເອກກະ
ຊົນໃນລາວນັ້ນຍັງບໍ່ມີຄຸນນະພາບ ຈຶ່ງເຮັດໃຫ້ຕ້ອງດໍາເນີນການກວດສອບແລະປະເມີນ
ຜົນເຖິງສະພາບການທີ່ເປັນຈິງທັງໝົດລະບົບ ແລະຫຼັງຈາກນັ້ນ ຈຶ່ງຈະມີການພິຈາລະນາ
ແລະອະນຸຍາດຕາມຄວາມເໝາະສົມຕໍ່ໄປ ແລະລ່າສຸດກໍມີລາຍງານວ່າ ຄະນະກໍາມາທິ
ການປະຕິຮູບການສຶກສາແຫ່ງຊາດລາວ ໄດ້ທໍາການກວດສອບບັນດາວິທະຍາໄລຂອງ
ເອກກະຊົນສໍາເລັດແລ້ວ ແຕ່ກໍຍັງຈະ ຕ້ອງທໍາການປະເມີນຜົນເປັນຂັ້ນຕອນຕໍ່ໄປ.