ເຈົ້າໜ້າທີ່ຈີນເຕືອນ ກ່ຽວກັບ ການທີ່ບໍລິສັດແອເວີແກຣນ ອາດບໍ່ສາມາດຊຳລະໜີ້

ພວກນັກລົງທຶນຖືກຕຳຫຼວດ ແລະເຈົ້າໜ້າທີ່ຮັກສາຄວາມສະຫງົບອ້ອມໄວ້ ຢູ່ທາງເຂົ້າ ສຳນັກງານໃຫຍ່ຂອງກຸ່ມ Evergrande, ເມື່ອວັນທີ 23 ກັນຍາ 2021 ທີ່ເມືອງເຊັນເຊັນ ທາງພາກໃຕ້ຂອງຈີນ.

ເຈົ້າໜ້າທີ່ຈີນພວມກະກຽມຮັບມືກັບວິກິດການທາງດ້ານການເງິນທີ່ອາດມີຂຶ້ນໃນຂະນະທີ່ ກຸ່ມ Evergrande ຊຶ່ງເປັນເຄືອ ຂອງບໍລິສັດອະສັງຫາລິມມະຊັບຍັກໃຫຍ່ ໃນຈີນ ປາກົດວ່າ ບໍ່ສາ ມາດຈ່າຍເງິນ ໃຫ້ແກ່ພັນທະບັດ ທີ່ມີກຳນົດຊຳລະໃນວັນພະຫັດວານນີ້.

ອີງຕາມໜັງສືພິມວອລສຕຣີດ (Wall Street Journal) ແລ້ວ ລັດຖະບານກາງໄດ້ມີຄຳສັ່ງໃຫ້ພວກເຈົ້າໜ້າທີ່ທ້ອງຖິ່ນໃນທົ່ວປະເທດຈີນ ເລີ້ມ “ກະກຽມຮັບມືກັບພາຍຸທີ່ອາດເກີດຂຶ້ນ” ຖ້າບໍລິສັດດັ່ງກ່າວ ຫາກບໍ່ສາມາດຕົກລົງ ກັບພວກເຈົ້າໜີ້ໄດ້. ບໍລິສັດ Evergrande ໃນປັດຈຸບັນນີ້ ມີໜີ້ສິນແລະຄວາມຮັບຜິດຊອບອື່ນໆຢູ່ຫຼາຍກວ່າ 300 ພັນລ້ານໂດລາ.

ລັດຖະບານກາງຂອງຈີນ ມີຄວາມເປັນຫ່ວງກັງວົນ ກ່ຽວກັບການກໍ່ຄວາມບໍ່ສະ ຫງົບຂຶ້ນຂອງປະຊາຊົນ ຍ້ອນວ່າທັງຂະໜາດ ແລະລັກສະນະ ຂອງບໍລິສັດ Evergrande. ບໍລິສັດດັ່ງກ່າວ ເປັນຜູ້ຮັບເໝົາກໍ່ສ້າງຫຼາຍກວ່າ 800 ໂຄງການຢູ່ໃນທົ່ວ ທຸກໆແຂວງຂອງຈີນ ຊຶ່ງໄດ້ຈ້າງພວກຄົນງານກຳມະກອນ ຫຼາຍໆພັນຄົນ ແລະມີການພົວພັນກັບບໍລິສັດສະໜອງອຸບປະກອນຈຳນວນນັບບໍ່ຖ້ວນ.

ການກໍ່ສ້າງຫຼາຍໆໂຄງການແມ່ນເປັນບ້ານເຮືອນທີ່ຜູ້ຊື້ໄດ້ຈ່າຍເງິນລ່ວງໜ້າເປັນຈຳນວນຫຼວງ ຫຼາຍໄປແລ້ວ ຊຶ່ງໃນບາງກໍລະນີນັ້ນ ການກໍ່ສ້າງໄດ້ເລີ້ມຢຸດຊະງັກລົງ ຍ້ອນວ່າທາງບໍລິສັດບໍ່ສາມາດຈ່າຍເງິນ ໃຫ້ແກ່ບໍລິສັດສະໜອງອຸບປະກອນ.

ປະຊາຊົນຍ່າງຜ່ານສຳນັກງານໃຫຍ່ຂອງບໍສັດ Evergrande ທີ່ເມືອງເຊັນເຊັນ ທາງພາກໃຕ້ຂອງຈີນ ເມື່ອວັນທີ 23 ກັນຍາ 2021.

