ຈີນຄາດວ່າ ຈະອອກ ຄຳຕັດສິນ ຕໍ່ທ່ານ Xu ໃນວັນອາທິດ ນີ້

ພວກສະໜັບສະໜຸນ ທ່ານ Xu Zhiyong ນັກຕໍ່ສູ້ເພື່ອສິດທິມະນຸດ ທີ່ສຳຄັນສຸດ ຄົນນຶ່ງຂອງຈີນ ພາກັນຮ້ອງຄຳຂວັນ ຢູ່ໃກ້ໆສານ ທີ່ດຳເນີນຄະດີທ່ານ ໃນກຸງປັກກິ່ງ (22 ມັງກອນ 2014)

ທະນາ​ຍຄວາມ ​ຂອງທ່ານ Xu Zhinyong ນັກເຄື່ອນໄຫວຕໍ່
ຕ້ານລັດຖະບານ​ຈີນ ທີ່ໄດ້​ຖືກ​ດໍາ​ເນີນຄະດີ​ ໃນ​ວັນ​ພຸດທີ່​ຜ່ານ​
ມານີ້ ກ່າວ​ວ່າ ການ​ຕັດສິນ ​ຈະມີ ປະກາດໃຫ້ຊາບ ​ໃນຕອນເຊົ້າ​
ວັນ​ອາທິດ​ຈະມານີ້ ບໍ່ພໍ​ເທົ່າ​ໃດ​ມື້ ຫລັງ​ຈາກໄດ້ມີ ການ​ດໍາ​ເນີນ
​ຄະດີເປັນເວລານຶ່ງມື້.

ທ່ານ Xu ​ໄດ້​ຖືກ​ກ່າວ​ຫາ "ຊຸ​ມນຸມຝູງຊົນ​ເພື່ອ​ລົບ​ກວນ​ຄວາ​ມ​
ເປັນ​ລະບຽບຮຽບ ຮ້ອຍຂອງສາທາລະນະ.” ທ່ານໄດ້ມິດງຽບບໍ່
ຍອມເວົ້າຫຍັງ ແລະ​ບໍ່​ໄດ້​ກ່າວປ້ອງ​ກັນ​ຕົນ​ເອງ ​ໃນຂະນະທີ່ມີ
ການ​ດໍາເນີ​ນຄະດີທ່ານ ແລະຖ້າ​ຫາກຖືກ​ພົບ​ເຫັນ​ວ່າ ມີ​ຄວາມ
​ຜິດ ທ່ານອາດ​ຈະ​ປະ​ເຊີນໜ້າ​ກັບ​ການ​ຕິດ​ຄຸກ​ຫ້າ​ປີ.

ທ່ານ Xu ຊຶ່ງເປັນນັກວິຊາການດ້ານ​ກົດໝາຍອາຍຸ 40 ປີ ເປັນຜູ້​ກໍ່​ຕັ້ງຂະບວນການປະຊາ
ຊົນ​ໃໝ່ ຊຶ່ງເປັນກຸ່ມຮາກຫຍ້າທີ່​ຊຸກຍູ້​ປະຊາທິປະ​ໄຕ ​ແລະ​ການປົກ ຄອງດ້ວຍຕົວບົດ​ກົດ
ໝາ​ຍ ​ແລະມີເປົ້າໝາຍ ທີ່ຈະທັບ​ມ້າງ​ການ​ສໍ້​ລາດ​ບັງ​ຫຼວງ​ຂອງບັນດາ​ເຈົ້າໜ້າ​ທີ່.

ສະມາຊິກທັງ​ໝົດ​ເຈັດຄົນ​ຂອງຂະບວນການ​ປະຊາຊົນ​ໃໝ່ ກໍາລັງ​ຖືກດຳເນີນຄະ​ດີ​ໃນອາ
ທິດ​ນີ້​ແລະ​ອາທິດ​ໜ້າ. ອີກ​ສາມ​ຄົນ​ໄດ້​ຖືກ​ດໍາ​ເນີນ​ຄະດີ​ໃນ​ເດືອນ​ທັນວາ ປີກາຍ ແຕ່ຍັງບໍ່
ທັນມີການປະກາດກ່ຽວກັບຄຳ​ຕັດ​ສິນ​ລົງ​ໂທດ​ເທື່ອ.

ກະຊວງ​ການ​ຕ່າງປະ​ເທດສະຫະລັດ ​ໄດ້ຕິຕຽນ​ການ​ທັບ​ມ້າງປາບປາມດັ່ງກ່າວ ທີ່​ເຮັດໃຫ້
​ກຸງ​ປັກ​ກິ່ງມີຄວາມໂກດແຄ້ນ. ​ໃນ​ວັນ​ພະຫັດ​ວານນີ້ ກະຊວງ​ການ​ຕ່າງ ປະ​ເທດຈີນ ກ່າວ​ວ່າ
​ຕ່າງປະ​ເທດບໍ່​ຄວນ​ທີ່ຈະ​ແຊ​ກແຊງ​ເຂົ້າໃນບັນຫາ​ພາຍ​ໃນ ຂອງ​ຕົນ.