ຈີນ ຮຽກຮ້ອງໃຫ້ ຈັດຕັ້ງ ແນວໂຮມ ຕໍ່ຕ້ານ ຜູ້ກໍ່ການຮ້າຍ (ວີດີໂອ)

ຕຳຫຼວດຕັ້ງສິ່ງປ້ອງກັນ ຕໍ່ໜ້າຮູບພາບ ມື້ລາງປະທານ ເໝົາເຈີຕຸງ ທີ່ກຸງປັກກິງ ວັນທີ 28 ຕຸລາ 2013.

ສື່​ມວນ​ຊົນ​ທີ່​ລັດ​ຄວບ​ຄຸມ​ຂອງ​ຈີນ​ ​ໃນ​ວັນ​ພະຫັດ​ມື້​ນີ້ ​ຮຽກຮ້ອງ​
ໃຫ້​ຈັດ​ຕັ້ງ​ແນວ​ໂຮມ​ຕໍ່ຕ້ານ​ພວກ​ກໍ່​ການ​ຮ້ານ​ນຶ່ງ​ຂຶ້ນ ຫຼັງ​ຈາກ​ 5
ຄົນ​ຖືກ​ຈັບກຸມ ຍ້ອນມີ​ສ່ວນ​ພົວພັນກັບ​ອຸບັດ​ເຫດ​ລົດ​ຕຳ ທີ່​ຈະ
ຕຸ​ລັດ Tiananmen ນັ້ນ.

ກຸງ​ປັກ​ກິ​ງກ່າວ​ວ່າ ອຸບັດ​ເຫດ​ລົດ​ຕຳ​ໃນ​ວັນ​ຈັນ​ຜ່ານ​ມາ​ນີ້ ​ເປັນ
ແຜນການ​ປະຕິບັດ​ງານ​ໂຈມ​ຕີສະລະ​ຊີບ ​ໂດຍ​ພວກ​ຫົວ​ຮຸນ​
ແຮງ​ຈັດ​ທາງ​ສາສະໜາ​ ຈາກແຄວ້ນ​ຊິນ​ຈຽງ​ທີ່​ປະສົບ​ກັບບັນ
ຫາໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ ບ່ອນ​ທີ່​ພວກຊົນ​ເຜົ່າມຸສລິ​ມ
Uighur ຊຶ່ງ​ເປັນຊົນ​ກຸ່ມ​ນ້ອຍ ​ໄດ້​ທຳ​ການຈົ່ມ​ວ່າມາ​ເປັນ​ເວ
ລາ​ດົນ​ນານ​ແລ້ວ ກ່ຽວ​ກັບ​ການ​ກໍ່ກວນ​ຫຼື​ກັ່ນ​ແກ້ງ​ຈາກ​ລັດຖະ
ບານ​ນັ້ນ.

​ໃນ​ວັນ​ພຸດ​ວານ​ນີ້ ຕຳຫຼວດ​ກ່າວ​ວ່າ ​ເຂົາ​ເຈົ້າ​ເຊື່ອ​ວ່າ ນາຍ Usmen Hasan ຂັບ​ລົດທີ່​ບັນ
ທຸກ​ແມ່​ແລະ​ເມຍ​ລາວ​ໄປ​ຕຳຝູງ​ຄົນ​ຢູ່​ທາງ​ເຂົ້າ​ຈະຕຸ​ລັດ Tiananmen ກ່ອນ​ເອົາ​ໄຟຈູດລົດ​
ຂອງ​ລາວຊຶ່ງ​ເຮັດ​ໃຫ້​ທັງ​ສາມ​ຄົນ​ເສຍ​ຊີວິດ​ໃນ​ບ່ອນ​ເກີດ​ເຫດພ້ອມ​ດ້ວຍ​ນັກ​ທ່ອງ​ທ່ຽວ​ອີກ 2
ຄົນ ​ແລະ​ເຮັດ​ໃຫ້​ປະຊາຊົນ​ຕື່ມອີກຫຼາຍ​ສິບ​ຄົນ​ໄດ້​ຮັບ​ບາດ​ເຈັບ.

