ຜູ້ນຳເກົາຫລີເໜືອ ຢ້ຽມຢາມ ຈີນ

  • ໄພສານ ວໍຣະຈັກ

ເຈົ້າໜ້າທີ່ຈີນ ໄດ້ປະຕິເສດ ບໍ່ຍອມໃຫ້ການຢືນຢັນວ່າ ຜູ້ນຳຂອງເກົາຫຼີເໜືອ ທ່ານກິມ-ຈົງ-ອິລ ໄດ້ເດີນທາງ ໄປຢ້ຽມຢາມຈີນຫລືບໍ່? ແຕ່ພວກນັກຂ່າວ ຕ່າງປະເທດ ໄດ້ລົງ​ພິມ ຮູບຖ່າຍຂອງທ່ານກິມ ຢູ່ໃນພາກເໜືອ ຂອງຈີນ.

ໃນການຖະແຫລງຂ່າວ ໃນວັນອັງຄານມື້ນີ້ ໂຄສົກຂອງ ກະຊວງ ການຕ່າງປະເທດຈີນ ນາງຈຽງ-ຢູ ກ່າວວ່າ ນາງເຂົ້າໃຈດີວ່າ ພວກນັກຂ່າວ ຕ່າງປະເທດ ມີຄວາມສົນໃຈ ກ່ຽວກັບເລື່ອງນີ້ ແຕ່ເວົ້າວ່າ ນາງບໍ່ມີຂ່າວໃດໆ ທີ່ຈະແຈ້ງໃຫ້ຊາບ.

ແຕ່ນາງຈຽງ-ຢູ ບໍ່ໄດ້ໃຫ້ການຢືນຢັນ ຫລືປະຕິເສດ ຕໍ່ລາຍງານຂ່າວ ທີ່​ວ່າ ທ່ານກິມ ແລະຂະບວນລົດໄຟ ກັນລູກປືນ ຂອງທ່ານ ໄດ້ແລ່ນເຂົ້າໄປ ໃນປະເທດຈີນ ໃນມື້ວັນຈັນ ວານນີ້. ລາຍງານຂ່າວ​ເຫລົ່ານີ້ ມີຮວມທັງ ຮູບຂອງທ່ານກິມ ໃນເຂດ ພາກຕາເວັນອອກ ສຽງເໜືອ ຂອງຈີນ ແລະການເພີ້ມ ການຮັກສາຄວາມປອດໄພ ຢູ່ຕາມເສັ້ນທາງລົດໄຟ.

ລາຍງານຂ່າວ​ຂອງເກົາຫລີໃຕ້ ແລະຍີ່ປຸ່ນ ຍັງ​ເວົ້າວ່າ ເປັນທີ່ຄາດກັນວ່າ ທ່ານກິມ ຈະໄດ້ພົບປະ ກັບປະທານປະເທດຈີນ ທ່ານຫູຈິນເທົາ ທີ່ນະຄອນຫຼວງປັກກິ່ງ ນຳດ້ວຍ.