ມີການແນມເຫັນ ກຳປັ່ນລົບຈີນ ຢູ່ນອກແຄມຝັ່ງ ຂອງລັດ ອາລາສກ້າ

ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ (ຊ້າຍ) ກຳລັງຢ້ຽມຢາມ ເມືອງ Kotzebue ທີ່ລັດ Alaska.

ມີການແນມເຫັນ ກຳ​ປັ່ນ​ຂອງ​ກອງທັບ​ເຮືອຈີນ​ຫ້າ​ລຳ ​ແລ່ນ​ຢູ່
ໃນເຂດ​ນ່ານນຳ້ສາກົນ ນອກ​ຝັ່ງ​ທະ​ເລລັດອາລາສກ້າ ​ອີງ​ຕາມ
​ເຈົ້າ​ໜ້າ​ທີ່ສະຫະລັດ ໃນອັນ​ທີ່​ນັກວິ​ເຄາະ​ຫລາ​ຍຄົນ​ເຫັນ​ວ່າ ​
ເປັນ​ການ​ພະ​ຍາ​ຍາມ​ໃໝ່ສຸດຂອງປັກ​ກິ່ງ ເພື່ອສະແດງ​ກຳລັງ​
ທະຫານ ​ໄກ​ອອກ​ໄປ​ຈາກ​ຝັ່ງ​ທ​ະ​ເລ​ຂອງ​ຕົນ.

​ໂຄສົກ​ທຳນຽບຫ້າ​ແຈ ທ່ານ Bill Urban ​ໃຫ້ການຢືນຢັນໃນ​
ວັນ​ພຸດ​ວານ​ນີ້​ກ່ຽວ ກັບ​ການ​ປາກົດ​ໂຕ​ຂອງ​ກໍາປັ່ນ​ລົບຫ້າ​ລຳ
ໂດຍ​ໃຫ້​ຂໍ້​ສັງ​ເກ​ດວ່າ ເປັນ​ເທື່ອທຳ​ອິດ ທີ່ສະຫະລັດ ​ໄດ້​ສັງ​
ເກດ​ເຫັນກອງທັບ​ເຮືອ​ຈີນ ຢູ່ໃນເຂດ​ທະ​ເລ Bering.

ທ່ານກ່າວວ່າ “ພວກ​ເຮົາ​ໃຫ້ການເຄົາລົບ​ຕໍ່​ອິດ​ສະຫລະ​ພາບ​ ຂອງທຸກໆປະເທດ​ກ່ຽວກັບ
ການປະຕິບັດ​ງານ​ຂອງກອງທັບ​ເຮືອ ຢູ່​ໃນເຂດ​ນ່ານນຳ້ສາ​ກົນ ​ອີງ​ຕາມ​ກົດໝາຍ​ນາໆ
ຊາດ” ແລະກ່າວເພີ້​ມ​ຕື່ມວ່າ ກອງທັບເຮືອສະຫະລັດ ກຳລັງ​ຕິດ​ຕາມ​ເບິ່ງກຳ​ປັ່ນ​ທັງ 5.

​ສ່ວນໂຄສົກ​ທຳນຽບຂາວ ທ່ານ Josh Harnest ກ່າວ​ວ່າ ບັນດາ​ເຈົ້າ​ໜ້າ​ທີ່ ສະຫະລັດ
ຍັງບໍ່​ທັນ​ພົບເຫັນກ່ຽວກັບ​ “ກິດຈະການທີ່ເປັນການຂົ່ມຂູ່​ໃດໆ” ຈາກ​ກຳ​ປັ່ນ​ເຫລົ່າ​ນັ້ນ ​ແຕ່​
ກໍກ່າວ​ວ່າ ຄວາມ​ຕັ້ງ​ໃຈ​ໃນການ​ປາກົດ​ໂຕຂອງກຳປັ່ນທັງ 5​ “ຍັງ​ບໍ່​ເປັນ​ທີ່​ຈະແຈ້ງ.”

FILE - Chinese navy warships arrive at the seaport of Port Sudan.

ການປາກົດໂຕຂອງກຳ​ປັ່ນ​ຈີນ ມີ​ຂື້ນ​ໃນ​ຂະນະ​ທີ່ປະທານາທິບໍດີ ບາຣັກ ໂອບາ ມາ​ຢ້ຽມ
ຢາມລັດອາລາສກ້າ ​ເພື່ອ​ຊອກສະແຫວງຫາການສະໜັບສະໜຸນຕໍ່ນະ​ໂຍບາຍສິ່ງ​ແວດ
|​ລ້ອມຂອງທ່ານ ແລະຮັບມືກັບ​ການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາກາດ.

​ທ່ານ Ralph Cossa ຈາກສູນ​ກາງ​ຍຸດ​ທະ​ສາດ ​ແລະສຶກສາ​ນາໆຊາດກ່າວວ່າ ​ແນວໃດ
ກໍຕາມ ບໍ່ມີທ່າທາງວ່າ​ຈີນວາງແຜນ​ສົ່ງ​ກຳ​ປັ່ນເຫຼົ່ານີ້ ​ໂດຍໃຫ້​ບັງ​ເອີນ​ມີ ຂຶ້ນໃນລະຫວ່າງ​
ການ​ຢ້ຽມຢາມ ​ຂອງປະທານາທິບໍດີໂອບາມາ.

ທ່ານ Cossa ກ່າວ​ຕໍ່ວີ​ໂອ​ເອວ່າ “ຂ້າພ​ເຈົ້າ ຂໍ​ເດົາ​ວ່າ ການ​ປາກົດ​ໂຕຂອງກຳ ປັ່ນ ໃນລະ​
ຫວ່າງການ​ຢ້ຽມຢາມ​ ຂອງທ່ານໂອບາມານັ້ນ ເກີດ​ຂື້ນ​ໂດຍ​ບັງ​ເອີນ ຫລາຍ​ກວ່າ​ຄວາມ​ຕັ້ງ​
ໃຈ. ​ເພາ​ະວ່າ ການ​ສົ່ງ​ກຳ​ປັ່ນ​ແບບນີ້ ຕາມ​ປົກ​ກະ​ຕິ​ແລ້ວ​ໄດ້​ວາງ​ແຜນ​ໄວ້​ລ່ວງ​ໜ້າຫລາຍ​
ເດືອນ​ ​ແລະຂ້າພ​ະ​ເຈົ້າຄິດວ່າບໍ່​ມີ​ໃຜ​ຮູ້​ວ່າ ທ່ານ ໂອບາມາ​ຈະ​ໄປ​ຢ້ຽມຢາມ ລັດອາລາສກ້າ
ຈົນ​ເທົ່າສອງ​ສາມມື້ກ່ອນ​ໜ້ານີ້.​”

​ທ່ານ​ກ່າວວ່າ ເຖິງ​ຢ່າງ​ໃດ​ກໍ​ດີ ການ​ປາກົດ​ໂຕ​ຂອງ​ບັນດາ​ກຳ​ປັ່ນຈີນ ​ແມ່ນເປັນ ການສົ່ງ​
ຄຳເຕືອນມາຍັງສະຫະລັດ.