ຕຳຫຼວດ​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ພົບ​ເຫັນ​ນ້ຳມັນແອັສຊັງ ມີດ​ຫຼາຍ​ດວງ ແທ່ງ​ເຫຼັກຈຳນວນ​
ນຶ່ງພ້ອມ​ກັບ​ທຸງ​ຜືນ​ນຶ່ງທີ່​ມີ​ເນື້ອ​ຫາ​ສາລະ​ທາງ​ສາສະໜາ​ຫົວຮຸນ​ແຮງ​ຈັດ​ຢູ່​ໃນ​ລົດ​ທີ່​ຖືກໄຟ​ໄໝ້​
ນັ້ນ. ນອກ​ນັ້ນພວກ​ຕຳຫຼວດ​ຍັງ​ໄດ້​ຈັບ​ກຸມ​ຜູ້​ຄົນ 5 ຄົນ​ເຊັ່ນ​ກັນ​ຈາກ​ແຄວ້ນ​ຊິນ​ຈຽງທີ່​ກ່າວ​ກັນ​
ວ່າ ​ເປັນຜູ້​ວາງ​ແຜນ​ທຳ​ການ​ໂຈມ​ຕີ​ຮ່ວມກັນ​ກັບ​ນາຍ Hasan ນັ້ນ.

ໜັງສືພິມ Global Times ທີ່​ພັກ​ຄອມ​ມີ​ວນິດ​ຄວບ​ຄຸມກ່າວ​ໃນ​ວັນ​ພະຫັດ​ມື້​ນີ້​ວ່າ ພວກທີ່​ພົວ ພັນໃນ​ເຫດການ​ດັ່ງກ່າວ​ທັງ​ໝົດ​ ເປັນ​ຊົນ​ເຜົ່າ Uighur ​ແລະ​ເວົ້າ​ຕື່ມ​ວ່າ ຊົນ​ກຸ່ມ​ນ້ອຍ​ເຫຼົ່າ​ນີ້ ຈະ​ເປັນ​ພວກ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ໃຫຍ່​ທີ່​ສຸດ​ຈາກ​ການ​ໂຈມ​ຕີ ​ໂດຍ​ໃຫ້ຂໍ້​ສັງ​ເກດ​ວ່າ ຊິນ​ຈຽງ​ຈະ​ໄດ້​ປະ​ເຊີນ​ກັບ​ການ​ຈຳກັດ​ຮັດ​ແຄບ​ທາງ​ດ້ານ​ຄວາມ​ປອດ​ໄພເພີ່ມ​ຂຶ້ນ​ອີກ.

ສ່ວນໜັງສືພິມ China Daily ຂອງທາງ​ການ​ຈີນ ກ່າວ​ວ່າ ພວກ​ໂຈມ​ຕີ​ຈະ​ຖືກ​ບັນທຶກ​ໄວ້​ໃນ​
ປະຫວັດ​ສາດ​ ໃນ​ຖານະ​ເປັນ​ພວກ​ຄາກ​ຕະກອນ ບໍ່​ແມ່ນ​ເປັນ​ວີລະ​ບຸລຸດ ​ແລະ​ກ່າວ​ຕໍ່​ໄປ​ວ່າ ​ເຫດການ​ດັ່ງກ່າວ ​ແມ່ນ​ແນ​ເປົ້າ​ໃສ່​ການ​ທຳລາຍ​ ສະຖຽນ​ລະ​ພາບ ແລະ​ສ້າງ​ຕັ້ງ​ລັດເທີ​ກກີ​ສ
ຖານ​ຕາ​ເວັນ​ອອກຫຼື East Turkestan ຂຶ້ນ​ຕ່າງຫາກ.

Your browser doesn’t support HTML5

CHINA TIANANMEN