ວິທີຮັກສາໂຣກແຜນໂບຮານຂອງຈີນ ເຊັ່ນການຝັງເຂັມ ວ່າມັນມີປະສິດ ທິຜົນຫຼືບໍ່ນັ້ນ ແມ່ນໄດ້ຮັບຄວາມນິຍົມຊົມຊອບຫຼາຍຂຶ້ນຢູ່ນອກປະເທດຈີນ ແລະ ຍັງມີຫຼັກຖານທາງວິທະຍາສາດບາງຢ່າງທີ່ສະໜັບສະໜຸນຄວາມຄິດທີ່ວ່າ ອົງປະກອບຕາມທຳມະຊາດຂອງພວກດອກໄມ້ ແລະເປືອກໄມ້ ທີ່ຈິງແລ້ວແມ່ນສາມາດປິ່ນປົວຮັກສາໄດ້ຢ່າງມີປະສິດ
ທິຜົນ ຊຶ່ງເຮັດວຽກແບບດຽວກັນ ກັບຢາ aspirin ຊຶ່ງເປັນອົງປະກອບຕາມທຳມະຊາດ ທີ່ພົບເຫັນໃນເປືອກ ຂອງຕົ້ນ willow ແຕ່ຍ້ອນຄວາມນິຍົມ ໃນການນຳໃຊ້ຢາແຜນ
ໂບຮານສະໝຸນໄພຂອງຈີນ ກຳລັງເພີ່ມຂຶ້ນຢູ່ນີ້ ມັນຈຶ່ງມີໂອກາດສູງ ທີ່ຈະເກີດການສໍ້ໂກງ
ຕົວະຕົ້ມ ແລະ ກໍມີຄວາມກົດດັນຕໍ່ພວກພືດຕ່າງໆ ຢູ່ໃນປ່າໃນດົງ. ນັກຂ່າວ VOA
Kevin Enochs ມີລາຍງານ ກ່ຽວກັບເລື່ອງນີ້ ຊຶ່ງວັນນະສອນ ຈະນຳເອົາລາຍລະອຽດ
ມາສະເໜີທ່ານ ໃນອັນດັບຕໍ່ໄປ.
Your browser doesn’t support HTML5
ເມັດຂອງໝາກ quince ຊຶ່ງເປັນໝາກໄມ້ທີ່ປະສົມປະສານລະຫວ່າງໝາກ pear
ແລະໝາກ apple ທີ່ໃຊ້ເຮັດຢາແຜນໂບຮານຈີນນັ້ນ ແມ່ນສາມາດປິ່ນປົວໂຣກຕ່າງໆ
ຫຼາຍຢ່າງ ນັບແຕ່ໂຣກຍ່ອຍອາຫານ ໄປຈົນເຖິງການໄອ.
ເປືອກແລະຈູມຂອງດອກ magnolia ແມ່ນໃຊ້ເພື່ອປົວໂຣກຊຶມເສົ້າແລະໂຣກຫືດ
ເປັນຕົ້ນ.
ການເກັບກ່ຽວແລະຂາຍຜະລິດຕະພັນເຫລົ່ານີ້ ໄດ້ກາຍມາເປັນທຸລະກິດຂະໜາດ
ໃຫຍ່ ແຕ່ອິງຕາມພວກນັກວິໄຈແລ້ວ ຕະຫຼາດດັ່ງກ່າວ ແມ່ນເຕັມໄປດ້ວຍສິນຄ້າທີ່ມີ
ຄຸນນະພາບຕ່ຳສະເໝີ.
ທ່ານນາງ Christine Leon ຈາກສວນພຶກສາສາດແຫ່ງຊາດ Royal Kew ກ່າວວ່າ “ຊື່ຕ່າງໆຂອງສິນຄ້າພວກນີ້ ເບິ່ງຄືວ່າ ມີຫຼາກຫຼາຍແບບ ແຕ່ວ່າ ມັນເປັນການຍາກ
ຫຼາຍ ທີ່ຈະຕິດຕາມໄດ້ຢ່າງຄັກແນ່ວ່າ ມີປະເພດໃດແດ່ ທີ່ມີການຊື້ຂາຍກັນ.”
ເພາະສະນັ້ນ ພວກນັກວິທະຍາສາດໃນອັງກິດ ຈຶ່ງໄດ້ສ້າງປື້ມທີ່ສາມາດນຳມາໃຊ້
ອ້າງອີງໄດ້ ເພື່ອຊ່ອຍພວກທ່ານໝໍ ທີ່ຄິດວ່າ ຈະນຳເອົາຢາແຜນໂບຮານນີ້ ເຂົ້າໄປໃຊ້
ໃນການປິ່ນປົວຮັກສາຂອງພວກເຂົາເຈົ້າ.
