ກອງທັບເຮືອຂອງຈີນຈະໄດ້ຮັບການເສີມຂະຫຍາຍໄປຈົນຮອດປີ 2050 ໃນຂະນະທີ່ກອງທັບຂອງປະເທດດັ່ງກ່າວ ທຳການຂະຫຍາຍອູ່ຕໍ່ເຮືອ ໂດຍເພີ້ມການເອົາບາດກ້າວໃນການປະສານງານແລະເຮັດຂໍ້ຕົກລົງທາງດ້ານຄວາມໝັ້ນຄົງໃນເຂດມະຫາສະໝຸດປາຊີຟິກຕອນໃຕ້.
ເຈົ້າໜ້າທີ່ຈີນໄດ້ລົງນາມໃນຮ່າງຂໍ້ຕົກລົງທາງດ້ານຄວາມໝັ້ນຄົງກັບໝູ່ເກາະໂຊໂລມອນ ຊຶ່ງເປັນປະເທດເກາະດອນຕັ້ງຢູ່ໃນເຂດມະຫາສະໝຸດປາຊີຟິກຕອນໃຕ້. ຂໍ້ຕົກລົງ ທີ່ໄດ້ມີການປະກາດໃນອາທິດແລ້ວ ໄດ້ສ້າງຄວາມຕື່ນຕົກໃຈໃຫ້ແກ່ປະເທດອອສເຕຣເລຍ ແລະນິວຊີແລນ ທີ່ຕັ້ງຢູ່ໃກ້ຄຽງ ກ່ຽວກັບຄວາມເປັນໄປໄດ້ໃນການຕັ້ງຖານທັບເຮືອຂອງຈີນ ໃນທີ່ສຸດ ຢູ່ທີ່ໝູ່ເກາະໂຊໂລມອນ ຊຶ່ງໃນເວລານີ້ ແມ່ນເປັນກອງທັບເຮືອທີ່ໃຫຍ່ທີ່ສຸດໃນໂລກ.
ອິນໂດເນເຊຍ ຟີລິບປິນ ແລະທະເລຊູລູ
ເມື່ອໄວໆມານີ້ ໜັງສືພິມ Naval News ຊຶ່ງເປັນໜັງສືພິມຂອງກອງທັບເຮືອອັງກິດ ໄດ້ພິມເຜີຍແຜ່ບົດຄວາມສະບັບນຶ່ງ ກ່າວເຖິງ “ການຂະຫຍາຍຕົວຂະໜາດໃຫຍ່” ຂອງບໍລິເວນສ້າງອູ່ຕໍ່ເຮືອທີ່ໃຫຍ່ທີ່ສຸດຂອງຈີນ. ສະຖານທີ່ແຫ່ງນັ້ນ ກໍຄືອູ່ຕໍ່ເຮືອຈຽງໜານ ໃນນະຄອນຊຽງໄຮ້ ຊຶ່ງຄາດວ່າຈະມີບໍລິເວນສ້ອມແປງເຮືອ ແລະອູ່ສ້ອມເຮືອທີ່ສາມາດສູບນ້ຳອອກໄດ້ ພ້ອມກັບບ່ອນຈອດເຮືອຫຼາຍໆລຳ ອີງຕາມການລາຍງານຂອງໜັງສືພິມດັ່ງກ່າວ.
ນອກນັ້ນ ຈີນຍັງໄດ້ຂະຫຍາຍສະຖານທີ່ອີກ 2 ແຫ່ງເພື່ອສ້າງກຳປັ່ນດຳນ້ຳນິວເຄລຍ ລາຍງານກ່າວເພີ້ມ ແລະຍັງເວົ້າຕື່ມວ່າ ການຂະຫຍາຍດັ່ງກ່າວ ແມ່ນເປີດກວ້າງສຳລັບຄວາມເປັນໄປໄດ້ໃນການສ້າງກຳປັ່ນບັນທຸກເຮືອບິນພະລັງງານນິວເຄລຍນຳດ້ວຍ ໃຫ້ແກ່ກອງທັບບົກແລະກອງທັບເຮືອ ຂອງກອງທັບປົດປ່ອຍປະຊາຊົນ.
ໂຄສົກຄົນນຶ່ງຂອງສະຖານທູດຈີນ ທີ່ນະຄອນຫຼວງວໍຊິງຕັນ ບໍ່ໄດ້ໃຫ້ຄຳຕອບຕໍ່ການໃຫ້ຄວາມເຫັນໃນອາທິດນີ້ ກ່ຽວກັບການປັບປຸງກອງທັບຈີນໃຫ້ທັນສະໄໝ.