ເຈົ້າໜ້າທີ່ຂັ້ນສູງໃນແຂວງຈໍາປາສັກ ໄດ້ໃຫ້ການຢືນຢັນວ່າ ການພັດທະນາເຂດທ່ອງທ່ຽວ
ຢູ່ໃນເຂດເມືອງໂຂງໄດ້ເລີ່ມລົງມືດໍາເນີນການ ໃນພາກປະຕິບັດຕົວຈິງແລ້ວ ນັບແຕ່ກາງປີ
2011 ເປັນຕົ້ນມາ ແລະຈົນເຖິງປັດຈຸບັນນີ້ ກໍໄດ້ຄືບໜ້າເປັນຢ່າງດີໃນຫລາຍໆດ້ານ ໂດຍ
ບໍ່ວ່າຈະເປັນການກໍ່ສ້າງບ່ອນພັກອາໄສຂອງບຸກຄະລາກອນ, ການກໍ່ສ້າງຂົວທີ່ເຊື່ອມຕໍ່
ລະຫວ່າງບ້ານຫາດກັບບ້ານນາ, ການສຶກສາອອກແບບພັດທະນາທ່າເຮືອຢູ່ຕາມເກາະ
ດອນຕ່າງໆ ແລະການພັດທະນາສິ່ງອໍານວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວກໍຕາມ
ຕ່າງກໍໄດ້ດໍາເນີນໄປຢ່າງຕັ້ງໜ້າ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃນແຂວງຈໍາປາສັກຄົນດັ່ງກ່າວນີ້
ໄດ້ໃຫ້ການຢືນຢັນວ່າ:
“ເພື່ອຮອງຮັບໃຫ້ແກ່ການທ່ອງທ່ຽວ ຈະໄດ້ປັບປຸງ ທ່າເຮືອຈາກດອນໂຂງ
ໄປຫາດອນອື່ນໆ ແລ້ວເພິ່ນ ກະໄດ້ກະກຽມກໍ່ສ້າງຂົວຂ້າມແມ່ນໍ້າຂອງລະ
ຫວ່າງ ບ້ານຫາດກັບບ້ານນາ ລະກະກໍ່ສ້າງເຮືອນພັກ, ສະຖານທີ່ພັກເຊົາ
ຂອງຄະນະກໍາມະການ”.
ສໍາລັບການກໍ່ສ້າງຂົວຂ້າມນໍ້າຂອງນັ້ນ ທາງການລາວໄດ້ຮັບການສະໜັບສະໜູນເງິນ ກູ້ຢືມຈາກທະນາຄານການຄ້າ ຂາອອກ-ຂາເຂົ້າ ແຫ່ງປະເທດຈີນ ໃນມູນຄ່າຫຼາຍກວ່າ
32 ລ້ານໂດລາ ແລະ ທາງການລາວໄດ້ສົມທົບອີກ 2 ລ້ານໂດລາ ຊຶ່ງກໍເຮັດໃຫ້ຂົວດັ່ງ
ກ່າວນີ້ມີມູນຄ່າກໍ່ສ້າງລວມເກີນກວ່າ 34 ລ້ານໂດລາ ທີ່ຮັບຜິດຊອບໂດຍສະຖາບັນສໍາ
ຫຼວດແລະອອກແບບການຂົນສົ່ງ ຈາກມົນທົນຢູນໜານຂອງທາງການຈີນ ໂດຍຈະໃຊ້
ເວລາດໍາເນີນກໍ່ສ້າງໃຫ້ແລ້ວສໍາເລັດພາຍໃນ 36 ເດືອນ ຫຼືພາຍໃນກາງປີ 2014 ເປັນ
ຢ່າງຊ້າ.
ທັງນີ້ຂົວຂ້າມນໍ້າຂອງດັ່ງກ່າວຈະມີຄວາມຍາວ 718.8 ແມັດ ແລະກວ້າງ 11 ແມັດທີ່ ແບ່ງເປັນສອງຊ່ອງຈາລະຈອນສໍາລັບຍານພາຫະນະທີ່ກວ້າງເບື້ອງລະ 4 ແມັດ. ສ່ວນ
ອີກ 3 ແມັດ ທີ່ເຫຼືອນັ້ນ ກໍຈະເປັນທາງຍ່າງ ເບື້ອງລະ 1.5 ແມັດ ແລະບໍ່ມີທາງລົດໄຟ
ຢູ່ກາງຂົວແຕ່ຢ່າງໃດ.