ພວກທ່ານໝໍຕາເວັນຕົກ ແມ່ນກຳລັງຮຽນຮູ້ເພີ່ມຂຶ້ນ ກ່ຽວກັບການບຳບັດພວກນີ້ຊ່ວຍ
ໄດ້ແນວໃດ ແຕ່ວ່າພວກຮູ້ປານໃດໃນການຊັ່ງຊາເບິ່ງຄຸນນະພາບຂອງວັດຖຸດິບ
ທີ່ເຂົາເຈົ້າສັ່ງໃຫ້ນຳໄປໃຊ້ນັ້ນ.
ທ່ານນາງ Leon ກ່າວວ່າ “ນີ້ອາດຈະເປັນນຶ່ງໃນເຫດຜົນ ທີ່ພວກເຮົາໄດ້ຂຽນປື້ມ
ຂອງພວກເຮົາເພື່ອພະຍາຍາມເນັ້ນຢ້ຳເປັນການສະເພາະກ່ຽວກັບຢາແຜນໂບຮານ
ຂອງຈີນ ຊຶ່ງໃນຈຸບັນນີ້ນັບມື້ ແມ່ນຂ້ອນຂ້າງຫາຍາກຂຶ້ນຢູ່ໃນປ່າໃນດົງ ແລະ
ໄດ້ຖືກທົດແທນໂດຍສິ່ງທີ່ເບິ່ງຄ້າຍຄືກັນ ຫຼືບໍ່ກໍສິ່ງໃດສິ່ງນຶ່ງທີ່ມີປະສິດທິຜົນໜ້ອຍລົງ.”
ນີ້ບໍ່ແມ່ນເປັນບັນຫາໃຫຍ່ໃນປະເທດຈີນ ບ່ອນທີ່ພວກທ່ານໝໍ ໄດ້ມີປະສົບການ
ມາຍາວນານ ກັບການນຳໃຊ້ການປິ່ນປົວດ້ວຍຢາແຜນໂບຮານ.
ແຕ່ວ່າໃນປະເທດຕາເວັນຕົກ ທ່ານຈະບອກຄວາມແຕກຕ່າງໄດ້ແນວໃດ ລະຫວ່າງ
ຕົ້ນໄມ້ຊະນິດນີ້ ກັບຊະນິດນັ້ນ?
ທ່ານນາງ Leon ກ່າວວ່າ “ໄດ້ມີການລົງທຶນຢ່າງມະຫາສານ ວ່າຕົ້ນໄມ້ເຫຼົ່ານີ້
ເຮັດວຽກແບບໃດ ແລະວ່າພວກເຮົາຈະປັບປຸງໃຫ້ດີຂຶ້ນໄດ້ຈັ່ງໃດ ບາງທີຄຸນນະພາບ
ຫຼື ການນຳໃຊ້ຂອງພວກເຂົາ ແຕ່ວ່າ ມັນຍັງມີການລົງທຶນໜ້ອຍຫຼາຍ ໃນການກວດ
ກາເບິ່ງວ່າ ມັນແມ່ນພືດແນວນັ້ນແທ້ບໍ່.”
ຕົວຢ່າງກໍແມ່ນ ຫົວດອກລີໆ ທີ່ໃຊ້ການປິ່ນປົວໄອ ແລະຫຼອດລົມອັກເສບ ແຕ່ວ່າ
ມີບາງຄົນ ທີ່ບໍ່ມີພື້ນຖານ ມັນເປັນການຍາກທີ່ຈະບອກໄດ້ວ່າ ນັ້ນແມ່ນຂອງຈິງ
ຫລືຂອງປອມກັນແທ້.
ທ່ານນາງ Leon ກ່າວວ່າ “ພວກມັນແມ່ນຢາ ທີ່ໃຊ້ກັນມານານແລ້ວ ໃນລະບົບຢາ
ແບບແຜນໂບຮານຂອງຈີນ. ພວກມັນແມ່ນມີປະສິດທິຜົນ ແລະມີຄວາມຮຽກຮ້ອງ
ຕ້ອງການມັນເປັນເລື່ອງເສົ້າ ແຕ່ກໍສູງຫຼາຍໃນເວລານີ້ ທີ່ເຮັດໃຫ້ມີການນຳໃຊ້
ສິ່ງທີ່ຄ້າຍຄືກັນແທນ.”
ທ່ານນາງ Leon ຫວັງວ່າ ປື້ມອ້າງອີງຂອງພວກເຂົາເຈົ້າ ຈະກາຍມາເປັນປື້ມທີ່
ບັນດາທ່ານໝໍຕາເວັນຕົກທັງຫຼາຍ ທີ່ຈະຫັນໄປປິ່ນປົວໂດຍຢາແຜນໂບຮານນັ້ນ
ນຳໄປໃຊ້.