ປະຊາຊົນຈີນ ປະທ້ວງ ທີ່ເມືອງ Qidong

  • ດາຣາ ບັກຄໍາ

ປະຊາຊົນໃນທ້ອງຖິ່ນ ເດີນຂະບວນປະທ້ວງ ຕໍ່ແຜນການວາງທໍ່ນໍ້າເສຍ ຈາການຜະລິດອຸດສາຫະກໍາ ຢູ່ໃນເຂດ Qidong, ປະເທດຈີນ, ໃນວັນເສົາ ທີ 28 ກໍລະກົດ, 2012.

ໃນ​ພາກ​ຕາ​ເວັນອອກ​ຂອງ​ປະ​ເທດ​ຈີນ ປະຊາຊົນ​ຢ່າງ​ນ້ອຍ 1000 ຄົນ ​ໄດ້​ພາກັນ​ເດີນ
​ຂະ​ບວນ​ໄປ​ຕາມ​ຖະໜົນ​ຫົນທາງ ​ໃນ​ເມືອງ Qidong ແຄມ​ຝັ່ງ​ທະ​ເລ ​ເພື່ອ​ປະ​ທ້ວງ​ແຜນ
ການ​ສ້າງ​ທໍ່​ປ່ອຍ​ນໍ້າ​ເສຍ​ອຸດສາ​ຫະກໍ​າລົງ​ສູ່​ທະ​ເລ ຈາກ​ໂຮງງານ​ຜະລິດ​ເຈ້ຍ​ແຫ່ງ​ນຶ່ງ ຢູ່​
ໃກ້ໆກັບ​ເມືອງ​ຂອງ​ເຂົາ​ເຈົ້າ​.

ພວກ​ປະ​ທ້ວງ​ພາກັນ​ປີ້ນ​ຂ້ວາ​ມລົດ​ລາ​ຫລາຍໆ​ຄັນ ​ແລະ​ບຸກ​ເຂົ້າ​ໄປ​ໃນ​ໂຮງການ​ລັດຖະ
ບານ​ທ້ອງ​ຖິ່ນ ​ໃນ​ເຊົ້າ​ວັນ​ເສົາ​ມື້​ນີ້ ກ່ອນ​ຕໍາ​ຫລວດ​ທີ່​ຖື​ອາວຸດ​ຈະ​ມາ​ຮອດ ​ເພື່ອ​ຢຸດຕິ​ການ
​ກໍ່​ຄວາມ​ຮຸນ​ແຮງ​ດັ່ງກ່າວ.

ການ​ປະ​ທ້ວງ​ຕໍ່​ການ​ສ້າງ​ຄວາມ​ເຊື່ອມ​ເສຍ​ຕໍ່​ສິ່ງ​ແວດ​ລ້ອມ ​ໄດ້​ມີຫລາຍ​ຂຶ້ນເລື້ອຍໆ​ໃນ
​ປະ​ເທດ​ຈີນ ບ່ອນ​ທີ່​ຄວາມ​ຈະ​ເລີ​ນ​ເຕີບ​ໂຕ​ດ້ານ​ອຸດສາຫະກໍາ ຢ່າງ​ໄວ​ແລະ​ບໍ່​ມີ​ການ​ຄວບ
​ຄຸມ ​ເປັນ​ເວລາ 3 ທົດ​ສະ​ວັດ ​ໄດ້ນໍາ​ໄປ​ສູ່​ກໍລະນີ​ຄົນ​ລົ້ມ​ເຈັບ​ຍ້ອນ​ພິດ​ເຄມີ​ເປັນ​ຈໍານວນ​
ຫລວງຫລາຍ ​ແລະ​ການ​ສ້າງ​ຄວາມ​ຢ້ານ​ກົວ​ດ້ານ​ສຸຂະພາບ ຫລາຍ​ຄັ້ງ.