ເຈົ້າຄອງກໍາແພງເມືອງ Nanjing ຂອງຈີນ ຖືກປົດ ອອກຈາກຕໍາແໜ່ງ

ທ່ານ Ji Jianye ເຈົ້າຄອງກໍາແພງເມືອງ Nanjing (ໂບກທຸງ ໂອລິມປິກ) ທາງພາກຕາເວັນອອກຂອງຈີນ ທີ່ຖືກປົດອອກຈາກ ຕໍາແໜ່ງ.

ສື່​ມວນ​ຊົນ​ຈີນ​ເວົ້າ​ວ່າ ​ເຈົ້າຄອງ​ກໍາ​ແພງ​ເມືອງ​ສໍາຄັນ​ເມືອງ​ນຶ່ງ​ໃນ​ພາກ​ຕາ ​ເວັນ​ອອກ​ຂອງ ຈີນ ​ໄດ້​ຖືກ​ປົດ​ອອກ​ຈາກ​ຕໍາ​ແໜ່​ງ ​ໃນ​ການ​ກວດ​ລ້າງ​ຄັ້ງ​ລ່າສຸດ​ ຕໍ່ການ​ສໍ້​ລາດ​ບັງຫຼວງ.

ອົງການ​ຂ່າວ​ຊິນ​ຫົວ​ຂອງທາງ​ການ​ຈີນ ​ເວົ້າ​ເມື່ອວັນ​ເສົາ​ວານ​ນີ້​ວ່າ ທ່ານ Ji Jianye ​ເຈົ້າ ຄອງ​ກໍາ​ແພງ​ເມື​ອງ​ Nanjing ຖືກ​ປົດ​ອອກ​ຈາກຕໍາ​ແໜ່​ງ​ໃນ​ຂໍ້​ສົງ​ໃສ​ວ່າ ​ລະ​ເມີດ​ລະບຽບວິ​ໄນ​ທາງ​ການ​ຢ່າງ​ຮ້າຍ​ແຮງ. ​ບໍ່​ໄດ້​ມີ​ການ​ໃຫ້ລາຍ​ລະອຽດ​ໃດໆ ​ແຕ່​ຄໍາ​ເວົ້າ​ທີ່​ວ່າ​ນີ້​ ຕາມ​ປົກ​ກະຕິ​ແລ້ວ ​ແມ່ນ​ໝາຍ​ເຖິງ​ການ​ສໍ້​ລາດ​ບັງຫຼວງ​ ແບບ​ໃດ​ແບບ​ນຶ່ງ.

ການ​ປົດ ທ່ານ Ji ຜູ້​ຊຶ່ງ​ມີ​ຕໍາ​ແໜ່​ງ​ເປັນ​ຮອງ​ຫົວໜ້າ​ພັກ​ຄອມ​ມີ​ວນີສ ​ເມືອງ Nanjing ນໍາ​ນັ້ນ ​ແມ່ນ​ມີ​ຂຶ້ນສອງ​ມື້ຫຼັງຈາກ ອົງ​ກອນ​ຄວບຄຸມ​ລະບຽບວິ​ໄນ​ພັກ​ຄອມ​ມີ​ວນີສ ​ເວົ້າ​ວ່າ ທ່ານ​ຈີ ​ໄດ້​ຖືກ​ຈັດໃຫ້​ຢູ່​ພາຍ​ໃຕ້ ການ​ສືບສວນ​ສອບ​ສວນ.

ທ່ານ Xi Jinping ປະທານ​ປະ​ເທດ​ຈີນ ​ໄດ້​ປະຕິຍານ​ໄວ້​ວ່າ​ ຈະ​ທໍາ​ການ ກວດ​ລ້າງ​ປາບ​ປາມ​ການ​ສໍ້​ລາດ​ບັງຫຼວງ​ໂດຍ​ເຈົ້າໜ້າ​ທີ່​ຈີນ​ ໃນ​ທົ່ວ​ປະ​ເທດ.