ນາຍົກລັດຖະມົນຕີຈີນ ຢ້ຽມຢາມ ອິນເດຍ (ວີດິໂອ)

ນາຍົກລັດຖະມົນຕີຈີນ ທ່ານ Li Keqiang (ໂບກມື) ເດີນທາງໄປຮອດ ນະຄອນຫລວງນິວແດນລີ, ວັນທີ 19 ພຶດສະພາ 2013.

ນາຍົກລັດຖະມົນຕີ ອິນ​ເດຍ ທ່ານ Manmohan Singh ​ແລະ​
ຄູ່ຕໍາ​ແໜ່​ງຂອງ​ທ່ານ ທີ່​ມາ​ຢ້ຽມຢາມຈາກ​ປະ​ເທດ​ຈີນ ໄດ້ຕົກ
ລົງກັນ ທີ່​ຈະ​ແກ້​ໄຂ​ຂໍ້​ຂັດ​ແຍ້​ງກັນເລື້ອງ​ຊາຍ​ແດນແລະ​ຄວາມ​
ເຄ່ງ​ຕຶງ​ອື່ນໆ ​ໃນ​ຂະນະ​ທີ່ນາຍົກລັດຖະມົນຕີຈີນ ທ່ານ Li
Keqiang ສືບ​ຕໍ່ຢ້ຽມຢາມ​ຕ່າງປະ​ເທດ​ ຄັ້ງ​ທໍາ​ອິດຂອງ​ທ່ານ
ນັບຕັ້ງແຕ່​ໄດ້​ເຂົ້າ​ຮັບ​ຕໍາ​ແໜ່​ງ.

ທ່ານ Li ​ໄດ້ເດີນທາງ​ໄປ​ເຖິງນະຄອນຫລວງ​ນິວ​ແດນ​ລີ ​ໃນ​ວັນ
​ອາທິດ​ວານ​ນີ້ ​ແລະ​ໄດ້​ພົບ​ປະ​ກັບທ່ານ Singh ​ໃນວັນຈັນ​ມື້​ນີ້ ​
ເພື່ອ​ຫາລື​ກັນ​ກ່ຽວ​ກັບ​ບັນຫາ​ຫລາຍ​ເລື້ອງ ອັນ​ໂຮມ​ທັງ​ການ​ຜິດ​
ຖຽງ​ກັນທີ່​ມີ​ມາ​ດົນ​ນານ ກ່ຽວ​ກັບເລື້ອງ​ຊາຍ​ແດນຢູ່​ໃນ​ເຂດ​ພູ​ເຂົາ
​ຫິມະ​ໄລ​ ​ແລະ​ຄວາມ​ບໍ່​ສົມ​ດູ​ນທາງ​ກ້ານ​ການ​ຄ້າ ທີ່​ອິນ​ເດຍຂາດ
ທຶນ​ໃຫ້​ຈີນ​ຢ່າງ​ຫລວງຫລາຍ​ນັ້ນ
.
​ໃນ​ກ​ອງປະຊຸມ​ຖະ​ແຫລ​ງຂ່າວ​ຮ່ວມ​ກັນ​ນັ້ນ ທ່ານ Li ກ່າວ​ວ່າ ທັງ​
ສອງ​ປະ​ເທດ​ມີ​ຜົນ​ປະ​ໂຫຍ​ດອັນ​ດຽວກັນ ຫລາຍ​ກ່ວາ​ຄວາມ​
ແຕກ​ຕ່າງ​ກັນ. ສ່ວນ​ທ່ານ Singh ​ເວົ້າ​ວ່າ ທັງ​ສອງ​ຝ່າຍ​ຈະ​ຕ້ອງ
​ທໍາ​ງານ​ເພື່ອ​ເສີມ​ສ້າງ​ຄວາມ​ໄວ້​ວາງ​ໃຈ ​ແລະ​ຄວາມ​ເຊື່ອ​ໝັ້ນໃນ​ກັນ​ແລະ​ກັນ ​ໃຫ້ໜັກ​
ແໜ້ນຂຶ້ນ ເພື່ອ​ອໍານວຍ​ໃຫ້​ມີ​ການຮ່ວມ​ໄມ້​ຮ່ວມ​ມື​ກັນ​ຫລາຍ​ຂຶ້ນ.

ຜູ້​ນໍາ​ທັງ​ສອງ​ໄດ້​ລົງ​ນາມ​ໃນ​ສັນຍາ​ນ້ອຍໆ 8 ສະບັບ ​ແຕ່​ທັງ​ສອງ​ທ່ານ​ກ່າວ​ວ່າ ສັນຍາ​ລັກ​ຂອງການ​ພົບ​ປະ​ຂອງ​ພວກ​ທ່ານ ​ແມ່ນ​ສໍາຄັນ​ຫລາຍ​ກ່ວາ.

ການ​ຢ້ຽມຢາມ​ເປັນ​ເວລາ​ສາມ​ວັນ ​ໄດ້ມີ​ຂື້ນ​ ​ບໍ່​ຮອດສອງ​ອາທິດ ຫລັງ​ຈາກການສີ້ນສຸດລົງ
​ຢ່າງສັນຕິ ຂອງ​ຄວາ​ມເຄັ່ງ​ຕືງທາງ​ທະຫານ ກ່ຽວ​ກັບພື້ນທີ່​ຫລາຍ​ໝື່ນ​ກິ​ໂລ​ແມັດມົນທົນ ຢູ່​ໃນ​ຂົງ​ເຂດ​ Ladakh ທີ່​ເປັນ​ຂໍ້ໂຕ້​ແຍ້​ງກັນ ທີ່ຈີນແລະ​ອິນ​ເດຍ ຍັງ​ບໍ່​ເຄີຍ​ໄດ້​ຕົກລົງ​ກັນ​
ເລື່ອງ​ຊາຍ​ແດນ​ຂອງ​ເຂົາ​ເຈົ້າ​ຢູ່​ທີ່​ນັ້ນ ​ຢ່າງ​ຄັກ​ແນ່.

Your browser doesn’t support HTML5

China India