ປະທານ ປະເທດຈີນ ກຳຕຳແໜ່ງສູງສຸດ ທາງທະຫານ ເພີ້ມຕື່ມ

ປະທານ ປະເທດຈີນ ທ່ານ Xi Jinping ໄດ້ປະກົດຕົວໃນລົດ ຖັງ 99A2 ໃນການສະຫຼອງຄົບຮອບ 70th ປີ ທີ່ຍີ່ປຸ່ນຜ່າຍແພ້ ສົງຄາມໂລກຄັ້ງທີ II, ທີ່ ປະຕູທຽນອານເໝນ, ປັກກິ່ງ, ຈີນ.

ປະທານ​ປະ​ເທດ​ຈີນ ທ່ານ Xi Jinping ​ໄດ້​ຮັບ​ຕຳ​ແໜ່​ງ​ໃໝ່ຕື່ມ​ອີກ​ນັ້ນກໍ​ຄື “ຜູ້​ບັນຊາການ” ສູນກາງບັນຊາ​ການປະສານ​ງານ​ຮ່ວ​ມຫຼື Joint Operations Command Center ​ແລະ ດ້ວຍ​ຕຳ​ແໜ່​ງນີ້ ທ່ານ​ໄດ້​ມີບົດບາດ​ຫລາຍຂຶ້ນ​ ໃນ​ການ​ສັ່ງ​ການ​ຕໍ່​ກອງທັບ​ຈີນ ອີງ​ຕາມ​ລາຍ​ງານຂອງ​ອົງການ​ຂ່າວທາງ​ການ​ຈີນ ໃນ​ວັນ​ພະຫັດ​ມື້​ນີ້.

ທ່ານ Xi ​ແມ່ນ​ໄດ້​ປາກົດ​ຕົວ​ຢູ່​ໃນລາຍ​ງານ​ຂ່າວ ​ຂອງ​ວັນ​ພຸດ​ວານ​ນີ້​ແລະ​ວັນ​ພະຫັດ​ມື້​ນີ້ ທີ່​ສວມ​ໃສ່​ຊຸດ​ທະຫານ ​ຊຶ່ງ​ຕິດ​ກາເຄື່ອງໝາຍ​ຂອງ​ສູນ​ກາງ​ດັ່ງກ່າວ​ເປັນ​ຄັ້ງ​ທຳ​ອິດໃນ​ທີ່ສາທາລະນະ.

​ໃນ​ຂະນະທີ່ກຳຕຳ​ແໜ່​ງປະທານ​ປະ​ເທດຢູ່ແລ້ວນັ້ນ ທ່ານ Xi ​ແມ່ນ​ໄດ້​ເປັນ​ປະທານ​ກຳມາ​ທິການ​ກາງກອງທັບ​ນຳ​ພ້ອມ ຊຶ່ງ​ອະນຸຍາດໃຫ້ທ່ານ​ມີ​ອຳນາດສັ່ງ​ການກອງທັບ​ປົດປ່ອຍປະ​ຊາ ຊົນທີ່​ມີ​ສະມາຊິກ​ທັງ​ໝົດ 2 ລ້ານ 3 ​ແສນ​ຄົນ​ນັ້ນ ຊຶ່ງ​ແມ່ນ​ກອງທັບ​ທີ່​ໃຫຍ່​ສຸດ​ໃນ​ໂລກ. ນອກ​ນັ້ນ ທ່ານ​ຍັງ​ໄດ້​ກຳ​ຕຳ​ແໜ່​ງ​ເລຂາທິການ​ໃຫຍ່​ຂອງ​ພັກ​ຄອມ​ມຸຍນິສຈີນ ​ແລະເປັນ​ປະທານສະພາ​ຄວາມ​ໝັ້ນຄົງ​ແຫ່ງຊາດ ​ທີ່​ຫາກໍຕັ້ງ​ຂຶ້ນ​ໃໝ່ນັ້ນ.

ທ່ານ Xi ​ແມ່ນ​ໄດ້​ສ້າງຕັ້ງ​ນະ​ໂຍບານ​ການ​ຕ່າງປະ​ເທດ​ແບບ​ມີ​ຄວາມ​ໝັ້ນ​ໃຈ​ຫລາຍ​ຂຶ້ນ ນັບ​ຕັ້ງ​ແຕ່​ທ່ານ​ໄດ້​ຂຶ້ນ​ກຳ​ຕຳ​ແໜ່​ງ ​ໃນ​ປີ 2012. ທ່ານ​ໄດ້​ກຳກັບ​ນຳການ​ກໍ່ສ້າງ​ເກາະດອນ​ທຽມຂຶ້ນ​ໃນ​ທະ​ເລ​ຈີນ​ໃຕ້ຢ່າງ​ວ່ອງ​ໄວ ​ແລະ​ສົ່ງ​ກຳ​ປັ່ນແລ່ນ​ເຂົ້າ​ໄປ​ໃນ​ເຂດ​ນ່ານນ້ຳ​ທີ່​ຍີ່ປຸ່ນຄວບ​ຄຸມ​ຢູ່ ຊຶ່ງນັ້ນສະ​ແດງ​ອອກ​ເຖິງ​ຮ່ອງຮອຍ​ຂອງ​ການ​ຮຸກ​ຮານ​.

ອົງການ​ຂ່າວ​ຊິນ​ຫົວຂອງ​ທາງ​ການ​ຈີນ ​ໄດ້​ລາຍ​ງານ​ວ່າ ​ທ່ານ Xi ໄດ້​ໄປ​ຢ້ຽມຢາມ ສູນ​ບັນ ຊາ​ການ​ໃນ​ວັນ​ພຸດ​ວານ​ນີ້ ບ່ອນທີ່​ທ່ານໄດ້ຮຽກຮ້ອງ​ໃຫ້​ພວກ​ທີ່ຢູ່​ໃຕ້​ການ​ບັງຄັບ​ບັນຊາ​ທ່ານ ​“ໃຫ້ຕິດຕາມຢ່າງ​ໃກ້ຊິດ ​ເບິ່ງແນວ​ໂນ້ມ​ໃນ​ການ​ປະຕິວັດ​ທາງ​ການ​ທະຫານຂອງ​ໂລກ ​ແລະ​ມຸ້ງໝັ້ນຕໍ່​ການ​ສ້າງ​ລະບົບ​ບັນຊາ​ການ​ສູ້​ລົບຮ່ວມ ທີ່​ຈະ​ໄດ້ມາດ​ຕະການໃນການ​ໂຈມ​ຕີ ​ແລະເອົາຊະ​ນະສົງ​ຄາມ​ດ້ານ​ຂໍ້​ມູນ​ຂ່າວສານ.”

ທ່ານ Xi ແມ່ນຕິດຕາມ​ໂດຍຮອງ​ປະທານ 2 ທ່ານ​ຂອງ​ກຳມາ​ທິການອັນມີ ນາຍ​ພົນ Fan Changlong ​ແລະນາຍ​ພົນ Xu Qiliang. ສູນ​ກາງ​ທີ່​ວ່າ​ນີ້“ມີ​ລາຍ​ງານ​ວ່າ​ຕັ້ງ​ຢູ່​ໃຕ້​ດິນ​ທາງ​ພາກ​ຕາ​ເວັນ​ຕົກ​ນອກເຂດ​ຊານ​ເມືອງ​ຂອງນະຄອນຫຼວງ​ປັກ​ກິ່ງ.

ເຊີນອ່ານຂ່າວນີ້ເພີ້ມຕື່ມໃນພາສາອັງກິດ