ຄອນພະເພັງທີ່ແຂວງຈໍາປາສັກ
ເຈົ້າໜ້າທີ່ລາວບອກວ່າ ການ
ພັດທະນາດັ່ງກ່າວນີ້ຖືເປັນ
ສ່ວນນຶ່ງຂອງເຂດເສດຖະກິດ
ພິເສດຄອນພະເພັງ ທີ່ຕັ້ງຢູ່ໃນ
ເຂດເມືອງໂຂງ ຊຶ່ງຕາມແຜນ
ການແລ້ວເຂດເສດຖະກິດພິ
ເສດດັ່ງກ່າວນີ້ ຈະມີບໍລິເວນ
ກວ້າງເຖິງ 39,000 ເຮັກຕາ
ໂດຍໄດ້ມີການຈັດແບ່ງພື້ນທີ່
ອອກເປັນ 5 ເຂດດ້ວຍກັນ ຄື
ພື້ນທີ່ໂດຍຮອບນໍ້າຕົກຄອນ
ພະເພັງນັ້ນ ກໍຈະພັດທະນາ
ເປັນເຂດທ່ອງທ່ຽວ ແລະຮອງຮັບທຸລະກິດທີ່ກ່ຽວຂ້ອງ ກັບການທ່ອງທ່ຽວເປັນການ
ສະເພາະ ເຊັ່ນ: ໂຮງແຮມ, ຣີສອດ, ບ້ານພັກຕາກອາກາດ ແລະສວນສາທາລະນະໃນ
ເຂດອຸທະຍານແຫ່ງຊາດເປັນຕົ້ນ.
ສ່ວນນອກນັ້ນ ກໍຈະເປັນເຂດສູນການຄ້າປອດພາສີ, ສະໜາມບິນຮອງຮັບ ທັງເຮືອບິນ
ສ່ວນຕົວ ແລະເຮືອບິນໂດຍສານ, ສະໜາມກັອບລະດັບມາດຕະຖານສາກົນ ແລະສູນ
ບໍລິການທາງທຸລະກິດຢ່າງຄົບວົງຈອນ ທີ່ຈະມີຕະຫຼາດການຄ້າເສລີເປັນສ່ວນປະກອບ
ທີ່ສໍາຄັນອີກດ້ວຍ.
ການເຊັນສັນຍາລະຫວ່າງຜູ້ຕາງໜ້າລັດຖະບານລາວ ແລະຜູ້ລົງທຶນ ພັດທະນາເຂດທ່ອງທ່ຽວຢູ່ເຂດເມືອງໂຂງ ທີ່ຈັດຂຶ້ນໃນຕົ້ນປີ 2011
ໃນໄລຍະທີ່ຜ່ານມາກໍປະກົດວ່າ
ມີທັງກຸ່ມນັກທຸລະກິດຈາກຈີນ,
ເກົາຫຼີໃຕ້, ມາເລເຊຍ, ຫວຽດ
ນາມ ແລະໄທ ລວມທັງນັກທຸ
ລະກິດໃນລາວເອງນັ້ນ ຕ່າງກໍ
ໄດ້ພາກັນສະແດງເຈດຈໍານົງທີ່
ຈະເຂົ້າໄປລົງທຶນໃນເຂດເສດ
ຖະກິດພິເສດຄອນພະເພັງ
ແລ້ວເຖິງ 8 ບໍລິສັດ ແລະໃນ
ກາງປີ 2011 ກໍມີລາຍງານວ່າ
ທາງການແຂວງຈໍາປາສັກ ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການພັດທະນາເຂດ
ຕົວເມືອງທ່ອງທ່ຽວ ດອນໂຂງ-ຄອນພະເພັງ ຮ່ວມກັບບໍລິສັດສາວນາງກໍ່ສ້າງຂົວທາງ-
ຊົນລະປະທານຈໍາກັດ ຢ່າງເປັນທາງການແລ້ວ.
ສ່ວນກຸ່ມທຸລະກິດຈາກຈີນ ທີ່ຮັບຜິດຊອບການກໍ່ສ້າງຂົວຂ້າມນໍ້າຂອງຢູ່ດອນໂຂງດັ່ງກ່າວນີ້ ກໍກໍາລັງຢູ່ໃນລະຫວ່າງການລໍຖ້າການອະນຸມັດຈາກທາງການລາວ ເພື່ອອະນຸຍາດໃຫ້ເຂົ້າໄປ ລົງທຶນພັດທະນາໃນດ້ານຕ່າງໆ ຂອງເຂດເສດຖະກິດພິເສດຄອນພະເພັງ ຊຶ່ງເຊື່ອວ່າ ຈະບໍ່
ມີຂໍ້ຂັດຂ້ອງໃດໆ ຈາກທາງການລາວຢ່າງແນ່ນອນ ເນື່ອງຈາກທາງການລາວຖືວ່າ ຈີນຄືຫຸ້ນ
ສ່ວນຍຸທະສາດ ໃນການພັດທະນາລາວນັ້ນເອງ.