ລູກສອນໄຟ ຂອງຈີນ ແມ່ນທ້າທາຍຕໍ່ ສຫລ ຢູ່ ທະເລຈີນໃຕ້

ພວກປະທ້ວງພາກັນໃສ່ໝວກ ທີ່ເຮັດດ້ວຍເຈ້ຍ ເປັນຮູບເຮືອ ປະທ້ວງຢູ່ຕໍ່ໜ້າກົງສູນຈີນ ໃນນະຄອນມະນີລາ ປະເທດຟິລິບປີນ ວັນທີ 10 ກຸມພາ 2018.

ບັນດານັກຊ່ຽວຊານ​ເຊື່​ອວ່າ ການ​ຕິດ​ຕັ້ງ​ລູກ​ສອນ​ໄຟຂອງຈີນ ​ຢູ່ທີ່ທະ​ເລ​ຈີນໃຕ້ ແມ່ນ
ໝາຍຄວາມວ່າ ເປັນການທ້າ​ທາຍ​ຕໍ່​ສະຫະລັດ ​ແລະ​ບັນດາ​ພັນທະ​ມິດ.

ບັນດານັກວິ​ເຄາະ​ກ່າວ​ວ່າ ລູກ​ສອນ​ໄຟ​ຕໍ່ຕ້ານ​ກຳ​ປັ່ນ​ແລະ​ລູກ​ສອນ​ໄຟທີ່​ຍິງຈາກພາກ
ພື້ນດິນຫາອາກາດ ທີ່​ມີ​ລາຍ​ງານ​ວ່າ​ຈີນໄດ້​ຕິ​ດຕັ້ງຢູ່​ຕາມ​ບັນດາ​ໝູ່​ເກາະໝູ່ດອນໃນ​ທະ​
ເລ ທີ່ຢູ່ນອກ​ຝັ່ງ​ທາງພາກ​ໃຕ້ຂອງຕົນນັ້ນ ຈະຂັດຂວາງບໍ່ໃຫ້ກຳ​ປັ່ນລົບ​ຂອງ​ສະຫະລັດ
ຫຼື​ບັນດາ​ພັນທະ​ມິດ​ເຊັ່ນ​ ​ອອສ​ເຕຣຍ​ເລຍ​ ແລະ​ຍີ່​ປຸ່ນແລ່ນຜ່ານ. ຫວຽດນາມ​ທີ່ໍໄດ້​ອ້າງ
​ເອົາ​ກຳມະສິດຂອງບາງສ່ວນໃນ​ທະ​ເລ​ຈີນ​ໃຕ້ ທີ່​ຍຶດຄອງ​ໂດຍ​ຈີນ ​ໄດ້​ທຳການປະ​ທ້ວງ​
ຢ່າງ​ເປັນ​ທ່ງການ​ຕໍ່​ປັກ​ກິ່ງ.

ກຳປັ່ນຂຸດດິນຂອງຈີນທີເຫັນຢູ່ນານນໍ້າອ້ອມແອ້ມໝູ່ເກາະສະແປຣດລີ ທີ່ມີການໂຕ້ຖຽງກັນ ໃນທະເລຈີນໃຕ້.

ຈີນ​ໄດ້​ຕິດ​ຕັ້ງ​ລູກ​ສອນ​ໄຟ​ໃສ່​ໝູ່່​ເກາະ​ສະ​ແປຣດລີ ໃນທະ​ເລ​ຈີນ​ໃຕ້ ​ເພື່ອຊ້ອມລົບ​ທາງ
​ທະຫານໃນ​ຕົ້ນ​ເດືອນ​ເມສາ ອີງ​ຕາມ​ລາຍ​ງານ​ຫວ່າງ​ມໍ່ໆມາ​ນີ້ໂດຍໂທ ອລະພາບ
CNBC ທີ່ໄດ້​ອ້າງ​ຄຳ​ເວົ້າຂອງ "​ແຫ​ລ່ງຂ່າວທີ່​ຮູ້ເລື້ອງ​ໂດຍ​ກົງ​ກ່ຽວ ກັບລາຍ​ງານ​ສຶບ
ລັບຂອງ​ສະຫະລັດ.”

ເຮືອບິນລົບ F18 ກຳລັງຕຽມຈະຂຶ້ນ ຢູ່ເທິ່ງກຳປັ່ນລົບ USS ເຕໂອດໍຣ ໂຣສແວວຕ໌ ທີ່ຈອດຢູ່ທະເລຈີນໃຕ້ ທີ 10 ເມສາ 2018.

​ຈີນ​ໄດ້​ອ້າງເອົາ​ປະມານ 90 ​ເປີ​ເຊັນ​ຂອງ​ທະ​ເລຈີນໃຕ້ແລະ​ຄັດຄ້ານ​ຕໍ່​ການ​ແລ່ນ ຜ່ານ
ຂອງ​ກຳ​ປັ່ນ​ລົບສະຫະລັດ ຊຶ່ງ​ວໍ​ຊິງ​ຕັນ​ເວົ້າ​ວ່າ ເປັນການປະຕິບັດ​ງານເພື່ອ ​ເສລີພາບ
ໃນ​ການ​ເດີນ​ເຮືອ ຫຼື FONOP. ລັດຖະບານ​ສະຫະລັດ​ເອີ້ນທະ​ເລ​ຈີນໃຕ້ ທີ່​ຍັງ​ມີກາ
​ອ້າງເອົາກຳມະສິດໂດຍ​ລັດຖະບານຂອງຫ້າ​ປະ​ເທດເອ​ເຊຍ ນັ້ນວ່າ ເປັນເສັ້ນທາງ
ເດີນເຮືອສາກົນ.

ເນື້ອທີ່ທະເລຈີນໃຕ້ ທ່ີ່ອ້າງເອົາໂດຍຈີນ.

​ອອສ​ເຕຣຍ​ເລຍ ​ແລະ​ຍີ່ປຸ່ນ ສະ​ນັບ​ສະ​ໜູນຕໍ່​ເຫດຜົນ​ຂອງ​ສະຫະລັດ ​ແລະ​ເຂົາ​ເຈົ້າ
ໄດ້​ອອກ​ປາກ​ອອກສຽງ​ ຫຼາຍຂຶ້ນ ໃນຮອບ​ເຄິ່ງປີ​ທີ່​ຜ່ານ​ມາ. ຍີ່ປຸ່ນ​ໄດ້​ສົ່ງ​ກຳ​ປັ່ນ​ບັນທຸກ
​ເຮື​ອບິນ​ເຮລີ​ຄອບ​ເຕີ້ ​ໄປ​ຍັງທະ​ເ​ລຈີນໃຕ້ ​ເພື່ອເຝິກ​ຊ້ອມ​ ໃນ​ກາງປີ 2017. ​ໃນ​ເດືອນ
​ແລ້ວ​ນີ້​ ກຳປັ່ນກອງເຮືອອອສ​ເຕຣຍ​ເລຍ ​ກໍໄດ້ປະເຊີນໜ້າກັບ​ບັນ​ດາ​ກຳ​ປັ່ນ​ຈີນ​ຢູ່​ໃນ​
ເຂດທະ​ເລ​ດຽວ​ກັນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