ການຢ້ຽມຢາມອາຟຣິກາເມື່ອມໍ່ໆມານີ້ ໂດຍທ່ານນາງ ລິນດາ ໂທມັສ-ກຣີນຟຽລ (Linda Thomas-Greenfield), ເອກອັກຄະລັດຖະທູດສະຫະລັດ ປະຈຳສະຫະປະຊາຊາດ ແລະ ລັດຖະມົນຕີ ກະຊວງການເງິນສະຫະລັດ, ທ່ານນາງ ແຈນເນັດ ເຢເລນ (Janet Yellen) ໄດ້ມີຂຶ້ນ ໃນຂະນະທີ່ ການສຶກສາໃໝ່ພົບວ່າ ການລົງທຶນຢູ່ ຕ່າງປະເທດຂອງຈີນ ໃນຍຸກໂຄວິດ-19 ແມ່ນຕໍ່າສຸດ ໃນຮອບ 13 ປີ. ຈີນໄດ້ລົງທຶນຢ່າງຫຼວງຫຼາຍ ຢູ່ໃນອາຟຣິກາ ໂດຍຜ່ານໂຄງການລິເລີ້ມ ນຶ່ງແລວທາງນຶ່ງເສັ້ນທາງ ແລະເມື່ອບໍ່ດົນມານີ້, ສະຫະລັດ ຍັງໄດ້ໃຫ້ຄຳໝັ້ນສັນຍາ ໃນການລົງທຶນ, ຊຶ່ງນັກວິເຄາະກ່າວວ່າ ວໍຊິງຕັນພະຍາຍາມທີ່ຈະແຂ່ງຂັນກັບຈີນ ເພື່ອໃຫ້ມີອິດທິພົນ ຢູ່ໃນທະ ວີບນັ້ນ.
ບົດລາຍງານຂອງສູນກາງນະໂຍບາຍການພັດທະນາໂລກ ຂອງມະຫາວິທະຍາໄລ ບອສຕັນໄດ້ພົບເຫັນສັນຍາກູ້ຢືມເງິນຈາກທະນາຄານ ທີ່ຮັບໃຊ້ນະໂຍບາຍສອງແຫ່ງຂອງຈີນ (ຄື ທະນາຄານພັດທະນາຂອງຈີນ ແລະທະນາຄານຂາອອກຂາເຂົ້າ) ທີ່ມີມູນຄ່າ 3.7 ຕື້ໂດລາ ໃນປີ 2021. ແຕ່ກົງກັນຂ້າມ ໃນຊ່ວງປີ 2008 ຫາ 2021 ຈໍານວນເງິນກູ້ຢືມແມ່ນ 496 ຕື້ໂດລາ ຊຶ່ງສະເລ່ຍແລ້ວແມ່ນຕົກເປັນ 35.6 ຕື້ໂດລາຕໍ່ປີ.
ທ່ານນາງ Linda Thomas-Greenfield, ເອກອັກຄະລັດຖະທູດສະຫະລັດປະຈຳອົງການສະຫະປະຊາຊາດ ຖືກຕ້ອນຮັບໂດຍເອກອັກຄະລັດຖະທູດ ສຫລ ປະຈຳໂຊມາເລຍ, ທ່ານ Larry Andre (ກາງຊ້າຍ) ຂະນະທີ່ທ່ານນາງໄປເຖິງນະຄອນຫລວງໂມກາດິສຊູ, ປະເທດໂຊມາເລຍ, ວັນທີ 29 ມັງກອນ, 2023.
ຈີນປະສົບກັບຄວາມຫຍຸ້ງຍາກທີ່ຈະຮຽກເອົາເງິນທີ່ໃຫ້ກູ້ຢືມຄືນ ຈາກຫຼາຍປະເທດໃນອາຟຣິກາ ແລະ ປັດຈຸບັນ ຕ້ອງໄດ້ເຂົ້າຮ່ວມການເຈລະຈາປ່ຽນສ້າງໂຄງໜີ້ສິນຄືນທີ່ສັບສົນ. ປັດຈຸບັນ, ການເຈລະຈາໜີ້ສິນ ພວມເກີດຂຶ້ນຢູ່ໃນປະເທດແຊມເບຍ.
