ນາຍົກຈີນ ຮຽກຮ້ອງໃຫ້ ຊາວທິເບດ ມີຄວາມຮັກຊາດ ແລະສະໜັບສະໜຸນປັກກິ່ງ

ຜູ້ຍິງຄົນນຶ່ງກໍາລັງແກ່ວງຜ້າຂາວໃສ່ ແມ່ຂາວທິເບດ ທີ່ກໍາລັງເຜົາຕົວຕາຍເພື່ອປະທ້ວງການປົກຄອງຂອງຈີນ ທີ່ Daofu, ຫລື Tawu ໃນ Tibet, ຮູບພາບນີ້ຖ່າຍໃນເດືອນ ພະຈິກ ທີ 3, 2011.

ຈີນ​ກ່າວ​ວ່າ ນາຍົກລັດຖະມົນຕີ Wen Jiabao ​ໄດ້​ບອກ​ໃຫ້​ພະພິຂຸສົງຜູ້​ຖືກ​ແຕ່ງ​ຕັ້ງ
ຈາກປັກ​ກິ່ງນັ້ນ ​ຈົ່ງໃຊ້ອິດ​ທິພົນ​ຂອງ​ເພິ່ນເພື່ອ​ປູກຝັງ​ຄວາມ​ຮັກ​ຊາດ ​ແລະ​ສະໜັບສະ
ໜູນປັກ​ກິ່ງໃຫ້​ແກ່​ຊາວທິ​ເບ​ດ ທີ່ຢູ່​ພາກຕາ​ເວັນ​ຕົກ​ສ່ຽງ​ໃຕ້ຂອງ​ຈີນ.

ອົງການ​ຂ່າວຊິນ​ຫົວ​ຂອງ​ທາງ​ການຈີນ​ກ່າວວ່າ ດຳລັດ​ຂອງ​ທ່ານ Wen ໄດ້​ມີ​ການ​ນຳ​ສະ​
ເໜີ​ໃນ​ການ​ພົບ​ປະ​ກັບ​ພະ Penchen Lama ​ໃນ​ມື້ວັນ​ສຸກ​ວານ​ນີ້. ລາຍ​ງານ​ຂ່າວ​ແຈ້ງ​
ອີກ​ວ່າ ທ່ານ Wen ​ໄດ້​ຮ້ອງ​ຂໍ​ໃຫ້ພະພິຂຸ​ສົງ​ທິ​ເບ​ດອົງ​ນີ້ ທຳ​ການຄົ້ນຄວ້າ​ເພີ້​ມຕື່ມ​ກ່ຽວ​
ກັບ​ຫລັກ​ຄໍາ​ສັ່ງສອນ​ຂອງ​ສາສນາ​ພຸດ​ທິ​ເບ​ດ “​ເພື່ອ​ໃຫ້​ພະ​ພິຂຸ​ສົງ​ເປັນ​ຜູ້​ນໍາພາແລະບັນດາ
ຜູ້​ເຊື່ອ​ຖື​ໃຫ້​ພາກັນ​ມາ​ຮັກ​ປະ​ເທດ​ຊາດ” ​ແລະ​ເຄົາລົບ​ນັບຖື​ກົດ​ໝາຍ. ນອກ​ນັ້ນຍັງ​ມີ​ການ
ອ້າງ​ຄຳ​ເວົ້າຂອງທ່ານ Wen ທີ່​ກ່າວ​ວ່າ ຈະ​ມີ​ການ​ດຳ​ເນີນ​ຄວາມ​ພະຍາຍາມ​ເພີ່ມ​ຕື່ມ​ເພື່ອ
ປົກ​ປ້ອງ​ປະ​ເພນີ ວັດທະນະທຳ​ແລະ​ອິດສະຫຼະພາບ​ຂອງ​ຊາວ​ທິ​ເບ​ດ.

ການ​ພົບ​ປະ​ທີ່ວ່ານີ້ ມີຂຶ້ນຂະນະທີ່ກູ່​ມຊາວທິ​ເບ​ລີ້ໄພ​ລາຍ​ງານ​ວ່າ ມີ​ອີກ​ສອງຄົນ​ໄດ້​ພາ
ກັນເຜົາ​ຕົວ​ຕາຍ​ໃນ​ອາທິດ​ນີ້ ​ເພື່ອ​ປະ​ທ້ວງ​ການ​ປົກ​ຄອງ​ຂອງ​ຈີນ ​ຢູ່​ໃນ​ຂົງ​ເຂດດັ່ງກ່າວ
ແລະມີຜູ້​ຊາຍ​ອີກ​ສອງ​ຄົນ​ໄດ້​ຖື​ກຍິງ​ຕາຍ​ໃນຂະນະ​ທີ່​ເຂົາ​ເຈົ້າ​ພາກັນ​ຫລົບໜີເຈົ້າ​ໜ້າ​ທີ່​ຕໍາ
ຫລວດ ຫລັງ​ຈາກ​ພາກັນ​ຮ່ວມປະ​ທ້ວງຕໍ່ຕ້ານຈີນ.

ການ​ເຜົາ​ຕົວ​ຕາຍ​ໃນແຂວງ Sichuan ​ແລະ Qinghai ຄິດ​ວ່າ​ເປັນ​ຄັ້ງ​ທີ່ 20 ​ແລະ 21
ຂອງບັນດາພະ​ພິຂຸ​ສົງ ​ແມ່​ຂາວ ແລະ​ພວກ​ສະໜັບສະໜູນ ທີ່ເລີ້ມມາຕັ້ງ​ແຕ່​ປີ​ກາຍ​ນີ້.