ບໍລິສັດເກົາຫລີໃຕ້ໃນຈຳນວນເພີ້ມຂຶ້ນ ເລີ້ມຮູ້ສຶກເຖິງຜົນກະທົບໃນທາງລົບຢ່າງແຮງ
ຈາກຈີນ ຕິດຕາມມາ ກ່ຽວກັບການຕັດສິນໃຈຂອງ Seoul ທີ່ເລີ້ມການຕິດຕັ້ງລະບົບ
ປ້ອງກັນລູກສອນໄຟ ຂອງສະຫະລັດ ຢູ່ໃນເກົາຫຼີໃຕ້. ບັນດາພະນັກງານຈີນ ຂອງບໍລິ
ສັດເກົາຫລີໃຕ້ ແລະພວກເຮັດວຽກທີ່ພົວພັນກັບອຸດສາຫະກຳກ່ຽວຂ້ອງ ຍັງພາກັນຕົກ
ຄ້າງໃນບັນຫາການຂັດແຍ້ງດ້ານການທູດນີ້.
ແມ່ຍິງຄົນນຶ່ງຍາງຜ່ານຣ້ານ Lotte ໃນນະຄອນຫລວງປັກກິ່ງ.
ກຸ່ມ Lotte ທີ່ເປັນບໍລິສັດຂອງເກົາຫລີໃຕ້ ໄດ້ໃຫ້ດິນແກ່ທະຫານເພື່ອຕິດຕັ້ງລະບົບຕໍ່
ຕ້ານລູກສອນໄຟ ທີ່ຍິງມາໃນລະດັບສູງ ທີ່ເອີ້ນວ່າ THAAD ນັ້ນ ມີຫລາຍກວ່າ 50
ຮ້ານ ໄດ້ປິດລົງຢູ່ໃນປະເທດຈີນ.
ພວກພະນັກງານທີ່ເຫັນເຮັດວຽກຢູ່ໃກ້ກັບຫາງເຣືອບິນ Boeing 787-8 ທີ່ກຳລັງສ້າງ ໃຫ້ແກ່ ສາຍການບິນ Xiamen Airlines.
ໂຄສົກຂອງບໍລິສັດກ່າວຕໍ່ວີໂອເອ ວ່າ 55 ຮ້ານຂອງບໍລິສັດ Lotte ໄດ້ຖືກປິດ ແລະ
ພະນັກງານຈີນປະມານ 7000 ຄົນ ຂອງບໍລິສັດ ໄດ້ຮັບຜົນກະທົບ. ບໍລິສັດ Lotte
ກ່າວວ່າ ມີພະນັກງານຂອງຕົນຈຳນວນປະມານ 20,000 ຄົນຢູ່ໃນປະເທດຈີນ. ບໍລິ
ສັດມີຮ້ານຄ້າແລະສະຖານທີ່ຕ່າງໆຢູ່ປະມານ 115 ແຫ່ງ ໃນເກົາຫຼີໃຕ້.
ຮ້ານ Lotte ທີ່ເຫັນປິດຢູ່ເມືອງ Hangzhou ແຂວງ Zhejiang ປະເທດຈີນ.
ເຖິງແມ່ນວ່າປະຫວັດການຂາຍຂອງບໍລິສັດ ປະກອບເປັນພຽງແຕ່ ພາກສ່ວນນ້ອຍໆ
ຂອງການຂາຍທັງໝົດ ຂອງບໍລິສັດ Lotte ໃນຕະຫລາດພົ້ນທະເລ ທີ່ໃຫຍ່ສຸດໃນ
ປະເທດຈີນ ຊຶ່ງປະເທດດັ່ງກ່າວ ເປັນຈຸດໝາຍທີ່ສຳຄັນແກ່ການຄ້າເກົາຫລີໃຕ້ ແລະ
ບໍລິສັດ Lotte ບໍ່ແມ່ນບໍລິສັດດຽວເທົ່ານັ້ນ ທີ່ກຳລັງໄດ້ຮັບຜົນກະທົບ.