ເມື່ອຖືກຖາມວ່າ ປັກກິ່ງຖືກສັ່ງສອນໃຫ້ຈື່ ຍ້ອນປະສົບການເຫຼົ່ານີ້ ຊຶ່ງເຮັດໃຫ້ມີການຫຼຸດຄໍາຫມັ້ນສັນຍາ ໃຫ້ເງິນກູ້ຢືມລົງ ຫລືບໍ່ນັ້ນ, ນັກຄົ້ນຄວ້າອາວຸໂສ, ທ່ານນາງເຣບບິກກາ ເຣ (Rebecca Ray), ຜູ້ຂຽນບົດຄົ້ນຄວ້າຮ່ວມ ກ່າວວ່າ ເຖິງແມ່ນວ່າ ຈີນໄດ້ຢຸດເຊົາການໃຫ້ເງິນກູ້ຢືມເງິນຊຸດໃຫມ່ ແກ່ບາງປະເທດ ທີ່ບໍ່ສາມາດຊໍາລະຫນີ້ສິນທີ່ມີຢູ່ແລ້ວ ເຊັ່ນເວເນຊູເອລານັ້ນກໍຕາມ ປະເທດນີ້ກໍຍັງກຳລັງທຳການເຈລະຈາໃຫ້ແລ້ວ ກ່ຽວກັບການໃຫ້ເງິນກູ້ຢືມໃນອະນາຄົດກ້ອນໃຫຍ່ ກັບປະເທດທີ່ເປັນໜີ້ອີກປະເທດນຶ່ງ ຄືປາກິສຖານ.
ທ່ານນາງກ່າວອີກວ່າ "ໃນຂະນະທີ່ຈີນອາດຈະລັງເລທີ່ຈະ 'ສົ່ງເງິນທີ່ດີ ຫຼັງຈາກເຫດການບໍ່ດີ,' ໃນບາງ ກໍລະນີຂອງຜູ້ກູ້ຢືມ ທີ່ບໍ່ສາມາດຊໍາລະໜີ້ຄືນໄດ້, ລະດັບຫນີ້ສິນທີ່ສູງຢູ່ ເບິ່ງຄືວ່າບໍ່ໄດ້ເປັນສິ່ງຂັດຂວາງຢ່າງເຕັມທີ່ສໍາລັບພວກເຂົາເຈົ້າໃນການໃຫ້ກູ້ຢືມ ເງິນ."
ທ່ານ Qin Gang, ລັດຖະມົນຕີກະຊວງການຕ່າງປະເທດ (ທີສອງ ຊ້າຍ) ແລະທ່ານ Moussa Faki Mahamat (ກາງ) ປະທານສະຫະພາບອາຟຣິກາກ ເຂົ້າຮ່ວມພິທີເປີດສູນກາງຄວບຄຸມ ແລະປ້ອງກັນະຍາດຂອງທະວີບອາຟຣິກາທີ່ນະຄອນຫລວງອາດິສ ອາບາບາ ຂອງເອທິໂອເປຍ, ວັນທີ 11 ມັງກອນ, 2023
ໃນອາຟຣິການັ້ນ, ທ່ານນາງໂທມັສ-ກຣີນຟຽລ ໄດ້ຖິ້ມໂທດໃສ່ຈີນສໍາລັບການເປັນຫນີ້ ຫລາຍຂອງ ບັນດາປະເທດໃນອາຟຣິກາ. ທ່ານນາງຍັງໄດ້ກ່າວວ່າ, ເຖິງແມ່ນວ່າ ທ່ານຈິນ ກາງ (Qin Gang) ລັດຖະມົນຕີການຕ່າງປະເທດຄົນໃໝ່ຂອງຈີນ ຍັງຢູ່ໃນທະວີບດັ່ງກ່າວຫວ່າງມໍ່ໆນີ້, “ສິ່ງທີ່ຂ້າພະເຈົ້າໄດ້ຍິນຢ່າງຈະແຈ້ງຈາກ... ປະຊາຊົນ ແລະ ຜູ້ນຳໃນເວລາທີ່ຂ້າພະເຈົ້າຢູ່ທີ່ນັ້ນ ແມ່ນອາເມຣິກາແມ່ນຢູ່ໃນໃຈຂອງເຂົາເຈົ້າ, ແລະເຂົາເຈົ້າຮູ້ສຶກຂອບໃຈເປັນພິເສດ ຕໍ່ກອງປະຊຸມສຸດຍອດຜູ້ນໍາອາຟຣິກາທີ່ ພວກເຮົາຫາກໍ ເປັນເຈົ້າພາບຈັດຂຶ້ນ ແລະຄວາມພະຍາຍາມທີ່ພວກເຮົາກໍາລັງເຮັດ ເພື່ອໃຫ້ມີສ່ວນຮ່ວມຢ່າງຫ້າວຫັນ ໃນທະວີບອາຟຣິກາ."
ວໍຊິງຕັນໃຫ້ຄຳໝັ້ນສັນຍາວ່າຈະລົງທຶນ 55 ຕື້ໂດລາ ໃນອາຟຣິກາຢູ່ໃນກອງປະຊຸມສຸດຍອດສະຫະລັດ-ອາຟຣິກາ ໃນເດືອນທັນວາຜ່ານມາ.