ນອກຈາກພວກເຈົ້າຂອງເຮືອນທີ່ມີຄວາມໂກດແຄ້ນແລ້ວ ບໍລິສັດດັ່ງກ່າວຍັງຖືກຟ້ອງຮ້ອງຈາກພວກນັກລົງທຶນສ່ວນບຸກຄົນ ຜູ້ທີ່ໄດ້ລົງທຶນ ໂດຍການຊື້ຮຸ້ນຂອງບໍລິສັດທີ່ນຳອອກຂາຍ. ນັບແຕ່ເດືອນກໍລະກົດປີ 2020 ເປັນຕົ້ນມາ ຮຸ້ນຂອງບໍລິສັດໄດ້ຕົກຮວບລົງ 91 ເປີເຊັນ ເຫຼືອຢູ່ປະມານ 34 ເຊັນຕໍ່ຮຸ້ນໃນເວລານີ້.

ບໍລິສັດ Evergrande ຕ້ອງໄດ້ຈ່າຍພັນທະບັດທີ່ມີກໍານົດຊໍາລະໃນວັນພະຫັດວານນີ້. ພັນທະ ບັດຊຸດທຳອິດແມ່ນເປັນເງິນໂດລາຂອງສະຫະລັດ ຕົກຢູ່ປະມານ 83 ລ້ານ 5 ແສນ. ຂໍ້ຕົກລົງກັບພວກເຈົ້າໜີ້ກໍແມ່ນໃຫ້ເວລາ 30 ມື້ແກ່ທາງບໍລິສັດທີ່ບໍ່ຕ້ອງໄດ້ຈ່າຍດອກເບ້ຍ ກ່ອນທີ່ຈະໄດ້ຮັບການພິຈາລະນາ ຢ່າງເປັນທາງການວ່າ ຜິດສັນຍາ. ແນວໃດກໍຕາມ ການບໍ່ສາມາດຊຳລະເງິນໄດ້ຕາມກຳນົດນີ້ຈະຖືກເບິ່ງກັນວ່າເປັນຮ່ອງຮອຍທີ່ບໍ່ດີຈາກຕະຫຼາດການເງິນ.

ການຈ່າຍເງິນພັນທະບັດຊຸດທີສອງແມ່ນເປັນເງິນຢວນຂອງຈີນແລະທາງບໍລິສັດໄດ້ປະກາດໃນວັນພຸດແລ້ວນີ້ວ່າ ໜີ້ສິນໄດ້ຮັບ “ການແກ້ໄຂໂດຍຜ່ານການເຈລະຈາ” ແຕ່ມັນໝາຍຄວາມວ່າຈັ່ງໃດ ແລະທາງບໍລິສັດໄດ້ທຳການຈ່າຍໜ້ອຍຫຼາຍປານໃດນັ້ນແມ່ນຍັງບໍ່ທັນເປັນທີ່ຈະແຈ້ງ.

ນອກເໜືອໄປຈາກການຖືຮຸ້ນໃນບໍລິສັດອະສັງຫາລິມມະຊັບແລ້ວ Evergrande ຍັງມີເຄືອບໍລິສັດໃນຂອບເຂດທີ່ກວ້າງຂວາງ ຮວມທັງ ບໍລິສັດຜະລິດລົດໄຟຟ້າ ທີມເຕະບານ ສວນສະໜຸກ 2 ແຫ່ງ ແລະບໍລິສັດປະກັນໄພຊີວິດ ແມ່ນຮວມຢູ່ໃນນັ້ນ. ບໍລິສັດດັ່ງກ່າວ ພະຍາຍາມທີ່ຈະຂາຍຊັບສິນຂອງຕົນຈຳນວນນຶ່ງ ເພື່ອ ນຳເງິນມາຈ່າຍໜີ້ ແຕ່ມາຈົນຮອດດຽວນີ້ ກໍປາກົດວ່າ ຍັງບໍ່ທັນປະສົບຄວາມສຳ ເລັດເທື່ອ ໃນການຊອກຫາເງິນສົດພຽງພໍເພື່ອເຮັດໃຫ້ພວກເຈົ້າໜ້າພໍໃຈ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